[embed]https://www.youtube.com/watch?v=SLZk2uGdakI[/embed]
ຫວ່າງມໍ່ໆນີ້, ກະຊວງສຶກສາທິການ ແລະ ບຳລຸງສ້າງ ໄດ້ກວດກາຄືນຂະບວນການຝຶກອົບຮົມ ແລະ ສົມທົບກັບບັນດາອົງການທີ່ກ່ຽວຂ້ອງ ເພື່ອກວດສອບຄຸນສົມບັດຂອງທ່ານ ຫວູວັນເຕິ໋ນຫວຽດ ຕາມຂະບວນການຢ່າງລະອຽດ, ຮອບດ້ານ, ສອດຄ່ອງກັບລະບຽບກົດໝາຍ.
ໝາກຜົນດັ່ງກ່າວໄດ້ກຳນົດວ່າ, ທ່ານ ຫວູງເຕີນຫວຽດ ໄດ້ໃຊ້ໃບປະກາດຈົບຊັ້ນມັດທະຍົມຕອນປາຍຢ່າງຜິດກົດໝາຍ ແລະ ທ່ານ ຫວູງເຕີນຫວຽດ ກໍ່ໄດ້ຍອມຮັບຕໍ່ເລື່ອງນີ້.
ກະຊວງ ສຶກສາທິການ ແລະ ບຳລຸງສ້າງ ໄດ້ຮຽກຮ້ອງໃຫ້ບັນດາສະຖາບັນການສຶກສາຊັ້ນສູງທີ່ກ່ຽວຂ້ອງ ເລັ່ງຖອນໃບປະກາດສະນີຍະບັດໃຫ້ທ່ານ ຫວູວັນເຕິ໋ນ ຫວຽດ ຕາມກົດໝາຍ, ພ້ອມທັງກວດກາຄືນບັນດາຂະບວນການຈັດຕັ້ງຝຶກອົບຮົມ ເພື່ອຫຼີກລ້ຽງບັນດາກໍລະນີທີ່ຄ້າຍຄືກັນ.
ທີ່ມາ: https://vtcnews.vn/yeu-cau-truong-dai-hoc-thu-bac-cap-cua-ong-thich-chan-quang-ar903088.html
(0)