ເພື່ອໜູນຊ່ວຍປະຊາຊົນທີ່ໄດ້ຮັບຜົນກະທົບຈາກພາຍຸເລກ 3 (Yagi), ຕອນເຊົ້າວັນທີ 11/9, ຄະນະກຳມະການບໍລິສັດນ້ຳມັນເຊື້ອໄຟແຫ່ງຊາດ ຫວຽດນາມ ( Petrolimex ) ໄດ້ຮຽກຮ້ອງໃຫ້ພະນັກງານ Petrolimex 30.000 ຄົນ ປະກອບສ່ວນດ້ວຍນ້ຳໃຈສູງສຸດ, ໜູນຊ່ວຍປະຊາຊົນບັນດາແຂວງທີ່ປະສົບໄພຜ່ານຜ່າຄວາມເສຍຫາຍໂດຍໄວ.
ກ່ອນໜ້ານີ້, ບໍລິສັດ Petrolimex ໄດ້ໜູນຊ່ວຍບັນດາອົງການ, ທ້ອງຖິ່ນທີ່ໄດ້ຮັບຜົນກະທົບຈາກໄພພິບັດດ້ວຍຍອດຈຳນວນເງິນ 12 ຕື້ດົ່ງ. ສະເພາະແມ່ນໄດ້ໜູນຊ່ວຍ 5 ຕື້ດົ່ງເພື່ອຕອບສະໜອງຄຳຮຽກຮ້ອງຂອງຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ. ຄະນະກໍ່ໄດ້ມອບ 2 ຕື້ດົ່ງໃຫ້ຄະນະກຳມະການກູ້ໄພແຂວງ Yen Bai ແລະ 5 ຕື້ດົ່ງເພື່ອໜູນຊ່ວຍປະຊາຊົນຢູ່ແຂວງ ເຊີນລາ ແລະ ກາວບັງ.
ໃນຊຸມມື້ຈະມາເຖິງ, ຄົນງານ Petrolimex ຈະສືບຕໍ່ໃຫ້ການຊ່ວຍເຫຼືອຢ່າງແທດຈິງໃຫ້ແກ່ປະຊາຊົນຢູ່ເຂດປະສົບໄພທຳມະຊາດ.
ທີ່ມາ: https://www.petrolimex.com.vn/nd/hoat-dong-van-hoa-xa-hoi/ video- petrolimex-ung-ho-12-ty-dong-de-khac-phuc-thiet-hai-mua-lu-sau-bao-so-3-yagi.html
(0)