ກຸ່ມບໍລິສັດໄຟຟ້າຫວຽດນາມ (EVN) ຫາກໍ່ສົ່ງເອກະສານສະບັບເລກທີ 7486/EVN-KH+TTD ເຖິງ ກະຊວງອຸດສາຫະກຳ ແລະ ການຄ້າ ກ່ຽວກັບນະໂຍບາຍນໍາເຂົ້າໂຄງການພະລັງງານລົມຈາກ ສປປ ລາວ ໄປແຂວງກວາງຈິ ສສ ຫວຽດນາມ.
ຫວຽດນາມ ສາມາດນໍາເຂົ້າພະລັງງານລົມຈາກລາວ. ພາບປະກອບ: VNA
ໃນເອກະສານສະບັບນີ້, EVN ໄດ້ສະເໜີໃຫ້ກະຊວງອຸດສາຫະກຳ ແລະ ການຄ້າຕີລາຄາ ແລະ ຍື່ນສະເໜີຕໍ່ ທ່ານນາຍົກລັດຖະມົນຕີ ກ່ຽວກັບນະໂຍບາຍນຳເຂົ້າໄຟຟ້າຈາກໂຮງງານໄຟຟ້າພະລັງແຮງລົມ ເຈື່ອງເຊີນ, ເພີ່ມທະວີການວາງແຜນກຳນົດສາຍສົ່ງໄຟຟ້າ. ລາຄາຊື້ໄຟຟ້າຈາກໂຄງການນີ້ແມ່ນ 6,95 ໂດລາສະຫະລັດ/ກິໂລວັດໂມງ, ເທົ່າກັບ 1,700 ດົ່ງ/ກິໂລວັດໂມງ.
ຕາມກະຊວງອຸດສາຫະກຳ ແລະ ການຄ້າແລ້ວ, ກະຊວງໄດ້ສົ່ງເອກະສານສະເໜີບັນດາກະຊວງ, ຂະແໜງການ, ທ້ອງຖິ່ນປະກອບຄຳເຫັນໃສ່ນະໂຍບາຍຮັບຊື້ພະລັງງານລົມຈາກໂຮງງານໄຟຟ້າພະລັງງານລົມ ເຈື່ອງເຊີນ ດ້ວຍກຳລັງການຜະລິດ 250 MW ຈາກແຂວງບໍລິຄຳໄຊ (ລາວ) ໄປຫວຽດນາມ ຕາມການສະເໜີຂອງ EVN.
ກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ຮູ້ວ່າ: ໂຮງງານດັ່ງກ່າວຈະເລີ່ມປະຕິບັດການໃນໄຕມາດທີ 4 ປີ 2025. ນັກລົງທຶນໃຫ້ຄຳໝັ້ນສັນຍາຈະນຳໃຊ້ລາຄາເພດານຂອງກະແສໄຟຟ້າທີ່ນຳເຂົ້າຈາກລາວ-ຫວຽດນາມ ສຳລັບໂຮງງານໄຟຟ້າພະລັງງານລົມ 6,95 ເຊັນ/ກິໂລວັດໂມງ (ເທົ່າກັບ 1.700 ດົ່ງ/ກິໂລວັດໂມງ).
ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ໃຫ້ຮູ້ວ່າ: ເພື່ອນຳເຂົ້າໄຟຟ້າຈາກໂຮງງານນີ້ໄປຫວຽດນາມ, ແມ່ນຈະສ້າງສາຍສອງວົງຈອນສອງເສັ້ນໃໝ່ 220 kV ຍາວ 75 ກິໂລວີແມັດຈາກສະຖານີຫັນປ່ຽນ 220 kV ຂອງໂຮງງານໄຟຟ້າແຮງລົມເຈື່ອງເຊີນ ໄປຍັງໝໍ້ແປງ 220 kV ຢູ່ສະຖານີຫັນປ່ຽນ 220 kV ເມືອງ Do Luong ແຂວງ Nghe An , ຫວຽດນາມ.
ເພື່ອຕອບສະໜອງຕາມແຜນການສຳເລັດໂຄງການໃນປີ 2025, ຜູ້ລົງທຶນໂຄງການ - ບໍລິສັດຫຸ້ນສ່ວນລົງທຶນ ແລະ ພັດທະນາພະລັງງານຫວຽດນາມ ໄດ້ສົ່ງເອກະສານເຖິງ EVN ໂດຍສະເໜີຂາຍໄຟຟ້າຈາກໂຄງການນີ້ໃຫ້ຫວຽດນາມ. ຕາມນັ້ນແລ້ວ, ນັກລົງທຶນສະເໜີລົງທຶນເຂົ້າໃນໂຄງການເຊື່ອມຕໍ່ຕາຂ່າຍໄຟຟ້າທັງໝົດ ເພື່ອເຊື່ອມຕໍ່ໂຮງງານໄຟຟ້າພະລັງແຮງລົມ ເຈື່ອງເຊີນ ເຂົ້າລະບົບໄຟຟ້າຂອງຫວຽດນາມ ດ້ວຍແຫຼ່ງທຶນຂອງໂຄງການ.
ກ່ອນໜ້ານີ້, ໃນບົດລາຍງານທີ່ສົ່ງເຖິງກະຊວງອຸດສາຫະກຳ ແລະ ການຄ້າ, EVN ໃຫ້ຮູ້ວ່າ: ລັດຖະບານລາວ ແລະ ຫວຽດນາມ ໄດ້ຕົກລົງນຳເຂົ້າໄຟຟ້າຂັ້ນຕ່ຳຈາກລາວໄປຫວຽດນາມ ຮອດປີ 2020 ດ້ວຍກຳລັງການຜະລິດປະມານ 1.000 MW. ປະລິມານການນໍາເຂົ້າໄຟຟ້າຮອດປີ 2025 ມີປະມານ 3,000 MW ແລະ ຮອດປີ 2030 ມີປະມານ 5,000 MW. ມາຮອດທ້າຍເດືອນຕຸລາຜ່ານມາ, ທ່ານນາຍົກລັດຖະມົນຕີ ໄດ້ຮັບຮອງເອົານະໂຍບາຍນຳເຂົ້າໄຟຟ້າຈາກແຫຼ່ງກຳລັງຢູ່ລາວ ໂດຍມີກຳລັງການຜະລິດ 2.689 MW.
“EVN ໄດ້ລົງນາມໃນສັນຍາຊື້-ຂາຍໄຟຟ້າ 19 ແຫ່ງ (PPA) ເພື່ອຮັບຊື້ໄຟຟ້າຈາກ 26 ໂຮງງານໄຟຟ້າໃນລາວ ດ້ວຍກຳລັງການຜະລິດທັງໝົດ 2,240 ເມກາວັດ, ໃນນັ້ນ, ມີ 7 ໂຄງການໄດ້ດຳເນີນທຸລະກິດດ້ວຍກຳລັງການຜະລິດທັງໝົດ 806 ເມກາວັດ ແລະ ຄາດວ່າຮອດປີ 2025 ຈະສາມາດດຳເນີນການຜະລິດໄດ້ອີກ 1,171 ເມກາວັດ”.
ຕາມຂ່າວແຈ້ງວ່າ, ມາຮອດປະຈຸບັນ, ຍອດກຳລັງການຜະລິດໄຟຟ້າໃນລາວທີ່ໄດ້ອະນຸມັດໃຫ້ນຳເຂົ້າໄຟຟ້າໄປຫວຽດນາມແລະສາມາດປະຕິບັດໄດ້ໃນປີ 2025 ມີພຽງແຕ່ປະມານ 1,977 MW, ເຊິ່ງຕ່ຳກວ່າຂະໜາດການນຳເຂົ້າຕາມບົດບັນທຶກຊ່ວຍຈຳ./.
ວູຮວາ
(0)