ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ແລະ ທ່ານນົງຢຸງ, ລັດຖະມົນຕີຊ່ວຍວ່າການກະ ຊວງການຕ່າງປະເທດ ຈີນ, ເລຂາທິການໃຫຍ່ຄະນະຊີ້ນຳການຮ່ວມມືສອງຝ່າຍຈີນ-ຫວຽດນາມ. (ພາບ: ກວາງຮ່ວາ) |
ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ Bui Thanh Son ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງບັນດາບາດກ້າວພັດທະນາຢ່າງຕັ້ງໜ້າໃນການພົວພັນ ຫວຽດນາມ - ຈີນ ນັບແຕ່ ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ມາຢ້ຽມຢາມຈີນຢ່າງເປັນທາງການ (ແຕ່ວັນທີ 30/10 – 1/11/2022). ທ່ານລັດຖະມົນຕີຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ຖືການພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບຈີນ ແມ່ນບຸລິມະສິດອັນດັບໜຶ່ງໃນນະໂຍບາຍການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫຼາຍຝ່າຍ ແລະ ກວ້າງຂວາງ.
ປາດຖະໜາວ່າ ການພົວພັນລະຫວ່າງສອງປະເທດຈະກ້າວເຂົ້າສູ່ໄລຍະພັດທະນາໃໝ່ພາຍຫຼັງ 15 ປີ ດ້ວຍບັນດາຜົນງານຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ, ທ່ານລັດຖະມົນຕີ Bui Thanh Son ຫວັງວ່າ 2 ຝ່າຍຈະສືບຕໍ່ສ້າງຄວາມຮັບຮູ້ຮ່ວມມືຂັ້ນສູງ, ເພີ່ມທະວີການແລກປ່ຽນຍຸດທະສາດລະຫວ່າງການນຳສອງປະເທດຢ່າງແຮງ, ຊຸກຍູ້ການຮ່ວມມືໃນແຕ່ລະຂົງເຂດສະເພາະ.
| ທ່ານລັດຖະມົນຕີ Bui Thanh Son ໄດ້ຕີລາຄາສູງບັນດາບາດກ້າວພັດທະນາຢ່າງຕັ້ງໜ້າໃນການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ - ຈີນ ນັບແຕ່ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ມາຢ້ຽມຢາມຈີນຢ່າງເປັນທາງການ. (ພາບ: ກວາງຮ່ວາ) |
ຕາມນັ້ນແລ້ວ, ທ່ານລັດຖະມົນຕີ Bui Thanh Son ຫວັງວ່າ 2 ຝ່າຍຈະຕັ້ງໜ້າຊຸກຍູ້ ແລະ ສົມທົບກັນຢ່າງແໜ້ນແຟ້ນ ເພື່ອກະກຽມໃຫ້ເປັນຢ່າງດີໃຫ້ແກ່ການພົວພັນກັບຂັ້ນສູງໃນໄລຍະຈະມາເຖິງ; ບັນລຸໄດ້ຄວາມຄືບໜ້າສະເພາະໃນຂົງເຂດການຮ່ວມມືລວມທັງການຄ້າ, ການລົງທຶນ, ການເຊື່ອມຕໍ່ຄົມມະນາຄົມ, ການຮ່ວມມືກໍ່ສ້າງທາງລົດໄຟ, ໂຄງການນຳໃຊ້ທຶນຊ່ວຍເຫຼືອຂອງຈີນພ້ອມທັງປະສານສົມທົບກັນແກ້ໄຂຄວາມຫຍຸ້ງຍາກໃນຫຼາຍໂຄງການຮ່ວມມື.
ເຫັນດີກັບທ່ານລັດຖະມົນຕີ Bui Thanh Son, ທ່ານລັດຖະມົນຕີຊ່ວຍວ່າການ Nong Dung ຢືນຢັນວ່າ ການພົວພັນລະຫວ່າງ 2 ພັກ ແລະ 2 ປະເທດພວມພັດທະນາຢ່າງດີງາມ. ພິເສດ, ພາຍຫຼັງການຢ້ຽມຢາມຈີນຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ, ການພົບປະຂັ້ນສູງ ແລະ ການພົວພັນລະຫວ່າງ 2 ປະເທດໄດ້ດຳເນີນເປັນປະຈຳ; ການພົບປະແລກປ່ຽນແລະການຮ່ວມມືລະຫວ່າງສະພາແຫ່ງຊາດ, ແນວໂຮມປະເທດຊາດຫວຽດນາມ, ສະພາປະຊາຊົນແຫ່ງຊາດ, ກອງປະຊຸມປຶກສາຫາລືການເມືອງປະຊາຊົນຈີນ ແລະ ທຸກຂັ້ນ, ຂະແໜງການ, ທ້ອງຖິ່ນຂອງສອງປະເທດໄດ້ຮັບໝາກຜົນອັນຕັ້ງໜ້າ. ຈີນຍິນດີຮ່ວມກັບຫວຽດນາມເພີ່ມທະວີການພົວພັນລະຫວ່າງສອງປະເທດໃນລະດັບສູງແລະທຸກຂັ້ນ, ຊຸກຍູ້ການລົງນາມໃນເອກະສານຮ່ວມມືຫຼາຍດ້ານໃນຫຼາຍຂົງເຂດ, ສ້າງໝາກຜົນອັນອຸດົມສົມບູນໃຫ້ແກ່ການພົວພັນສອງປະເທດ.
| 2 ຝ່າຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການປະຕິບັດບັນດາຂໍ້ຕົກລົງ ແລະ ຄວາມຮັບຮູ້ຮ່ວມຂອງບັນດາການນຳຂັ້ນສູງຂອງສອງປະເທດກ່ຽວກັບການຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ທະເລ. (ພາບ: ກວາງຮ່ວາ) |
ກ່ຽວກັບບັນຫາການເດີນທະເລ, 2 ຝ່າຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການປະຕິບັດບັນດາຂໍ້ຕົກລົງ ແລະ ຄວາມຮັບຮູ້ຮ່ວມຂອງ 2 ພັກ ແລະ ການນຳຂັ້ນສູງ 2 ປະເທດກ່ຽວກັບການຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ທະເລ. ທ່ານລັດຖະມົນຕີ Bui Thanh Son ໄດ້ສະເໜີໃຫ້ 2 ຝ່າຍມານະພະຍາຍາມຄວບຄຸມບັນດາຄວາມບໍ່ລົງລອຍກັນເປັນຢ່າງດີ, ບໍ່ໃຫ້ບັນດາເຫດການສັບສົນທີ່ອາດຈະສົ່ງຜົນສະທ້ອນເຖິງການພົວພັນລວມລະຫວ່າງ 2 ປະເທດ ແລະ ສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ.
ທີ່ມາ










(0)