ຕອນບ່າຍວັນທີ 30/8, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ໄດ້ໃຫ້ການຕ້ອນຮັບທ່ານນາງ Katherine Muller Marin, ຫົວໜ້າຜູ້ຕາງໜ້າສຳນັກງານ UNESCO ຢູ່ຮ່າໂນ້ຍ. ປ່າສະຫງວນຊີວະພາບ Cat Ba ໄດ້ຮັບການເລືອກເຟັ້ນຈາກອົງການ UNESCO ເປັນເຂດສະຫງວນຊີວະພາບທົ່ວໄປແຫ່ງທຳອິດ, ເປັນຮູບແບບຫ້ອງທົດລອງຮັບໃຊ້ ການສຶກສາ ພັດທະນາແບບຍືນຍົງ.
ທ່ານຮອງ ນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ສະແດງຄວາມປິຕິຊົມຊື່ນ ແລະ ຮູ້ບຸນຄຸນຕໍ່ການພົວພັນຮ່ວມມືຢ່າງສະໜິດແໜ້ນ ແລະ ມີປະສິດທິຜົນລະຫວ່າງ UNESCO ແລະ ລັດຖະບານຫວຽດນາມ ໃນໄລຍະຜ່ານມາ.
ທ່ານຮອງນາຍົກລັດຖະມົນຕີ ໄດ້ຕີລາຄາສູງຄະນະກຳມະການແຫ່ງຊາດຫວຽດນາມ ປະຈຳ UNESCO ທີ່ສົມທົບກັບຄະນະກຳມະການມະນຸດສະທຳແຫ່ງຊາດ ຫວຽດນາມ (MAB) ແລະ ບັນດາທ້ອງຖິ່ນໃນທົ່ວປະເທດ ຕັ້ງໜ້າຜັນຂະຫຍາຍ ແລະ ປະຕິບັດບັນດາການເຄື່ອນໄຫວຮັກສາຕາໜ່າງເຂດສະຫງວນຊີວະພາບທີ່ໄດ້ຮັບການຮັບຮອງຈາກ UNESCO. ປະຈຸບັນ, ປ່າສະຫງວນຊີວະພາບໄດ້ສະແດງໃຫ້ເຫັນຄຸນຄ່າທີ່ເກີນກວ່າຄວາມໝາຍການອະນຸລັກປົກກະຕິ, ສະແດງໃຫ້ເຫັນການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງການອະນຸລັກຊີວະນາໆພັນ, ການອະນຸລັກຄຸນຄ່າວັດທະນະທຳ ແລະ ການສຶກສາ ແລະ ການພັດທະນາເສດຖະກິດ - ສັງຄົມ, ປັບປຸງຊີວິດການເປັນຢູ່ຂອງຊຸມຊົນທ້ອງຖິ່ນ ແລະ ຮັບໃຊ້ເປົ້າໝາຍການພັດທະນາແບບຍືນຍົງຂອງປະເທດ, ໂດຍປົກກະຕິແມ່ນ ກຽນຢາງ , ແຄ໋ງຈີ່, ກູ່ຈ່າວ, ກວາງນາມ.
ທ່ານນາງ Katherine Muller Marin ຂອບອົກຂອບໃຈທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ທີ່ໄດ້ສະຫລະເວລາມາຕ້ອນຮັບ ແລະ ໃຫ້ຮູ້ວ່າ: UNESCO ຕີລາຄາສູງເຂດສະຫງວນຊີວະພາບ Cat Ba, ເຊິ່ງ UNESCO ໄດ້ເລືອກເຟັ້ນເປັນເຂດສະຫງວນຊີວະພາບທຳມະດາແຫ່ງທຳອິດ, ເປັນຕົວແບບຫ້ອງທົດລອງຮັບໃຊ້ການສຶກສາພັດທະນາແບບຍືນຍົງ ເພື່ອນຳໄປໝູນໃຊ້ໃຫ້ປະເທດອື່ນໄດ້ຮຽນຮູ້ ແລະ ນຳໃຊ້.
ເນື່ອງໃນໂອກາດນີ້, ທ່ານນາງ Katherine Muller Marin ກໍ່ໄດ້ລາຍງານຕໍ່ທ່ານຮອງນາຍົກລັດຖະມົນຕີ ກ່ຽວກັບການໜູນຊ່ວຍ ຫວຽດນາມ ເຮັດສຳເລັດເອກະສານເຂດປ່າສະຫງວນແຫ່ງຊາດ Cat Tien ເພື່ອຍື່ນສະເໜີໃຫ້ UNESCO ຮັບຮອງເປັນມໍລະດົກທຳມະຊາດໂລກໃນໄລຍະຈະມາເຖິງ./.
ທີ່ມາ: https://dangcongsan.vn/kinh-te/unesco-danh-gia-cao-khu-du-tru-sinh-quyen-cat-ba-36067.html
(0)