ຕາມຂໍ້ມູນຂອງສະຖານທູດອາເມລິກາປະຈຳຫວຽດນາມ, ກ່າວຄຳເຫັນທີ່ພິທີເປີດ, ທ່ານເອກອັກຄະລັດຖະທູດ Marc Knapper ໃຫ້ຮູ້ວ່າ: ໂຄງການດັ່ງກ່າວແມ່ນການສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບ “ຄວາມກວ້າງຂວາງ ແລະ ເລິກເຊິ່ງ” ຂອງການຮ່ວມມືລະຫວ່າງສອງປະເທດ. ຕາມແຜນການແລ້ວ, ຫວຽດນາມ ແລະ ອາເມລິກາ ຈະດຳເນີນ 12 ກິດຈະກຳ, ນັບແຕ່ການເກັບກູ້ລະເບີດ, ບຳລຸງສ້າງ ການແພດ ເຖິງການກໍ່ສ້າງ ແລະ ສ້ອມແປງພື້ນຖານໂຄງລ່າງ, ນຳມາເຊິ່ງຜົນປະໂຫຍດໂດຍກົງໃຫ້ປະຊາຊົນຢູ່ 10 ແຫ່ງຂອງແຂວງ ກວາງຈິ.
| ບັນດາຜູ້ແທນຖ່າຍຮູບເປັນກຸ່ມທີ່ພິທີເປີດໂຄງການເພື່ອນມິດ ປາຊີຟິກ 2025 ຢູ່ແຂວງກວາງຈິ, ວັນທີ 9 ກັນຍາ 2025. (ພາບ: ສະຖານທູດອາເມລິກາ ປະຈຳ ຫວຽດນາມ) |
ພົນຕີ E. Darrin Cox, ຜູ້ບັນຊາການກຸ່ມການແພດທີ 18, ຕາງໜ້າໃຫ້ກອງທັບອາເມລິກາຢູ່ ເຂດປາຊີຟິກ , ກ່າວວ່າ, ໂຄງການດັ່ງກ່າວໄດ້ສະແດງໃຫ້ເຫັນຄຳໝັ້ນສັນຍາຮ່ວມກັນໃນການເພີ່ມທະວີຄວາມສາມາດຮັບມືກັບໄພພິບັດ. ທ່ານຮອງປະທານຄະນະກຳມະການປະຊາຊົນແຂວງ ກວ໋າງຈີ ທ່ານ Hoang Nam ເຊື່ອໝັ້ນວ່າ ບັນດາການເຄື່ອນໄຫວຈະເປີດກາລະໂອກາດຮ່ວມມືໃໝ່, ຍືນຍົງ ແລະ ເລິກເຊິ່ງກວ່າອີກລະຫວ່າງ 2 ປະເທດ.
ສະຫະລັດໄດ້ຈັດສັນເງິນ 1,5 ລ້ານໂດລາໃຫ້ໂຄງການໃນປີນີ້. ນັບແຕ່ປີ 2007 ເປັນຕົ້ນມາ, ກະຊວງປ້ອງກັນປະເທດອາເມລິກາໄດ້ສະໜອງທຶນກວ່າ 39 ລ້ານໂດລາສະຫະລັດເພື່ອກໍ່ສ້າງໂຮງຮຽນ 44 ແຫ່ງ, ຫ້ອງປິ່ນປົວ 28 ແຫ່ງ, ຂົວ 12 ແຫ່ງ, ແລະ ສູນປະສານງານຄຸ້ມຄອງໄພພິບັດ 12 ແຫ່ງຢູ່ 32 ແຂວງຂອງຫວຽດນາມ, ປະກອບສ່ວນຍົກສູງຄວາມສາມາດຮັບມືກັບໄພພິບັດ, ເພີ່ມທະວີການຮ່ວມມືລະຫວ່າງສອງປະເທດ.
ທີ່ມາ: https://thoidai.com.vn/viet-nam-hoa-ky-khoi-dong-chuong-trinh-ban-be-thai-binh-duong-2025-tai-quang-tri-216220.html






(0)