ຕອນຄ່ຳວັນທີ 20 ມັງກອນນີ້, ຕາມເວລາຫວຽດນາມ, ທ່ານນາຍົກລັດຖະມົນຕີ ເຊັກໂກ Petr Fiala ໄດ້ຈັດພິທີຕ້ອນຮັບຢ່າງສົມກຽດຂອງທ່ານນາຍົກລັດຖະມົນຕີ ຟ້າມບິງມິນ ໃນການຢ້ຽມຢາມສາທາລະນະລັດ ເຊັກໂກ ຢ່າງເປັນທາງການ. ທີ່ການເຈລະຈາ, ການນຳສອງທ່ານໄດ້ເຫັນດີເປັນເອກະສັນຈະປະກາດຍົກລະດັບການພົວພັນຫວຽດນາມ - ເຊັກໂກ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດ.
ທ່ານນາຍົກລັດຖະມົນຕີ ເຊັກໂກ Petr Fiala ໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ Pham Minh Chinh ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ, ເນັ້ນໜັກວ່າ ການຢ້ຽມຢາມແມ່ນຂີດໝາຍປະຫວັດສາດໃໝ່ໃນການພົວພັນ 2 ຝ່າຍ, ແມ່ນການຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນ ທາງການທູດ , ເປີດໜ້າໃໝ່ໃນການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດ. ສາທາລະນະລັດ ເຊັກໂກ, ຢືນຢັນວ່າ ຫວຽດນາມ ແມ່ນປະເທດສຳຄັນ ແລະ ໃກ້ຊິດທີ່ສຸດຂອງສາທາລະນະລັດ ເຊັກໂກ ຢູ່ອາຊີຕາເວັນອອກສ່ຽງໃຕ້.
ທ່ານນາຍົກລັດຖະມົນຕີ Petr Fiala ສະແດງຄວາມຊົມເຊີຍ ແລະ ເຄົາລົບນັບຖືການພັດທະນາເສດຖະກິດ - ສັງຄົມຂອງຫວຽດນາມ ແລະ ແບ່ງປັນຄວາມຮູ້ສຶກພິເສດກ່ຽວກັບການຢ້ຽມຢາມຫວຽດນາມ ປີ 2023 ຢ່າງເປັນທາງການ.
ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ສະແດງໃຫ້ເຫັນວ່າ, ທຸກໆຄັ້ງທີ່ມາຢ້ຽມຢາມ ສ.ເຊັກໂກ, ທ່ານຈະຮູ້ສຶກເຖິງບັນດາບາດກ້າວປະຫວັດສາດ ແລະ ວັດທະນະທຳຂອງ Prague, ເພັດພອຍຂອງນະຄອນຫຼວງເອີລົບ.
ທ່ານນາຍົກລັດຖະມົນຕີ ໄດ້ຂອບໃຈລັດຖະບານ ເຊັກໂກ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສະໜິດສະໜົມ ໃຫ້ແກ່ຄະນະຜູ້ແທນ; ໄດ້ສົ່ງຄວາມເຄົາລົບນັບຖືຈາກທ່ານເລຂາທິການໃຫຍ່ To Lam, ທ່ານປະທານປະເທດ Luong Cuong ແລະ ທ່ານປະທານສະພາແຫ່ງຊາດ Tran Thanh Man ເຖິງທ່ານນາຍົກລັດຖະມົນຕີ Petr Fiala ແລະ ບັນດາການນຳຂັ້ນສູງ ສ.
ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ເນັ້ນໜັກວ່າ, ປະຊາຊົນຫວຽດນາມ ຍາມໃດກໍລະນຶກເຖິງການຊ່ວຍເຫຼືອຢ່າງຈິງໃຈ, ສຸດໃຈ, ບໍ່ເຫັນແກ່ຕົວ ແລະ ບໍລິສຸດທີ່ ສ.ເຊັກໂກ ໄດ້ມອບໃຫ້ຫວຽດນາມ ໃນຂະບວນການຕໍ່ສູ້ປົດປ່ອຍປະເທດຊາດ, ສ້າງສາ ແລະ ພັດທະນາປະເທດຊາດ.
ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນກັບ ສ.ເຊັກໂກ, ແມ່ນເພື່ອນມິດທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືບຸລິມະສິດອັນດັບໜຶ່ງຂອງ ຫວຽດນາມ ຢູ່ ເອີລົບກາງ ແລະ ຕາເວັນອອກ.
ໃນບັນຍາກາດແຫ່ງຄວາມໄວ້ເນື້ອເຊື່ອໃຈ ແລະ ກົງໄປກົງມາ, ທ່ານນາຍົກລັດຖະມົນຕີ 2 ທ່ານ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງຕັ້ງໜ້າໃນການພົວພັນລະຫວ່າງ 2 ປະເທດ, ເຫັນດີເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງຜ່ານທຸກຊ່ອງທາງ; ເຫັນດີປະກາດຍົກລະດັບການພົວພັນ ຫວຽດນາມ - ເຊັກໂກ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ແລະ ກໍ່ສ້າງໂຄງການດຳເນີນງານເພື່ອປະຕິບັດຂອບການຮ່ວມມືຍຸດທະສາດຢ່າງເລິກເຊິ່ງກ້ວາງຂວາງ ແລະ ແທດຈິງໃນສະພາບການໃໝ່.
ດ້ວຍຄວາມຕັດສິນໃຈດັ່ງກ່າວ, ສາທາລະນະລັດ ເຊັກໂກ ກາຍເປັນປະເທດເອີລົບຕາເວັນອອກກາງທຳອິດທີ່ມີການພົວພັນຄູ່ຮ່ວມມືຍຸດທະສາດກັບ ຫວຽດນາມ.
2 ຝ່າຍເຫັນດີເປັນເອກະສັນຊຸກຍູ້ການຮ່ວມມືໃນຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດທີ່ໄດ້ຮັບການລົງນາມໃນຄັ້ງນີ້, ຊຸກຍູ້ການຮ່ວມມືໃນບັນດາຂົງເຂດພື້ນເມືອງຄື: ປ້ອງກັນປະເທດ - ຄວາມໝັ້ນຄົງ, ການຄ້າ - ການລົງທຶນ, ວິທະຍາສາດ - ເຕັກໂນໂລຢີ, ສຶກສາ - ບຳລຸງສ້າງ, ວັດທະນະທຳ - ທ່ອງທ່ຽວ ແລະ ການແລກປ່ຽນປະຊາຊົນ, ເພີ່ມທະວີການພົວພັນຮ່ວມມືກັບບັນດາຂົງເຂດທີ່ມີທ່າແຮງຄື: ພະລັງງານທົດແທນ, ນະວັດຕະກຳ, ການຫັນປ່ຽນດີຈີຕອນ, ເຕັກໂນໂລຊີຂຽວ, ພະລັງງານປອດໄພ, ສາທາລະນະສຸກ. ສະໜັບສະໜູນ ແລະ ເປັນປະຕູໃຫ້ສິນຄ້າຂອງກັນແລະກັນເຂົ້າສູ່ຕະຫຼາດອາຊຽນ ແລະ EU.
ທ່ານນາຍົກລັດຖະມົນຕີ Petr Fiala ໄດ້ຕີລາຄາສູງຄຳຕັດສິນຂອງຫວຽດນາມ ໃນການຍົກເວັ້ນວີຊາໃຫ້ພົນລະເມືອງ ເຊັກໂກ ໃນປີ 2025, ຖືວ່າ, ນີ້ຈະເປັນການຊຸກຍູ້ການເພີ່ມທະວີການຮ່ວມມືດ້ານການທ່ອງທ່ຽວ ແລະ ການແລກປ່ຽນປະຊາຊົນ.
ກ່ຽວກັບການຄ້າແລະການລົງທຶນ, ຍັງມີຊ່ອງຫວ່າງຫຼາຍໃນການຂະຫຍາຍຕົວ. 2 ຝ່າຍເຫັນດີເປັນເອກະສັນຊຸກຍູ້ບັນດາວິສາຫະກິດ ເຊັກໂກ ຊຸກຍູ້ການລົງທຶນຢູ່ ຫວຽດນາມ ໃນບັນດາຂົງເຂດສຳຄັນຄື: ອຸດສາຫະກຳໜູນຊ່ວຍລົດຍົນ, ພະລັງງານທົດແທນ, ຜະລິດເຄື່ອງຈັກ, ຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ, ເຄມີ, ປຸງແຕ່ງສະບຽງອາຫານ ແລະ ອື່ນໆ; ແລະສົມທົບກັນຈັດຕັ້ງປະຕິບັດ EVFTA ຢ່າງມີປະສິດທິຜົນ. ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ ສາທາລະນະລັດ ເຊັກໂກ ສະໜັບສະໜູນບັນດາປະເທດ EU ທີ່ຍັງເຫຼືອໃຫ້ສັດຕະຍາບັນສັນຍາ EVIPA ຢ່າງວ່ອງໄວ, ສະໜັບສະໜູນ EC ໃນການຍົກເລີກ “ບັດເຫຼືອງ” IUU ສຳລັບສິນທະເລຫວຽດນາມ ໂດຍໄວ.
ທ່ານນາຍົກລັດຖະມົນຕີ Petr Fiala ປິຕິຊົມຊື່ນຕໍ່ສາຍພົວພັນມິດຕະພາບທີ່ມີມາແຕ່ດົນນານ 75 ປີລະຫວ່າງຫວຽດນາມ ແລະ ສ.ເຊັກໂກ ບັນລຸໄດ້ບັນດາໝາກຜົນທີ່ດີ; ຕີລາຄາ ຫວຽດນາມ ແມ່ນໜຶ່ງໃນບັນດາຕະຫຼາດທີ່ມີທ່າແຮງທີ່ສຸດຂອງ ສາທາລະນະລັດ ເຊັກໂກ ຢູ່ພາກພື້ນ ອາຊີ - ປາຊີຟິກ, ມີວິສາຫະກິດ ເຊັກໂກ ນັບມື້ນັບມີຄວາມສົນໃຈຢາກເປີດກວ້າງການລົງທຶນ ແລະ ດຳເນີນທຸລະກິດຢູ່ ຫວຽດນາມ; ເຫັນດີວ່າ, ສອງຝ່າຍຕ້ອງເພີ່ມທະວີການຮ່ວມມືໃນຂົງເຂດອຸດສາຫະກຳສະບຽງອາຫານ, ອຸດສາຫະກຳຜະລິດ ແລະ ປຸງແຕ່ງ, ຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ແລະ ອື່ນໆ; ໄດ້ເຫັນດີກັບຂໍ້ສະເໜີຂອງທ່ານນາຍົກລັດຖະມົນຕີ Pham Minh Chinh ໃນໄວໆນີ້ຈະເປີດສາຍການບິນໂດຍກົງລະຫວ່າງ 2 ປະເທດ ແລະ ຜ່ານ ສ.ເຊັກໂກ ໄປຍັງເອີລົບກາງ ແລະ ຕາເວັນອອກ.
ທ່ານນາຍົກລັດຖະມົນຕີ Petr Fiala ສະເໜີໃຫ້ລັດຖະບານຫວຽດນາມ ໜູນຊ່ວຍສ້າງຕັ້ງສູນວັດທະນະທຳ ເຊັກໂກ ຢູ່ຫວຽດນາມ.
ນາຍົກລັດຖະມົນຕີ 2 ທ່ານ ສະເໜີໃຫ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ສົມທົບກັນຢ່າງແໜ້ນແຟ້ນ ເພື່ອກະກຽມໃຫ້ແກ່ກອງປະຊຸມຄະນະກຳມາທິການລະຫວ່າງລັດຖະບານ ກ່ຽວກັບການຮ່ວມມືດ້ານເສດຖະກິດ ຄັ້ງທີ 8.
ທ່ານນາຍົກລັດຖະມົນຕີ ເຊັກໂກ ຕີລາຄາສູງບົດບາດຂອງປະຊາຄົມຊາວ ຫວຽດນາມ ຢູ່ ສ.ເຊັກໂກ ແລະ ຢືນຢັນຈະສືບຕໍ່ສ້າງເງື່ອນໄຂສະດວກໃຫ້ປະຊາຄົມດຳລົງຊີວິດ ແລະ ເຮັດວຽກຢູ່ ເຊັກໂກ.
ນາຍົກລັດຖະມົນຕີ 2 ທ່ານ ຢືນຢັນຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ ແລະ ບັນດາອົງການສາກົນ. ປຶກສາຫາລືບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີບັນຫາທະເລຕາເວັນອອກ, 2 ຝ່າຍໄດ້ເຫັນດີເປັນເອກະພາບວ່າ ບັນດາການຂັດແຍ້ງ, ຄວາມຂັດແຍ້ງໃນໂລກຕ້ອງແກ້ໄຂໂດຍສັນຕິວິທີ, ບົນພື້ນຖານຫຼັກການພື້ນຖານຂອງກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ, ພິເສດແມ່ນ UNCLOS ປີ 1982.
ການນຳ 2 ທ່ານ ໄດ້ຕີລາຄາສູງຄວາມສຳຄັນຂອງການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແລະ ເຫັນດີເປັນເອກະພາບຊຸກຍູ້ການຮ່ວມມືດ້ານການຮັກສາສັນຕິພາບໃນຂອບເຂດສະຫະປະຊາຊາດ, ການຄ້າການທະຫານ, ອຸດສາຫະກຳປ້ອງກັນຊາດ, ຝຶກແອບ; ເພີ່ມທະວີການແລກປ່ຽນຄະນະຜູ້ແທນ ເພື່ອແລກປ່ຽນບົດຮຽນ ແລະ ສົມທົບກັນໃນການປ້ອງກັນອາດຊະຍາກຳ, ໂດຍສະເພາະແມ່ນການຈັດຕັ້ງ, ອາຊະຍາກຳເຕັກໂນໂລຊີສູງ, ການເຄື່ອນຍ້າຍຜິດກົດໝາຍ, ຢາເສບຕິດ ແລະ ອື່ນໆ.
ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ຂອບໃຈທ່ານນາຍົກລັດຖະມົນຕີ Petr Fiala ແລະ ລັດຖະບານ ເຊັກໂກ ທີ່ໄດ້ເອົາໃຈໃສ່ ແລະ ສະເໜີສືບຕໍ່ສ້າງເງື່ອນໄຂສະດວກໃຫ້ປະຊາຄົມຊາວ ຫວຽດນາມ ຢູ່ ເຊັກໂກ ດຳລົງຊີວິດ, ເຮັດວຽກ ແລະ ສຶກສາຢູ່ ເຊັກໂກ ຢ່າງໝັ້ນຄົງ.
ທີ່ມາ






(0)