ນັບແຕ່ເຂົ້າຮ່ວມໃນປີ 1995, ຫວຽດນາມ ໄດ້ຊ່ວຍປະຊາຄົມອາຊຽນ ພັດທະນາແນວຄິດ ແລະ ເປີດກວ້າງການປະກອບສ່ວນ.
ນີ້ແມ່ນຄຳຢືນຢັນຂອງນັກຄົ້ນຄວ້າປະຫວັດສາດອາຊີຕາເວັນອອກສ່ຽງໃຕ້ ແລະ ປ້ອງກັນປະເທດ Enzo Sim Hong Jun ເມື່ອໃຫ້ສຳພາດຕໍ່ນັກຂ່າວ VNA ຢູ່ ມາເລເຊຍ ກ່ຽວກັບບົດບາດຂອງ ຫວຽດນາມ ຢູ່ ອາຊຽນ.
ຕາມທ່ານ Enzo ແລ້ວ, ໃນໄລຍະ 30 ປີຜ່ານມາ, ຫວຽດນາມ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າ ແລະ ຫຼັກການພື້ນຖານຂອງ ອາຊຽນ. ດ້ວຍທ່າທີຍຸດທະສາດ ແລະ ບັນດາກຳລັງທີ່ດີເດັ່ນໃນດ້ານ ເສດຖະກິດ , ຊັບພະຍາກອນມະນຸດ, ການຄ້າທາງທະເລ ແລະ ການປ້ອງກັນຊາດ, ຫວຽດນາມ ພວມຍາດແຍ່ງເອົາບັນດາທ່າໄດ້ປຽບດັ່ງກ່າວ ເພື່ອເພີ່ມທະວີກຳລັງແຮງ ແລະ ເສີມຂະຫຍາຍທີ່ຕັ້ງສາກົນຂອງ ອາຊຽນ.
ຢືນຢັນວ່າ ຫວຽດນາມ ຖືເປັນສຳຄັນການປະຕິບັດບັນດາຂໍ້ລິເລີ່ມເຊື່ອມຕໍ່ພາກພື້ນ, ພິເສດແມ່ນໃນຂົງເຂດພະລັງງານ ແລະ ການຄ້າ.
ໂດຍສະເພາະກ່ຽວກັບຄວາມໝັ້ນຄົງດ້ານພະລັງງານ, ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທີ່ສຳຄັນ ແລະ ຂາດບໍ່ໄດ້ໃນການຜັນຂະຫຍາຍແຜນການທີ່ມີຄວາມທະເຍີທະຍານຊື່ວ່າຕາໜ່າງໄຟຟ້າອາຊຽນ (APG).
APG ໄດ້ຮັບການອອກແບບເພື່ອເຊື່ອມຕໍ່ລະບົບໄຟຟ້າຂອງທັງ 10 ປະເທດສະມາຊິກອາຊຽນ ເພື່ອເສີມຂະຫຍາຍຄວາມປອດໄພດ້ານພະລັງງານ, ສະຫນັບສະຫນູນການເຊື່ອມໂຍງພະລັງງານທົດແທນແລະຊຸກຍູ້ການຂະຫຍາຍຕົວຂອງເສດຖະກິດ.
ກ່ຽວກັບຄຳໝັ້ນສັນຍາຂອງຕົນໃນການພັດທະນາພື້ນຖານໂຄງລ່າງ, ບຸລິມະສິດຂອງ ຫວຽດນາມ ໃນການກໍ່ສ້າງພື້ນຖານໂຄງລ່າງທີ່ຈຳເປັນຂອງ APG ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈປະກອບສ່ວນເຂົ້າໃນຜົນສຳເລັດຂອງຂໍ້ລິເລີ່ມ, ຜ່ານນັ້ນເສີມຂະຫຍາຍບົດບາດໃຈກາງຂອງ ອາຊຽນ ດ້ວຍການຫຼຸດຜ່ອນການເພິ່ງພາອາໄສແຫຼ່ງພະລັງງານຈາກພາຍນອກ.
ໃນດ້ານການຄ້າ, ທ່າທາງພູມສັນຖານຍຸດທະສາດຂອງຫວຽດນາມ ຢູ່ແຫຼມອິນດູຈີນ ຊ່ວຍໃຫ້ມັນມີບົດບາດສຳຄັນໃນການເຊື່ອມຕໍ່ຈີນ ກັບບັນດາພາກພື້ນອາຊີຕາເວັນອອກສ່ຽງໃຕ້.
ນອກຈາກນັ້ນ, ການຮັບປະກັນການເຊື່ອມຈອດທາງຄົມມະນາຄົມຂອງຫວຽດນາມ ກັບຈີນ, ສະແດງໃຫ້ເຫັນຜ່ານຂໍ້ຕົກລົງກ່ຽວກັບເສັ້ນທາງລົດໄຟຄວາມໄວສູງເຊື່ອມຕໍ່ນະຄອນຄຸນໝິງ (ຈີນ) ກັບ ຫວຽດນາມ, ສະແດງໃຫ້ເຫັນຄວາມສຳຄັນຂອງຫວຽດນາມ ໃນການຊຸກຍູ້ການຄ້າ ແລະ ການໄຫຼວຽນຂອງສິນຄ້າເປັນຈຳນວນຫຼວງຫຼາຍໃນພາກພື້ນ.
ບົດບາດນີ້ຂອງຫວຽດນາມ ແມ່ນນັບມື້ນັບມີຄວາມສຳຄັນຕໍ່ການເປັນຢູ່ໃນອະນາຄົດ ແລະ ການເຊື່ອມໂຍງເສດຖະກິດຂອງພາກພື້ນ, ພິເສດແມ່ນຕໍ່ໜ້າບັນດານະໂຍບາຍປົກປ້ອງການຄ້າຈາກພາຍນອກ.
ຫວຽດນາມ ພວມມີການປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ການເຕີບໂຕເສດຖະກິດຂອງພາກພື້ນ ໂດຍຜ່ານການດຶງດູດການຄ້າ ແລະ ການລົງທຶນ.

ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ແລະ ຫົວໜ້າຄະນະໄດ້ຖ່າຍຮູບເປັນກຸ່ມທີ່ພິທີເປີດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47. (ພາບ: ເຢືອງ/VNA)
ທ່ານ Enzo ໃຫ້ຮູ້ວ່າ, ຫວຽດນາມ ຄວນຮັກສາຫຼັກໝັ້ນໃນປະຈຸບັນຂອງຕົນໃນການຮ່ວມມືກັບບັນດາຄູ່ຮ່ວມມືທົ່ວໂລກຫຼາຍທີ່ສຸດເທົ່າທີ່ຈະເປັນໄປໄດ້, ຈາກບັນດາປະເທດພວມພັດທະນາໃນ ແລະ ນອກອາຊຽນ ເຖິງບັນດາປະເທດມະຫາອຳນາດກາງຄື ສ.ເກົາຫຼີ ແລະ ຍີ່ປຸ່ນ.
ການເພີ່ມທະວີການພົວພັນຮ່ວມມືຂອງຫວຽດນາມກັບບັນດາປະເທດຄື BRICS ແລະ ອົງການຮ່ວມມືຊຽງໄຮ (SCO) ກໍ່ສອດຄ່ອງກັບທິດທາງຂອງອາຊຽນ ໃນການເພີ່ມທະວີການພົວພັນຄູ່ຮ່ວມມືເສດຖະກິດກັບຫຼາຍປະເທດ ແລະ ພາກພື້ນຄື ອາຟຣິກາ ແລະ ອາເມລິກາໃຕ້.
ຕາມທ່ານ Enzo ແລ້ວ, ຫວຽດນາມ ໄດ້ສະແດງໃຫ້ເຫັນຍຸດທະສາດການທູດ ແລະ ການປ້ອງກັນປະເທດ “ແບບຢ່າງ” ທີ່ຊ່ວຍຮັກສາ ສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ, ຜ່ານຍຸດທະສາດການເປັນເຈົ້າຕົນເອງ ແລະ ການເຈລະຈາທີ່ມີລັກສະນະສ້າງສັນ.
ຫວຽດນາມ ຖືເປັນສຳຄັນການຮັກສາສະຖຽນລະພາບຂອງພາກພື້ນ, ຍຶດໝັ້ນປະຕິບັດຫຼັກການບໍ່ຂຶ້ນກັບອຳນາດໃດໜຶ່ງເພື່ອປົກປັກຮັກສາອະທິປະໄຕຂອງຕົນ, ພິເສດແມ່ນຢູ່ທະເລຕາເວັນອອກ.
ແທນທີ່ຈະປະເຊີນໜ້າກັບທາງການທະຫານ, ຫວຽດນາມໄດ້ເລືອກເອົາວິທີຂະໜາດ, ເຊິ່ງຊ່ວຍໃຫ້ຫວຽດນາມຮັກສາຂໍ້ຈຳກັດຂອງຕົນໂດຍບໍ່ມີປະຕິກິລິຍາທີ່ບໍ່ຈຳເປັນ. ໃນສະພາບການດັ່ງກ່າວ, ຫວຽດນາມ ແມ່ນປັດໄຈສຳຄັນທີ່ສຸດຂອງອາຊຽນ ໃນການຮັກສາສະຖຽນລະພາບ ແລະ ສັນຕິພາບຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້.
ນັກຄົ້ນຄວ້າ Enzo ເນັ້ນໜັກວ່າ, ປະສົບການຂອງຫວຽດນາມ ແມ່ນຕົວຢ່າງທີ່ເໝາະສົມໃນການຫັນປ່ຽນເສດຖະກິດຢ່າງມີປະສິດທິຜົນ, ກາຍເປັນໜຶ່ງໃນບັນດາພື້ນຖານເສດຖະກິດເຕີບໂຕໄວທີ່ສຸດໃນອາຊຽນ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເຊື່ອມໂຍງພາກພື້ນ.
ປະສົບການດັ່ງກ່າວໄດ້ເຮັດໃຫ້ຫວຽດນາມ ໄດ້ໃຫ້ການຊີ້ນຳ ແລະ ໜູນຊ່ວຍອັນລ້ຳຄ່າໃຫ້ Timor Leste ກ່ຽວກັບການຫຼຸດຜ່ອນຄວາມທຸກຍາກ ແລະ ພັດທະນາເສດຖະກິດ ເມື່ອປະເທດນີ້ເຂົ້າເປັນສະມາຊິກ ອາຊຽນ ເປັນສະມາຊິກທີ 11./.
(TTXVN/Vietnam+)
ທີ່ມາ: https://www.vietnamplus.vn/viet-nam-giup-tang-cuong-vai-tro-trung-tam-cua-asean-post1072766.vnp






(0)