ທີ່ ວັນປັນຍາທຽມຫວຽດນາມ 2023 (AI4VN) ໄດ້ຈັດຂຶ້ນໃນວັນທີ 22 ກັນຍານີ້ຢູ່ນະຄອນໂຮ່ຈິມິນ, ທ່ານ Pablo Fuentes Nettel, ທີ່ປຶກສາອາວຸໂສຂອງ Oxford Insights ໄດ້ສະເໜີ “ດັດຊະນີຄວາມພ້ອມ AI ຂອງລັດຖະບານ ” ໃນປີ 2022. ດັດຊະນີນີ້ຖືກນຳອອກຈາກ Oxford Insights ຂອງລັດຖະບານໂດຍອີງໃສ່ການວິເຄາະ 3 ປັດໄຈປະຈຸບັນ. ເຕັກໂນໂລຢີທີ່ນໍາໃຊ້ແລະລະດັບການເຂົ້າເຖິງຖານຂໍ້ມູນສໍາລັບ AI.
ຕາມມາດຖານທີ່ກ່າວມານັ້ນ, ຫວຽດນາມ ໄດ້ຈັດອັນດັບທີ 55 ໃນຈຳນວນຫຼາຍກວ່າ 180 ປະເທດທີ່ໄດ້ສຳຫຼວດ. ດັດຊະນີຄວາມພ້ອມ AI ຂອງລັດຖະບານຫວຽດນາມ ແມ່ນ 53,96 ຈຸດ, ສູງກວ່າລະດັບສະເລ່ຍ ຂອງໂລກ (44,61 ຈຸດ). ດ້ວຍການຈັດອັນດັບດັ່ງກ່າວ, ຫວຽດນາມ ຢືນອັນດັບທີ 6 ຂອງອາຊີຕາເວັນອອກສ່ຽງໃຕ້. ເປັນທີ່ສັງເກດ, ສິງກະໂປແລະອາເມລິກາພວມຢູ່ໃນຖານະອັນດັບໜຶ່ງໃນດັດຊະນີຄວາມພ້ອມ AI ໃນລັດຖະບານອີເລັກໂທຣນິກ.
ທ່ານ Pablo Fuentes Nettel ໃຫ້ຮູ້ວ່າ: ຫວຽດນາມ ມີ ພື້ນຖານເສດຖະກິດ ຂະຫຍັນຂັນເຄື່ອນ, ປະຊາກອນໜຸ່ມ ແລະ ນຳໃຊ້ເຕັກໂນໂລຊີໃໝ່ໂດຍໄວ, ແມ່ນໂອກາດເພື່ອພັດທະນາ AI. ນອກຈາກນັ້ນ, ໃນຂົງເຂດເຕັກໂນໂລຢີ, ຫວຽດນາມ ຍັງໄດ້ຮັບການຕີລາຄາສູງຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ເມື່ອມີ 2 ຫົວໜ່ວຍເຕັກໂນໂລຊີ.
ພ້ອມກັນນັ້ນ, ທ່ານກ່າວວ່າ, ປັດໄຈສຳຄັນທີ່ສຸດເພື່ອໃຫ້ ຫວຽດນາມ ບັນລຸໄດ້ອັນດັບຂ້າງເທິງ ແລະ ມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງໃນການພັດທະນາ AI ໃນໄລຍະຈະມາເຖິງແມ່ນການໜູນຊ່ວຍຂອງລັດຖະບານ, ເພາະວ່າ ຫວຽດນາມ ແມ່ນໜຶ່ງໃນ 60 ປະເທດທີ່ມີຍຸດທະສາດແຫ່ງຊາດກ່ຽວກັບການພັດທະນາ AI.
ແນວໃດກໍດີ, ຕາມທ່ານ Pablo Fuentes Nettel ແລ້ວ, ເພື່ອຊຸກຍູ້ເຕັກໂນໂລຢີ AI, ຫວຽດນາມ ຍັງມີຫຼາຍສິ່ງທີ່ຕ້ອງເຮັດ, ພິເສດແມ່ນການລົງທຶນເຂົ້າໃນຂົງເຂດຄົ້ນຄວ້າ ແລະ ພັດທະນາ (R&D). ການລົງທຶນໃນ R&D ໃນຂົງເຂດເຕັກໂນໂລຢີກວມເອົາພຽງແຕ່ 0.5% ຂອງ GDP, ເຊິ່ງຕໍ່າເກີນໄປ.
ຫວຽດນາມ ຕ້ອງຫັນປ່ຽນໄປສູ່ ເຕັກໂນໂລຊີ 5G ໃນໄວໆນີ້ ແລະ ປັບປຸງພື້ນຖານໂຄງລ່າງຂໍ້ມູນ, ການເຂົ້າເຖິງຂໍ້ມູນຂອງ AI, ຍ້ອນວ່າຕົວຊີ້ວັດເຫຼົ່ານີ້ຍັງຕ່ຳກວ່າລະດັບສະເລ່ຍຂອງໂລກ.
ກ່ຽວກັບຍຸດທະສາດພັດທະນາ AI ຢູ່ຫວຽດນາມ, ທ່ານ ຮ່ວາງແທ່ງດາດ, ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ຮູ້ວ່າ, ວັນທີ 26 ມັງກອນ 2021, ທ່ານນາຍົກລັດຖະມົນຕີ ໄດ້ອອກມະຕິກ່ຽວກັບ “ຍຸດທະສາດແຫ່ງຊາດກ່ຽວກັບການຄົ້ນຄວ້າ, ພັດທະນາ ແລະ ນຳໃຊ້ປັນຍາປະດິດຮອດປີ 2030”.
ຍຸດທະສາດໄດ້ວາງອອກເປົ້າໝາຍ “ຊຸກຍູ້ການຄົ້ນຄ້ວາ, ພັດທະນາ ແລະ ນຳໃຊ້ ປັນຍາປະດິດ , ເຮັດໃຫ້ປັນຍາປະດິດກາຍເປັນຂົງເຂດເຕັກໂນໂລຊີສຳຄັນຂອງຫວຽດນາມ ໃນວິວັດການອຸດສາຫະກຳຄັ້ງທີ 4”, ປະກອບສ່ວນພັດທະນາເສດຖະກິດ, ສັງຄົມ ແລະ ເຮັດໃຫ້ຫວຽດນາມ ມີຈຸດສະຫວ່າງໃນການຄົ້ນຄວ້າ, ພັດທະນາ ແລະ ນຳໃຊ້ AI ໃນພາກພື້ນ ແລະ ໃນໂລກ.
ຕາມທ່ານລັດຖະມົນຕີ Huynh Thanh Dat ແລ້ວ, ພາຍຫຼັງ 2 ປີແຫ່ງການຜັນຂະຫຍາຍຍຸດທະສາດ AI, ຫວຽດນາມ ບັນລຸໄດ້ບັນດາໝາກຜົນທີ່ຕັ້ງໜ້າໃນເບື້ອງຕົ້ນ. ຜົນໄດ້ຮັບເຫຼົ່ານີ້ແມ່ນໄດ້ສະທ້ອນໃຫ້ເຫັນໃນບົດລາຍງານ "Government AI Readiness Index" ຈັດພີມມາໂດຍ Oxford Insights ຂ້າງເທິງ.
ທ່ານລັດຖະມົນຕີ Huynh Thanh Dat ໃຫ້ຮູ້ວ່າ, ໃນໄລຍະຈະມາເຖິງ, ຫວຽດນາມ ຈະສືບຕໍ່ກະກຽມຄະນະຊັບພະຍາກອນມະນຸດ AI ເພື່ອປະກອບສ່ວນຊຸກຍູ້ການພັດທະນາລະບົບນິເວດ AI ແບບຍືນຍົງ, ມຸ່ງໄປເຖິງເປົ້າໝາຍເຮັດໃຫ້ ຫວຽດນາມ ເປັນໃຈກາງປະດິດສ້າງ, ພັດທະນາບັນດາວິທີແກ້ໄຂ ແລະ ນຳໃຊ້ AI ໃນພາກພື້ນ ອາຊຽນ ແລະ ໃນໂລກ.
ໜຶ່ງໃນບັນດາທ່າໄດ້ປຽບເພື່ອໃຫ້ ຫວຽດນາມ ພັດທະນາເຕັກໂນໂລຢີ AI ໃນໄລຍະຈະມາເຖິງແມ່ນໄດ້ຮັບການໜູນຊ່ວຍຈາກປະຊາຄົມໂລກ. ທີ່ AI4VN, ຜູ້ຕາງໜ້າສະຖານກົງສຸນອັງກິດ, ອາເມລິກາ, ສ.ເກົາຫຼີ ລ້ວນແຕ່ໃຫ້ຮູ້ວ່າ ພ້ອມແລ້ວທີ່ຈະຮ່ວມມື ແລະ ໜູນຊ່ວຍຫວຽດນາມ ພັດທະນາເຕັກໂນໂລຢີ AI.
ຜູ້ຕາງໜ້າບັນດາປະເທດຕີລາຄາສູງເລື່ອງ AI ພວມໄດ້ຮັບຄວາມສົນໃຈ ແລະ ນຳໃຊ້ຢ່າງກ້ວາງຂວາງຢູ່ ຫວຽດນາມ ໃນໄລຍະມໍ່ໆມານີ້, ຈາກທັງພາກທຸລະກິດ ແລະ ລັດຖະບານ. AI ໄດ້ເຂົ້າສູ່ທຸກຂົງເຂດເສດຖະກິດ ແລະ ສັງຄົມໃນປະເທດເຊັ່ນ: ສາທາລະນະສຸກ, ການສຶກສາ, ຊີວິດການເປັນຢູ່ ແລະ ອື່ນໆ, ນີ້ແມ່ນອະນາຄົດຂອງເຕັກໂນໂລຊີໃນໄລຍະຈະມາເຖິງ.
ທີ່ມາ
(0)