
ພາຍຫຼັງພິທີເປີດຕົວ, ໂຄງການໄດ້ຮັບການຕອບຮັບຢ່າງຕັ້ງໜ້າຈາກບັນດາອົງການ, ຫົວໜ່ວຍ, ໂຮງຮຽນ, ນັກທຸລະກິດ ແລະ ປະຊາຊົນໃນບໍລິເວນດ້ວຍຍອດຈຳນວນເງິນບໍລິຈາກເກືອບ 154 ລ້ານດົ່ງ. ຈໍານວນທັງໝົດຈະຖືກສັງລວມ, ຄຸ້ມຄອງ ແລະ ຈັດສັນໂດຍຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ປະຈໍາບ້ານ ເພື່ອຊ່ວຍເຫຼືອໂດຍກົງໃຫ້ແກ່ຄອບຄົວທຸກຍາກ, ໃກ້ທຸກຍາກ ແລະ ດ້ອຍໂອກາດໃນບໍລິເວນ.
ການເຄື່ອນໄຫວໜູນຊ່ວຍກອງທຶນ “ເພື່ອຄົນທຸກຍາກ” ປີ 2025 ຂອງຕາແສງ ຮ່ວາງຮວາທາມ ຈະດຳເນີນຮອດວັນທີ 18 ພະຈິກ 2025, ເພື່ອແນໃສ່ລະດົມບັນດາອົງການຈັດຕັ້ງ, ບຸກຄົນ ແລະ ປະຊາຄົມຮ່ວມແຮງຮ່ວມໃຈປະກອບສ່ວນ, ສ້າງແຫຼ່ງກຳລັງໜູນຊ່ວຍບັນດາຄອບຄົວດ້ອຍໂອກາດພັດທະນາ ເສດຖະກິດ , ຊີວິດການເປັນຢູ່ຢ່າງໝັ້ນຄົງ.
ດວງມະນີ
ທີ່ມາ: https://baohungyen.vn/xa-hoang-hoa-tham-phat-dong-quyen-gop-ung-ho-quy-vi-nguoi-ngheo-nam-2025-3187319.html






(0)