ທ່ານປະທານປະເທດ Vo Van Thuong ເນັ້ນໜັກວ່າ: ການເພີ່ມທະວີການພົວພັນ ຫວຽດນາມ - ສ.ເກົາຫຼີ ແມ່ນສອດຄ່ອງກັບຄວາມມຸ່ງມາດປາດຖະໜາ ແລະ ຜົນປະໂຫຍດຂອງປະຊາຊົນ 2 ປະເທດ.
ທ່ານປະທານປະເທດ Vo Van Thuong ແລະ ພັນລະຍາ, ພ້ອມກັບທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol ແລະ ພັນລະຍາ ໄດ້ມອບດອກໄມ້ໃຫ້ບັນດານັກສິລະປິນ. (ພາບ: ທອງລຸນ/VNA)
ຕອນຄ່ຳວັນທີ 23 ມິຖຸນານີ້, ຢູ່ສູນປະຊຸມສາກົນ ( ຮ່າໂນ້ຍ ), ທ່ານປະທານປະເທດ ຫວູວັນເຖືອງ ແລະ ພັນລະຍາໄດ້ຈັດພິທີຕ້ອນຮັບ ທ່ານປະທານປະເທດ Yoon Suk Yeol ແລະ ພັນລະຍາ ທີ່ພວມມາຢ້ຽມຢາມທາງລັດຖະກິດ ຫວຽດນາມ.
ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານປະທານປະເທດ Vo Van Thuong ໄດ້ຫວນຄືນວ່າ 800 ກວ່າປີກ່ອນ, ຄອບຄົວ Ly ຂອງ ຫວຽດນາມ ໄດ້ຕັ້ງຖິ່ນຖານ ແລະ ເຂົ້າຮ່ວມການປົກປັກຮັກສາ ແລະ ກໍ່ສ້າງປະເທດ ສ.ເກົາຫຼີ. ປະຈຸບັນ, ສອງປະເທດໄດ້ກາຍເປັນຄູ່ຮ່ວມມືສຳຄັນອັນດັບໜຶ່ງຂອງກັນ, ສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອການພັດທະນາຮ່ວມຂອງສອງປະເທດ.
ທ່ານປະທານປະເທດ ເນັ້ນໜັກວ່າ: ການຍົກລະດັບການພົວພັນຫວຽດນາມ - ສ.ເກົາຫຼີ ຂຶ້ນສູ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໄດ້ເປີດກ້ວາງການເຄື່ອນໄຫວໃໝ່ດ້ວຍວິໄສທັດທີ່ຍາວກວ່າ ແລະ ມີເປົ້າໝາຍສູງກວ່າ. ການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ ສ.ເກົາຫຼີ ໃນຄັ້ງນີ້ ແມ່ນມີຄວາມໝາຍອັນໃຫຍ່ຫຼວງຕໍ່ການເດີນທາງທີ່ ຫວຽດນາມ ແລະ ສ.ເກົາຫຼີ ຈະໄປມາຫາສູ່ກັນດ້ວຍຈິດໃຈ “ເພື່ອນມິດທີ່ດີ, ຄູ່ຮ່ວມມືທີ່ດີ, ອ້າຍເອື້ອຍນ້ອງທີ່ດີ”.
ໃນສະພາບການພັດທະນາສາກົນ ແລະ ພາກພື້ນຢ່າງວ່ອງໄວ ແລະ ສັບສົນ, ທ່ານປະທານປະເທດ ເນັ້ນໜັກວ່າ: ການເພີ່ມທະວີການພົວພັນ ຫວຽດນາມ - ສ.ເກົາຫຼີ ແມ່ນເໝາະສົມກັບຄວາມມຸ່ງມາດປາດຖະໜາ ແລະ ຜົນປະໂຫຍດຂອງ 2 ປະເທດ, ປະກອບສ່ວນແທດຈິງເຂົ້າໃນການຮັກສາ ສັນຕິພາບ , ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢ່າງໝັ້ນຄົງຢູ່ພາກພື້ນ ແລະ ໃນໂລກ.
ທ່ານປະທານປະເທດ ປາດຖະໜາວ່າ: “ບົນຈິດໃຈນັ້ນ, ພວກເຮົາຈະຮ່ວມມື ແລະ ມານະພະຍາຍາມຊຸກຍູ້ການພົວພັນອັນດີງາມລະຫວ່າງສອງປະເທດໃຫ້ກ້າວໄປໜ້າ.
ສ່ວນທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol ໄດ້ກ່າວຢ້ຳຄືນຄຳເວົ້າຂອງປະທານ ໂຮ່ຈີມິນວ່າ: “ເພື່ອຜົນປະໂຫຍດຂອງ 10 ປີ, ຈົ່ງປູກຕົ້ນໄມ້, ເພື່ອຜົນປະໂຫຍດຂອງຮ້ອຍປີ, ສຶກສາອົບຮົມປະຊາຊົນ”.
ທ່ານປະທານປະເທດ Yoon Suk Yeol ໃຫ້ຮູ້ວ່າ, ຄຳເວົ້າດັ່ງກ່າວໝາຍເຖິງການລົງທຶນໃນປະຊາຊົນ, ບຳລຸງສ້າງຄວາມສາມາດເພື່ອອະນາຄົດອັນຍາວນານ. ນີ້ແມ່ນຄວາມຈິງທີ່ສຸດໃນການຊຸກຍູ້ການພົວພັນລະຫວ່າງ ສ.ເກົາຫຼີ ແລະ ຫວຽດນາມ. ການນຳສອງປະເທດມີການເຊື່ອມໂຍງຢ່າງເລິກເຊິ່ງໂດຍຜ່ານການພົບປະແລກປ່ຽນປະຊາຊົນ, ປະຊາຊົນສອງປະເທດຈະເຮັດໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ, ເປີດກວ້າງອະນາຄົດທີ່ສົດໃສ.
ຄຽງຄູ່ກັບການເຕີບໂຕຢ່າງແຂງແຮງໃນການຮ່ວມມືດ້ານການຄ້າ ແລະ ການລົງທຶນລະຫວ່າງ 2 ປະເທດ, ຊາວສ.ເກົາຫຼີ ແລະ ຊາວຫວຽດນາມ ອາໄສຢູ່ ສ.ເກົາຫຼີ ເປັນຈຳນວນຫຼວງຫຼາຍ ແມ່ນຂົວທີ່ສຳຄັນເພື່ອປະກອບສ່ວນນຳການພົວພັນລະຫວ່າງ 2 ປະເທດຂຶ້ນສູ່ລະດັບສູງໃໝ່./.
ທີ່ມາ
(0)