ທີ່ການໃຫ້ສຳພາດກັບ VNA ເນື່ອງໃນໂອກາດທີ່ທ່ານປະທານປະເທດ ເຈືອງເຕີນຊາງ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ເຂົ້າຮ່ວມການໂອ້ລົມສົນທະນາຂັ້ນສູງສະໄໝສາມັນເທື່ອທີ 80 ຂອງສະມັດຊາໃຫຍ່ສະຫະປະຊາຊາດ, ທ່ານນາງ Kanni Wignaraja ສະແດງຄວາມເຊື່ອໝັ້ນວ່າ ຫວຽດນາມ ຈະສືບຕໍ່ປະກອບສ່ວນສຳຄັນເຂົ້າໃນວຽກງານຮ່ວມຂອງສະຫະປະຊາຊາດ. ທ່ານນາງ Kanni Wignaraja ຖືວ່າ, ຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມປາຖະໜາຢ່າງຈະແຈ້ງທີ່ຈະມີບົດບາດໃຫຍ່ກວ່າ ແລະ ປະກອບສ່ວນຫຼາຍກວ່າອີກໃຫ້ອາຊຽນ, ພາກພື້ນອາຊີ - ປາຊີຟິກ ກໍ່ຄືຂອງໂລກ.
ຕາມທ່ານນາງແລ້ວ, ໂລກຕ້ອງການສຽງເວົ້າຄືຫວຽດນາມ ແລະ ຫວັງຢາກເຫັນຫວຽດນາມ ປະກອບສ່ວນສຳຄັນໃນການເຄື່ອນໄຫວສ້າງສາສັນຕິພາບ ແລະ ຮັກສາ ສັນຕິພາບ , ໜູນຊ່ວຍບັນດາປະເທດປະສົບກັບຄວາມຫຍຸ້ງຍາກ. ກ່ຽວກັບການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງຂອງສະຫະປະຊາຊາດ (SDGs), ອີງຕາມຜູ້ອໍານວຍການພາກພື້ນອາຊີປາຊີຟິກຂອງ UNDP, SDGs ບໍ່ແມ່ນຈຸດຫມາຍປາຍທາງ, ແຕ່ເປັນການເດີນທາງຂອງການພັດທະນາຢ່າງຕໍ່ເນື່ອງ. ແລະ ຫວຽດນາມ ໄດ້ຮັບຜົນສຳເລັດໃນການເຊື່ອມໂຍງ SDGs ເຂົ້າໃນແຜນການແຫ່ງຊາດ.
ທ່ານນາງ Kanni Wignaraja ຖືວ່າ ເປັນກຽດຂອງ UNDP ໂດຍສະເພາະ ແລະ ສະຫະປະຊາຊາດ ໂດຍທົ່ວໄປໄດ້ເຮັດວຽກຢູ່ ຫວຽດນາມ; ແລະ ເຊື່ອໝັ້ນວ່າ, ຖ້າຫາກສືບຕໍ່ລົງທຶນປະຊາຊົນ, ຄວາມສາມາດ, ຄວາມມຸ່ງມາດປາດຖະໜາ, ເອກະລັກ ແລະ ຄວາມສະເໝີພາບ, ຫວຽດນາມ ຈະບັນລຸໄດ້ບັນດາຜົນງານທີ່ຕັ້ງໜ້າກວ່າອີກໃນອະນາຄົດ.
ທີ່ມາ: https://nhandan.vn/viet-nam-tiep-tuc-dong-gop-cho-cong-viec-chung-cua-the-gioi-post909290.html
(0)