ຕອນຄ່ຳວັນທີ 21 ພຶດສະພາ, ຍົນລຳທີ່ບັນທຸກທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ລົງຈອດຢູ່ສະໜາມບິນ Noi Bai, ສິ້ນສຸດການຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນ Hiroshima (ຍີ່ປຸ່ນ) ແຕ່ວັນທີ 19 – 21 ພຶດສະພາ 2017 ໄດ້ປະສົບຜົນສຳເລັດຢ່າງຈົບງາມໃນຫຼາຍດ້ານ ແລະ ສອງຝ່າຍ.
ຕອບສະໜອງຂ່າວກ່ຽວກັບໝາກຜົນການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ, ທ່ານລັດຖະມົນຕີ ການຕ່າງປະເທດ Bui Thanh Son ໃຫ້ຮູ້ວ່າ: ໃນບໍ່ເຖິງ 3 ວັນ, ທ່ານນາຍົກລັດຖະມົນຕີ ໄດ້ເປັນປະທານ ແລະ ເຂົ້າຮ່ວມປະມານ 40 ກິດຈະກຳ.
ຄຽງຂ້າງບັນດາວາລະໃນຂອບເຂດຂອງກອງປະຊຸມສຸດຍອດ G7 ໄດ້ຜັນຂະຫຍາຍ, ທ່ານນາຍົກລັດຖະມົນຕີ ຍັງມີຫຼາຍການເຄື່ອນໄຫວທີ່ອຸດົມສົມບູນ, ມີປະສິດທິຜົນ ແລະ ແທດຈິງກັບການນຳ ຍີ່ປຸ່ນ ກໍ່ຄືບັນດາການນຳຂອງບັນດາປະເທດ ແລະ ບັນດາອົງການສາກົນ... ປະກອບສ່ວນເພີ່ມທະວີການພົວພັນຄູ່ຮ່ວມມືເລິກເຊິ່ງກ່ວາອີກ.
ນາຍົກລັດຖະມົນຕີມີ 13 ກອງປະຊຸມເຮັດວຽກ, ໃນນັ້ນມີການເຈລະຈາກັບທ່ານນາຍົກລັດຖະມົນຕີ Kishida Fumio; ຮັບຮອງເຈົ້າແຂວງ ແລະ ປະທານສະພາແຫ່ງຊາດ Hiroshima; ໄດ້ຮັບສະມາຊິກສະພາແຫ່ງຊາດທີ່ມີເຂດເລືອກຕັ້ງຢູ່ Hiroshima; ໄດ້ພົບປະກັບບັນດາສະມາຄົມມິດຕະພາບກັບຫວຽດນາມ, ການນຳບັນດາສະມາຄົມໃຫຍ່ ແລະ ບັນດາວິສາຫະກິດ ຍີ່ປຸ່ນ ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ເວທີປາໄສວິສາຫະກິດ ຫວຽດນາມ - ຍີ່ປຸ່ນ...
ການພົບປະຄັ້ງນີ້ລ້ວນແຕ່ບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງ, ໃນນັ້ນມີການນຳສອງປະເທດເຫັນດີເປັນເອກະສັນກັນມານະພະຍາຍາມນຳສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຍີ່ປຸ່ນ ເພື່ອສັນຕິພາບ ແລະ ຄວາມວັດທະນາຖາວອນຢູ່ ອາຊີ ຂຶ້ນສູ່ລະດັບສູງໃໝ່, ພິເສດແມ່ນປີ 2023 – ຄົບຮອບ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຍີ່ປຸ່ນ.
ຍູ້ແຮງການເຄື່ອນໄຫວໃໝ່ຂອງການລົງທຶນຂອງຍີ່ປຸ່ນເຂົ້າຫວຽດນາມ
ຈຸດພົ້ນເດັ່ນແມ່ນຜ່ານບັນດາການພົບປະ ແລະ ການຕິດຕໍ່ພົວພັນຂອງທ່ານນາຍົກລັດຖະມົນຕີ, ບັນດາວິສາຫະກິດ ຍີ່ປຸ່ນ ປາດຖະໜາຢາກເພີ່ມທະວີການລົງທຶນ, ເປີດກວ້າງການຜະລິດ ແລະ ດຳເນີນທຸລະກິດຢູ່ ຫວຽດນາມ.
ຈິດໃຈ “ບັນດາຜົນປະໂຫຍດທີ່ກົມກຽວ, ແບ່ງປັນຄວາມສ່ຽງ” ແລະ ຄຳໝັ້ນສັນຍາທີ່ “ລັດຖະບານ ຫວຽດນາມ ຍາມໃດກໍ່ຮັບຟັງ ແລະ ເຂົ້າໃຈ” ທີ່ທ່ານນາຍົກລັດຖະມົນຕີ ໄດ້ນຳມາໃຫ້ບັນດາວິສາຫະກິດ ຍີ່ປຸ່ນ ໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຊຸກຍູ້ຂະບວນການລົງທຶນໃໝ່ຂອງປະເທດນີ້ຢູ່ ຫວຽດນາມ.
ບັນດານັກລົງທຶນຍີ່ປຸ່ນ ຕີລາຄາວ່າ: ຫວຽດນາມ ແມ່ນພື້ນຖານເສດຖະກິດຂະຫຍັນຂັນເຄື່ອນແຖວໜ້າຂອງພາກພື້ນ, ພັດທະນາຢ່າງວ່ອງໄວ ດ້ວຍກຳລັງແຮງງານທີ່ອຸດົມສົມບູນ ແລະ ມີຄຸນນະພາບ, ສະພາບແວດລ້ອມແຫ່ງການລົງທຶນ ແລະ ການດຳເນີນທຸລະກິດນັບມື້ນັບດີຂຶ້ນ.
ດ້ວຍການໜູນຊ່ວຍຂອງລັດຖະບານ, ບັນດາກະຊວງ, ສາຂາ ແລະ ທ້ອງຖິ່ນ, ບັນດານັກລົງທຶນ ຍີ່ປຸ່ນ ໃຫ້ຮູ້ວ່າ ຫວຽດນາມ ໄດ້ກາຍເປັນພື້ນຖານການຜະລິດ ແລະ ດຳເນີນທຸລະກິດສຳຄັນທີ່ສຸດຂອງຕົນ. ຫຼາຍຄຳໝັ້ນສັນຍາ ແລະ ການລົງທຶນທີ່ດຶງດູດໃຫ້ແກ່ຫວຽດນາມ ແມ່ນບັນດາວິສາຫະກິດບັນລຸໄດ້.
ພິເສດ, ທ່ານປະທານສະພາແຫ່ງຊາດ Kobayashi Fumiaki ໃຫ້ຮູ້ວ່າ: ຈະສືບຕໍ່ນຳພາຄະນະຜູ້ແທນວິສາຫະກິດມາຫວຽດນາມ ເພື່ອຮ່ວມມືໃນໄລຍະຈະມາເຖິງ.
ທ່ານ Akio Yoshida, ປະທານບໍລິຫານກຸ່ມ AEON ໃຫ້ຄຳໝັ້ນສັນຍາຈະພັດທະນາສູນການຄ້າປະມານ 20 ແຫ່ງຢູ່ຫວຽດນາມ, ໂດຍສຸມໃສ່ທຸລະກິດຊຸບເປີມາເກັດ ແລະ ການບັນເທິງ. ກຸ່ມນີ້ຍັງໄດ້ຂະຫຍາຍການນຳເຂົ້າສິນຄ້າຫວຽດນາມເພື່ອຈຳໜ່າຍຢູ່ສູນການຄ້າຂອງຍີ່ປຸ່ນກວ່າ 20.000 ແຫ່ງ.
ທ່ານ Fujimoto Masayoshi, ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Sojitz ໃຫ້ຮູ້ວ່າ, ມີວິສາຫະກິດປະມານ 70 ແຫ່ງພວມຄົ້ນຄວ້າຄວາມເປັນໄປໄດ້ຂອງ Sojitz ເປີດບັນດາສວນອຸດສາຫະກຳຢູ່ ຫວຽດນາມ ຕື່ມອີກ.
ຂໍ້ສະເໜີຂອງທ່ານນາຍົກລັດຖະມົນຕີ ໃນການເພີ່ມທະວີການຮ່ວມມື ແລະ ການລົງທຶນໃນຂົງເຂດອຸດສາຫະກຳເຕັກໂນໂລຊີສູງ, ອຸດສາຫະກຳໜູນຊ່ວຍ, ເຄື່ອງປະກອບເອເລັກໂຕຼນິກ, ລົດໄຟຟ້າ; ວິທະຍາສາດ ແລະ ເຕັກໂນໂລຊີ, ນະວັດຕະກໍາ, ການຄົ້ນຄວ້າ ແລະ ພັດທະນາ; ເສດຖະກິດສີຂຽວ, ເສດຖະກິດດິຈິຕອລ, ເສດຖະກິດວົງວຽນ, ເສດຖະກິດຄວາມຮູ້... ກໍ່ໄດ້ຮັບການຕອບສະໜອງຈາກວິສາຫະກິດຍີ່ປຸ່ນ.
ພິເສດ, ການພົບປະຂອງທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ກັບບັນດາການນຳວິສາຫະກິດ ຍີ່ປຸ່ນ ໄດ້ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈຂອງບັນດານັກລົງທຶນ, ແກ້ໄຂບັນດາຄວາມຫຍຸ້ງຍາກ ແລະ ບັນຫາສະເພາະຂອງບັນດາໂຄງການ.
ໃນນັ້ນລວມມີການລົບລ້າງຄວາມຫຍຸ້ງຍາກໃນໂຄງການກັ່ນນ້ຳມັນ Nghi Son, ຊຸກຍູ້ຄວາມຄືບໜ້າຂອງບາງໂຄງການຮ່ວມມື ODA ເຊັ່ນ: ໂຮງໝໍ Cho Ray 2, ໂຄງການກໍ່ສ້າງທາງລົດໄຟຕົວເມືອງ Ben Thanh - Suoi Tien ເລກ 1 ຢູ່ນະຄອນ ໂຮ່ຈີມິນ...
500 ລ້ານ USD ໃຫ້ແກ່ໂຄງການ ODA ລຸ້ນໃໝ່
ຈຸດພົ້ນເດັ່ນຂອງການຢ້ຽມຢາມຍີ່ປຸ່ນຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ແມ່ນ ຫວຽດນາມ ແລະ ຍີ່ປຸ່ນ ບັນລຸໄດ້ບັນດາໝາກຜົນອັນຕັ້ງໜ້າໃນຂົງເຂດການຮ່ວມມື ແລະ ການລົງທຶນ ODA ດ້ວຍການລົງນາມໃນເອກະສານຮ່ວມມື ODA 3 ສະບັບ ດ້ວຍມູນຄ່າ 61 ຕື້ເຢນ (ປະມານ 500 ລ້ານ USD).
ທຶນນີ້ແມ່ນເພື່ອໃຫ້ບັນດາໂຄງການໂຄງການ ODA ຮຸ່ນໃໝ່ເພື່ອຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມພາຍຫຼັງ Covid-19; ໂຄງການປັບປຸງໂຄງລ່າງການຂົນສົ່ງສາທາລະນະແຂວງ ບິ່ງເຢືອງ, ແລະ ໂຄງການພັດທະນາພື້ນຖານໂຄງລ່າງກະສິກຳຢູ່ແຂວງ Lam Dong.
ການນຳສອງປະເທດກໍ່ເຫັນດີເປັນເອກະພາບຊຸກຍູ້ຄວາມສາມາດຂອງຍີ່ປຸ່ນໃນການສະໜອງ ODA ແບບໃໝ່ດ້ວຍບັນດາແຮງຈູງໃຈສູງ ແລະ ມີບັນດາລະບຽບການງ່າຍດາຍ, ຜັນຂະຫຍາຍໃຫ້ແກ່ບັນດາໂຄງການພັດທະນາພື້ນຖານໂຄງລ່າງຍຸດທະສາດຂະໜາດໃຫຍ່ຢູ່ ຫວຽດນາມ.
ທ່ານລັດຖະມົນຕີ Bui Thanh Son ຢືນຢັນວ່າ: “ສາມາດເວົ້າໄດ້ວ່າ ການຮ່ວມມື ODA ລຸ້ນໃໝ່, ໂດຍສະເພາະແມ່ນຂົງເຂດພື້ນຖານໂຄງລ່າງຍຸດທະສາດ ແລະ ຊຸກຍູ້ການຮ່ວມມືດ້ານເສດຖະກິດ ແລະ ການຄ້າ, ຈະແມ່ນທິດທາງສຳຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດໃນໄລຍະໃໝ່.
ທ່ານລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງ ຫງວຽນວັນແທ່ງ ໄດ້ຮັບຮູ້ວ່າ ຜ່ານການພົບປະສອງຝ່າຍ, ບັນດາການພົບປະຂອງທ່ານນາຍົກລັດຖະມົນຕີ ໄດ້ຊ່ວຍໃຫ້ຫວຽດນາມ ຊຸກຍູ້ການຮ່ວມມືພັດທະນາເສດຖະກິດ - ສັງຄົມ, ການລົງທຶນ ແລະ ການຄ້າ.
ທ່ານລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງເຊື່ອໝັ້ນວ່າ, ພາຍຫຼັງການຢ້ຽມຢາມຄັ້ງນີ້, ຫວຽດນາມ ແລະ ບັນດາປະເທດຮ່ວມ G7 ແລະ G7 ຈະມີກາລະໂອກາດຮ່ວມມື, ນຳມາເຊິ່ງຜົນປະໂຫຍດດ້ານເສດຖະກິດ - ສັງຄົມ, ຊ່ວຍໃຫ້ບັນດາປະເທດຜ່ານຜ່າທຸກສິ່ງທ້າທາຍຜ່ານການຮ່ວມມືຫຼາຍຝ່າຍ.
ໂດຍອ້າງອີງໃສ່ແຫຼ່ງທຶນ ODA ປະມານ 500 ລ້ານ USD ທີ່ຍີ່ປຸ່ນ ຫາກໍ່ລົງນາມເພື່ອສະໜອງໃຫ້ ຫວຽດນາມ, ທ່ານລັດຖະມົນຕີ ຫງວຽນວັນແທ່ງ ຖືວ່າ, ນອກຈາກທຶນງົບປະມານ ແລະ ທຶນເອກະຊົນຈາກວິສາຫະກິດແລ້ວ, ທຶນ ODA ນີ້ກໍ່ມີຄວາມຈຳເປັນທີ່ສຸດ.
ພິເສດ, ຫວຽດນາມ ສະເໜີ ຍີ່ປຸ່ນ ສືບຕໍ່ສະໜອງແຫຼ່ງທຶນ ODA ໃຫ້ ຫວຽດນາມ ເພື່ອພັດທະນາພື້ນຖານໂຄງລ່າງ, ພິເສດແມ່ນພື້ນຖານໂຄງລ່າງຍຸດທະສາດຄື: ທາງຫຼວງ, ທາງລົດໄຟຄວາມໄວສູງເໜືອ - ໃຕ້, ທາງລົດໄຟ ນະຄອນໂຮ່ຈີມິນ - ແຄ໋ງຮ່ວາ.
ແນວໃດກໍດີ, ທ່ານຍັງໃຫ້ຂໍ້ສັງເກດວ່າ ຄວນລະດົມທຶນ ODA ດ້ວຍບັນດາແຮງຈູງໃຈພິເສດໃຫ້ມີປະສິດທິຜົນ.
“ການລະດົມທຶນ ODA ໃນໄລຍະນີ້ ເພື່ອຮັບໃຊ້ບັນດາໂຄງການພື້ນຖານໂຄງລ່າງຄົມມະນາຄົມຂົນສົ່ງ ຈະຊ່ວຍແບ່ງເບົາພາລະຂອງງົບປະມານແຫ່ງຊາດ ໃນສະພາບການທີ່ພວກເຮົາມີຫຼາຍເປົ້າໝາຍ ແລະ ວຽກງານທີ່ຕ້ອງໃຊ້ງົບປະມານ”.
ເວົ້າເຖິງປະສິດທິຜົນຂອງການນຳໃຊ້ທຶນ ODA ໃນໄລຍະຈະມາເຖິງ, ທ່ານທ້ຽນເຍີນ ໃຫ້ຮູ້ວ່າ: “ເມື່ອນຳໃຊ້ທຶນ ODA, ສິ່ງທີ່ພວກເຮົາເປັນຫ່ວງຫລາຍກວ່າໝູ່ແມ່ນບັນດາບາດກ້າວທີ່ສັບສົນທີ່ເຮັດໃຫ້ໂຄງການຜັນຂະຫຍາຍ”.
ເນື່ອງຈາກວ່ານີ້ສາມາດເຮັດໃຫ້ທຶນ ODA ຈາກເງິນກູ້ອັດຕາດອກເບ້ຍບຸລິມະສິດກາຍເປັນເງິນກູ້ອັດຕາດອກເບ້ຍສູງ, ຖ້າພວກເຮົາບໍ່ຫຼຸດຜ່ອນເວລາ.
ແນວໃດກໍ່ຕາມ, ທ່ານລັດຖະມົນຕີຍັງຢືນຢັນຈະມີຄວາມຕັ້ງໃຈໃນທິດທາງການລົງທືນທັງໝົດໃຫ້ເໝາະສົມ, ບໍ່ໃຫ້ເສຍຄ່າໃຊ້ຈ່າຍເພີ່ມເຕີມ ຫຼື ແກ່ຍາວເວລາ.
ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ມີການພົບປະສອງຝ່າຍນັບສິບຄັ້ງດ້ວຍນ້ຳໃຈເປີດເຜີຍ, ກົງໄປກົງມາ ແລະ ຈິງໃຈກັບບັນດາການນຳ G7, ບັນດາປະເທດແຂກ ແລະ ຫຼາຍອົງການຈັດຕັ້ງສາກົນ.
ທີ່ການພົບປະແລກປ່ຽນ, ບັນດາຄູ່ຮ່ວມມືລ້ວນແຕ່ໄດ້ເສີມຂະຫຍາຍບົດບາດ ແລະ ທີ່ຕັ້ງຂອງຫວຽດນາມ ແລະ ປາດຖະໜາຢາກເພີ່ມທະວີການຮ່ວມມືຫຼາຍດ້ານກັບ ຫວຽດນາມ, ສຸມໃສ່ການຮ່ວມມືດ້ານເສດຖະກິດ - ການຄ້າ, ແກ້ໄຂບັນດາບັນຫາທີ່ພົ້ນເດັ່ນຄື: ຄວາມໝັ້ນຄົງດ້ານສະບຽງອາຫານ, ຄວາມໝັ້ນຄົງດ້ານພະລັງງານ, ການຕອບໂຕ້ການປ່ຽນແປງຂອງດິນຟ້າອາກາດ, ເສດຖະກິດຂຽວ, ເສດຖະກິດວົງຈອນ, ນະວັດຕະກຳ.
ທີ່ກອງປະຊຸມສຸດຍອດ G7 ໄດ້ຜັນຂະຫຍາຍ, ທ່ານນາຍົກລັດຖະມົນຕີ ໄດ້ກ່າວຄຳປາໄສສຳຄັນຫຼາຍຢ່າງ.
ພິເສດ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ: ການຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານໃນທົ່ວໂລກນັບມື້ນັບແທດຈິງ ແລະ ມີປະສິດທິຜົນ, ເພີ່ມທະວີຄວາມສາມັກຄີສາກົນ, ການຮ່ວມມືຢ່າງບໍ່ຢຸດຢັ້ງ ແມ່ນກຸນແຈສຳຄັນໃນການແກ້ໄຂບັນດາສິ່ງທ້າທາຍທີ່ບໍ່ເຄີຍມີມາກ່ອນຄືປະຈຸບັນ...
ແນວຄວາມຄິດ, ຂໍ້ສະເໜີຂອງທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ຮັບການຕີລາຄາສູງຈາກບັນດາການນຳຂອງບັນດາປະເທດ ແລະ ອົງການຈັດຕັ້ງສາກົນ, ປະກອບສ່ວນສ້າງວິວັດການທີ່ສົມດູນ ແລະ ຮອບດ້ານ ເພື່ອແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ.
ທີ່ມາ
(0)