
ທີ່ການພົບປະ, ທ່ານຮອງນາຍົກລັດຖະມົນຕີ ບຸ່ຍແທງເຊີນ ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ໃນການໜູນຊ່ວຍ ແລະ ຊຸກຍູ້ການພົວພັນຫຼາຍຝ່າຍ ແລະ ການຮ່ວມມືສາກົນໃນການແກ້ໄຂບັນຫາທົ່ວໂລກ, ປະກອບສ່ວນຮັກສາ ສັນຕິພາບ ແລະ ຄວາມໝັ້ນຄົງສາກົນ. ຫວຽດນາມ ຊົມເຊີຍບັນດາຄວາມມານະພະຍາຍາມ ແລະ ຕີລາຄາສູງບົດບາດຂອງອົງການສະຫະປະຊາຊາດ ໂດຍທົ່ວໄປ ແລະ UNODC ເວົ້າສະເພາະ ໃນການໜູນຊ່ວຍບັນດາປະເທດໃນການປ້ອງກັນ ແລະ ຕ້ານອາດຊະຍາກຳທຸກປະເພດ, ການຄ້າຢາເສບຕິດ, ການຟອກເງິນ, ການຄ້າມະນຸດ ແລະ ອື່ນໆ.
ຕີລາຄາວ່າ 2 ຝ່າຍໄດ້ຮ່ວມມືເປັນຢ່າງດີໃນໄລຍະມໍ່ໆມານີ້, ທ່ານຮອງນາຍົກລັດຖະມົນຕີ ປາດຖະໜາວ່າ ຈະສືບຕໍ່ຊຸກຍູ້ການພົວພັນຮ່ວມມື, ລົງເລິກບັນດາໂຄງການ, ການເຄື່ອນໄຫວຮ່ວມມືສະເພາະ.
ທ່ານຮອງນາຍົກລັດຖະມົນຕີ ໄດ້ຕີລາຄາສູງ ແລະ ຂອບໃຈ UNODC ທີ່ໄດ້ໃຫ້ການຮ່ວມມືຢ່າງແໜ້ນແຟ້ນ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການກະກຽມ ແລະ ຈັດຕັ້ງພິທີລົງນາມສົນທິສັນຍາສາກົນຕ້ານອາດຊະຍາກຳທາງອິນເຕີເນັດ; ເນັ້ນໜັກວ່າ, ຫວຽດນາມ ຫວັງວ່າ UNODC ສືບຕໍ່ພ້ອມກັບ ຫວຽດນາມ ໃນການຊຸກຍູ້ການລົງນາມໃນສົນທິສັນຍາ, ປະກອບສ່ວນເຂົ້າໃນການມີຜົນສັກສິດໃນໄລຍະໄວ.
ທ່ານຮອງນາຍົກລັດຖະມົນຕີ ກໍ່ໃຫ້ຮູ້ວ່າ: ຫວຽດນາມ ສະໜັບສະໜູນ ແລະ ຕັ້ງໜ້າເຂົ້າຮ່ວມບັນດາໂຄງການ UNODC ເພື່ອໜູນຊ່ວຍບັນດາປະເທດພວມພັດທະນາໃຫ້ສັດຕະຍາບັນ ແລະ ຜັນຂະຫຍາຍສົນທິສັນຍາດັ່ງກ່າວໃນພາກປະຕິບັດ, ເຊັ່ນ: ຂໍ້ລິເລີ່ມສ້າງຕັ້ງສູນກາງເພີ່ມທະວີຄວາມສາມາດດ້ານຄວາມປອດໄພທາງອິນເຕີແນັດຢູ່ພາກພື້ນອາຊີ - ປາຊີຟິກ .
ທ່ານຮອງນາຍົກລັດຖະມົນຕີ ໄດ້ຕີລາຄາສູງການຮ່ວມມືລະຫວ່າງສອງປະເທດໃນຂົງເຂດປ້ອງກັນ ແລະ ຄວບຄຸມຢາເສບຕິດ, ໃນຂອບເຂດການຮ່ວມມືລະຫວ່າງສອງປະເທດໃນພາກພື້ນ ແລະ ອະນຸພາກພື້ນ, ພິເສດແມ່ນໃນຂອບເຂດການຮ່ວມມືແມ່ນ້ຳຂອງ, ສະເໜີ UNODC ຄົ້ນຄວ້າຄວາມສາມາດໜູນຊ່ວຍບັນດາກະຊວງ, ຂະແໜງການຂອງ ຫວຽດນາມ ໃນການປະຕິບັດບັນດາໂຄງການຈຸດໝາຍແຫ່ງຊາດກ່ຽວກັບການຕ້ານ ແລະ ຄວບຄຸມຢາເສບຕິດ.
ສ່ວນທ່ານເລຂາທິການໃຫຍ່ ສປຊ ແລະ ຜູ້ບໍລິຫານ UNODC ໄດ້ສະແດງຄວາມຊົມເຊີຍຕໍ່ຄຳໝັ້ນສັນຍາອັນໜັກແໜ້ນ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ຕໍ່ກັບບັນດາຄວາມມານະພະຍາຍາມລວມຂອງປະຊາຄົມສາກົນໃນການຕໍ່ສູ້ຕ້ານອາດຊະຍາກຳ, ພິເສດແມ່ນອາດຊະຍາກຳທາງອິນເຕີເນັດ, ອາດຊະຍາກຳຢາເສບຕິດ, ການຟອກເງິນ, ການຄ້າມະນຸດ ແລະ ອື່ນໆ.
ຕ້ອນຮັບ ຫວຽດນາມ ເຂົ້າຮ່ວມພິທີລົງນາມໃນສົນທິສັນຍາສະຫະປະຊາຊາດຕ້ານອາດຊະຍາກຳທາງອິນເຕີເນັດ ແລະ ຕີລາຄາສູງບັນດາຄວາມມານະພະຍາຍາມຂອງອຳນາດການປົກຄອງຫວຽດນາມ ໃນການກະກຽມພິທີລົງນາມ, ທ່ານນາງ Ghada Waly ໃຫ້ຮູ້ວ່າ, ພາຍຫຼັງພິທີລົງນາມ, UNODC ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບ ຫວຽດນາມ ເພື່ອຊຸກຍູ້ບັນດາປະເທດໃຫ້ສັດຕະຍາບັນສົນທິສັນຍາດັ່ງກ່າວ ເພື່ອໃຫ້ປະກົດຜົນເປັນຈິງ ແລະ ມີປະສິດທິຜົນ.
ທ່ານນາງ Ghada Waly ກໍ່ຊົມເຊີຍຂໍ້ລິເລີ່ມຂອງ ຫວຽດນາມ ໃນການສ້າງສູນຝຶກອົບຮົມພາກພື້ນກ່ຽວກັບການຕ້ານອາດຊະຍາກຳທາງອິນເຕີເນັດ ແລະ ຢືນຢັນຄຳໝັ້ນສັນຍາຂອງ UNODC ທີ່ຈະຮ່ວມມືກັບລັດຖະບານ ຫວຽດນາມ ໃນການສ້າງຕັ້ງ ແລະ ດຳເນີນສູນ.
ທ່ານນາງ Ghada Waly ຢືນຢັນວ່າ UNODC ຈະສືບຕໍ່ເພີ່ມທະວີການແລກປ່ຽນ ແລະ ຮ່ວມມືກັບ ຫວຽດນາມ ກໍ່ຄືບັນດາປະເທດໃນພາກພື້ນ ກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານອາດຊະຍາກຳ, ຍົກສູງປະສິດທິຜົນການປະຕິບັດບັນດາຂໍ້ຕົກລົງ ແລະ ຂໍ້ລິເລີ່ມທີ່ມີຢູ່ແລ້ວ, ພ້ອມແລ້ວທີ່ຈະພິຈາລະນາກໍ່ສ້າງ ແລະ ເຂົ້າຮ່ວມບັນດາຍຸດທະສາດ, ຂໍ້ຕົກລົງ ແລະ ຂໍ້ລິເລີ່ມທີ່ເໝາະສົມໃໝ່.
ທີ່ມາ: https://baotintuc.vn/thoi-su/viet-nam-tang-cuong-hop-tac-voi-unodc-trong-phong-chong-toi-pham-20251021201901655.htm
(0)