ເນື່ອງໃນໂອກາດເຂົ້າຮ່ວມອາຊຽນ-43, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ມີການພົບປະກັບທ່ານປະທານາທິບໍດີ ຟີລິບປິນ Ferdinand Romualdez Marcos Jr. |
ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ສົ່ງຄວາມຢື້ຢາມຖາມຂ່າວອັນອົບອຸ່ນຂອງທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ, ທ່ານປະທານ ສະພາແຫ່ງຊາດ ຫງວຽນຊິງຮູ່ງ ແລະ ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ເຖິງທ່ານປະທານາທິບໍດີ Marcos Jr.
ທ່ານນາຍົກລັດຖະມົນຕີແລະປະທານາທິບໍດີຟີລິບປິນສະແດງຄວາມຍິນດີຕໍ່ການພັດທະນາຢ່າງແຂງແຮງຂອງສາຍພົວພັນ.
ຫວຽດນາມ ແລະ ຟີລິບປິນ ໃນທຸກຂົງເຂດ, ຢືນຢັນຄວາມສຳຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຟີລິບປິນ ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ; ເຫັນດີສືບຕໍ່ປະສານສົມທົບ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
ການນຳສອງປະເທດເຫັນດີເປັນເອກະສັນກັນວ່າ, ຕ້ອງສືບຕໍ່ຊຸກຍູ້ການເຊື່ອມຈອດ ແລະ ເພີ່ມທະວີການເພີ່ມທະວີການຮ່ວມມືດ້ານເສດຖະກິດຂອງສອງປະເທດ; ສຸມໃສ່ຊຸກຍູ້ບັນດາຂົງເຂດຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງຄື: ກະສິກຳ, ສິນໃນນ້ຳ, ນ້ຳມັນ ແລະ ອາຍແກັສ...; ຄົ້ນຄວ້າ ແລະ ເປີດກວ້າງການຮ່ວມມືໃນຂົງເຂດໃໝ່ເຊັ່ນ: ເສດຖະກິດດີຈີຕອນ, ເສດຖະກິດວົງຈອນ, ເສດຖະກິດສີຂຽວ, ນະວັດຕະກຳ ແລະ ອື່ນໆ.
ການນຳສອງທ່ານໄດ້ສະໜັບສະໜູນການຊຸກຍູ້ການຮ່ວມມືດ້ານຊັບພະຍາກອນມະນຸດ ແລະ ບຳລຸງສ້າງແຮງງານ ເພື່ອສະໜັບສະໜູນການພັດທະນາເສດຖະກິດຕາມຄວາມຮູ້ຂອງສອງປະເທດ.
ພາບລວມຂອງກອງປະຊຸມ. (ພາບ: ແອງເຊີນ) |
ສອງຝ່າຍກໍ່ເຫັນດີເປັນເອກະພາບຈະປຶກສາຫາລື ແລະ ເຊັນສັນຍາລະຫວ່າງລັດຖະບານກ່ຽວກັບການຮ່ວມມືດ້ານການຄ້າເຂົ້າສານໂດຍໄວ ເພື່ອພ້ອມກັນຮັບປະກັນບັນດາເປົ້າໝາຍຄ້ຳປະກັນສະບຽງອາຫານ ຕໍ່ໜ້າບັນດາການຜັນແປທີ່ສັບສົນຂອງລະບົບຕ່ອງໂສ້ການສະໜອງສະບຽງອາຫານທົ່ວໂລກໃນໄລຍະມໍ່ໆມານີ້.
2 ຝ່າຍກໍ່ໄດ້ແລກປ່ຽນທັດສະນະກ່ຽວກັບການຊຸກຍູ້ການຮ່ວມມື ແລະ ສົມທົບກັນຢ່າງແໜ້ນແຟ້ນໃນບັນດາບັນຫາບົນທະເລ. ທ່ານປະທານປະເທດ ຟີລິບປິນ ຢືນຢັນວ່າ ຟີລິບປີນ ຈະສືບຕໍ່ປະຕິບັດຕໍ່ຊາວປະມົງຖືກຈັບດ້ວຍມະນຸດສະທຳ ດ້ວຍຈິດໃຈມິດຕະພາບ ແລະ ຄູ່ຮ່ວມມືຍຸດທະສາດ, ພ້ອມທັງສະໜັບສະໜູນບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ເພື່ອຍົກອອກໃບເຫຼືອງ IUU ຂອງຄະນະກຳມະການເອີລົບ.
ທີ່ມາ
(0)