ທ່ານປະທານ ສະພາແຫ່ງຊາດ ຫວູວັນດິ່ງເຫ້ວ ຊົມເຊີຍ ສປປ ລາວ ໄດ້ຈັດຕັ້ງກອງປະຊຸມສຸດຍອດ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທຳອິດໃນເດືອນ 12/2023 ໄດ້ຮັບຜົນສຳເລັດ, ຜ່ານນັ້ນຊ່ວຍຮັດແໜ້ນການພົວພັນລະຫວ່າງ 3 ສະພາແຫ່ງຊາດເວົ້າສະເພາະ ແລະ 3 ປະເທດເວົ້າລວມ; ຢືນຢັນວ່າ: ຍາມໃດຫວຽດນາມ ກໍ່ໃຫ້ບຸລິມະສິດສູງສຸດໃຫ້ແກ່ສາຍພົວພັນແບບພິເສດຫວຽດນາມ - ລາວ.
ທ່ານປະທານສະພາແຫ່ງຊາດ ຫວູດຶກດາມ ແລະ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ
ທ່ານນາຍົກລັດຖະມົນຕີ Sonexay Siphandone ຕີລາຄາສູງໝາກຜົນແຫ່ງການຢ້ຽມຢາມລາວຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ໃນເດືອນ 5/2022 ແລະ ຂອບໃຈ ຫວຽດນາມ ໄດ້ໃຫ້ການຊ່ວຍເຫຼືອລາວ ໃນການຈັດຕັ້ງກອງປະຊຸມສຸດຍອດສະພາແຫ່ງຊາດ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທຳອິດ; ເນັ້ນໜັກວ່າ ຍາມໃດກໍ່ເອົາໃຈໃສ່ ແລະ ຖືວ່າ ຫວຽດນາມ ບັນລຸໄດ້ບັນດາຜົນງານພັດທະນາ ເສດຖະກິດ - ສັງຄົມ ແມ່ນກຳລັງໜູນອັນໃຫຍ່ຫຼວງຂອງພາລະກິດປະຕິວັດລາວ.
ການນຳສອງທ່ານໄດ້ຕີລາຄາສູງບັນດາຜົນງານທີ່ສຳຄັນໃນການຮ່ວມມືຫວຽດນາມ - ລາວ ເວົ້າລວມ ແລະ ການຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດເວົ້າສະເພາະ. ພ້ອມກັນນັ້ນ, ສອງຝ່າຍເຫັນດີເປັນເອກະສັນກັນກ່ຽວກັບຄວາມຈຳເປັນຕ້ອງສົມທົບກັນຢ່າງແໜ້ນແຟ້ນ, ປະຕິບັດບັນດາຂໍ້ຕົກລົງຂັ້ນສູງຢ່າງຕັ້ງໜ້າ.
ເນັ້ນໜັກເຖິງການຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການລົງທຶນ, ເພີ່ມທະວີການເຊື່ອມຈອດດ້ານເສດຖະກິດ, ການເຊື່ອມຕໍ່ຄົມມະນາຄົມ, ຊຸກຍູ້ການສຶກສາ, ບຳລຸງສ້າງ, ວັດທະນະທຳ ແລະ ການແລກປ່ຽນປະຊາຊົນ; ພ້ອມກັນນັ້ນ, ເຫັນດີເປັນເອກະສັນກັນກ່ຽວກັບຄວາມຈຳເປັນຕ້ອງສືບຕໍ່ເອົາໃຈໃສ່ ແລະ ແກ້ໄຂຄວາມຫຍຸ້ງຍາກ, ສິ່ງກີດຂວາງໃຫ້ແກ່ວິສາຫະກິດ ແລະ ບັນດາໂຄງການຮ່ວມມືສຳຄັນລະຫວ່າງ 2 ປະເທດ.
ກ່ຽວກັບການຮ່ວມມືລະຫວ່າງສອງສະພາແຫ່ງຊາດ, 2 ຝ່າຍໄດ້ເຫັນດີເປັນເອກະສັນກັນສະໜັບສະໜູນການຊຸກຍູ້ການພົວພັນແລກປ່ຽນການຢ້ຽມຢາມ ແລະ ການພົວພັນລະຫວ່າງການນຳຂອງສະພາແຫ່ງຊາດ ແລະ ລະຫວ່າງບັນດາຄະນະກຳມະການສະພາແຫ່ງຊາດ 2 ປະເທດ; ສືບຕໍ່ເພີ່ມທະວີການຮ່ວມມື ແລະ ແລກປ່ຽນບົດຮຽນລະຫວ່າງສອງອົງການນິຕິບັນຍັດ, ໂດຍສະເພາະແມ່ນການກໍ່ສ້າງສະຖາບັນ, ລະບົບກົດໝາຍ ແລະ ຊີ້ນຳປະຕິບັດບັນດາຂໍ້ຕົກລົງຮ່ວມມື ແລະ ສົນທິສັນຍາລະຫວ່າງສອງລັດຖະບານ.
ນອກຈາກນັ້ນ, ສອງຝ່າຍຍັງຈະສືບຕໍ່ເພີ່ມທະວີການສົມທົບກັນລະຫວ່າງຄະນະກໍາມາທິການຂອງສະພາແຫ່ງ ຊາດຂອງສອງປະເທດ ເພື່ອຊີ້ນໍາໆພາການປະຕິບັດບັນດາຂໍ້ຕົກລົງ ແລະໂຄງການຮ່ວມມືລະຫວ່າງສອງປະເທດ; ສືບຕໍ່ສົມທົບກັນຈັດຕັ້ງກອງປະຊຸມ ແລະ ສຳມະນາກ່ຽວກັບວຽກງານວິຊາຊີບລະຫວ່າງບັນດາອົງການທີ່ກ່ຽວຂ້ອງຂອງສອງສະພາແຫ່ງຊາດ.
2 ຝ່າຍເຫັນດີເປັນເອກະພາບສະໜັບສະໜູນສະພາແຫ່ງຊາດຂອງສອງປະເທດສືບຕໍ່ຮ່ວມມື ແລະ ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສສາກົນ ແລະ ພາກພື້ນ, ພິເສດແມ່ນຢູ່ສະພາແຫ່ງຊາດ ອາຊຽນ (AIPA).
ທ່ານປະທານສະພາແຫ່ງຊາດ ຫວູວັນດິ່ງເຫ້ວ ຊົມເຊີຍ ສປປ ລາວ ໄດ້ຮັບບົດບາດເປັນປະທານອາຊຽນ ແລະ AIPA ປີ 2024; ຢືນຢັນວ່າ ຫວຽດນາມ ພ້ອມແລ້ວທີ່ຈະໃຫ້ການສະໜັບສະໜູນຢ່າງສູງສຸດໃຫ້ແກ່ລາວ ປະຕິບັດໜ້າທີ່ທີ່ສຳຄັນຂອງສາກົນດັ່ງກ່າວຢ່າງສຳເລັດຜົນ; ແລະ ພ້ອມກັນນັ້ນກໍສະເໜີໃຫ້ສະພາແຫ່ງຊາດຂອງສອງປະເທດສົມທົບກັນຢ່າງຕັ້ງໜ້າກັບສະພາແຫ່ງຊາດກຳປູເຈຍ ເພື່ອປະຕິບັດບັນດາໝາກຜົນທີ່ບັນລຸໄດ້ໃນກອງປະຊຸມສຸດຍອດຄັ້ງທຳອິດລະຫວ່າງປະທານສະພາແຫ່ງຊາດ 3 ປະເທດໃນຫວ່າງມໍ່ໆມານີ້.
ແຫຼ່ງທີ່ມາ
(0)