ຕອນບ່າຍວັນທີ 22 ກັນຍາ, ຢູ່ນະຄອນ ບັກນິງ , ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ເຂົ້າຮ່ວມກອງປະຊຸມປະກາດແຜນການ ໄລຍະ 2021-2030, ວິໄສທັດຮອດປີ 2050, ຊຸກຍູ້ການລົງທຶນຂອງແຂວງ ບັກນິງ ປີ 2024.
ຢູ່ທີ່ນີ້, ແຂວງ ບັກນິງ ໄດ້ມອບໃບຢັ້ງຢືນການລົງທະບຽນການລົງທຶນ, ການຕັດສິນໃຈນະໂຍບາຍການລົງທຶນ, ບົດບັນທຶກຄວາມເຂົ້າໃຈກັບບັນດາໂຄງການ ແລະ ຄູ່ຮ່ວມມື. ພິເສດ, ກຸ່ມບໍລິສັດຊຳຊຸງໃຫ້ຄຳໝັ້ນສັນຍາຈະຂະຫຍາຍການລົງທຶນດ້ວຍຍອດຈຳນວນທຶນຈົດທະບຽນ 1,8 ຕື້ USD ໃນປີນີ້, ນອກຈາກການລົງທຶນ 6,5 ຕື້ USD ທີ່ຕົນໄດ້ລົງທືນຢູ່ສວນອຸສາຫະກຳ ອຽນຟອງ…
ໃນ 9 ເດືອນຕົ້ນປີ 2024, ແຂວງ ບັກນິງ ຢືນອັນດັບທີ 1 ຂອງປະເທດໃນດ້ານການດຶງດູດການລົງທຶນຈາກຕ່າງປະເທດ, ບັນລຸ 4,3 ຕື້ USD. ພາຍຫຼັງກອງປະຊຸມ, ແຂວງຈະມອບໃບຢັ້ງຢືນການລົງທຶນໃໝ່ໃຫ້ Sumsung ດ້ວຍ 1,8 ຕື້ USD, ເຮັດໃຫ້ຍອດຈຳນວນທຶນລົງທຶນຮອດເດືອນຕຸລາຂຶ້ນເຖິງ 6,1 ຕື້ USD; ວົງເງິນການດຶງດູດການລົງທຶນມາຮອດປະຈຸບັນບັນລຸກວ່າ 35 ຕື້ USD. ແຂວງ ບັກນິງ ມຸ່ງໄປເຖິງກາຍເປັນນະຄອນສູນກາງຮອດປີ 2030, ເປັນສູນກາງເສດຖະກິດ, ວັດທະນະທຳພາກເໜືອຢ່າງຂະຫຍັນຂັນເຄື່ອນ.
ບັກນິງ ຕັ້ງຢູ່ເຂດສາມຫຼ່ຽມເສດຖະກິດຫຼັກ ຮ່າໂນ້ຍ - ຫາຍຟ່ອງ - ກວາງນິງ ແລະ ເປັນປະຕູທາງທິດຕາເວັນອອກສ່ຽງເໜືອຂອງນະຄອນຫຼວງ, ຕິດກັບບັນດາສູນເສດຖະກິດໃຫຍ່ຂອງພາກເໜືອ, ມີທ່າແຮງບົ່ມຊ້ອນໃຫຍ່ຫຼວງເພື່ອດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ ແລະ ການລົງທຶນພາຍໃນ.
ໃນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ແລະ ບັນດາຜູ້ແທນໄດ້ກົດປຸ່ມເພື່ອເລີ່ມລົງມືກໍ່ສ້າງໂຄງການຂົວທາງທອງ ແລະ ໂຄງການເຮືອນຢູ່ສັງຄົມຢູ່ເຂດຕົວເມືອງໃໝ່ Que Vo.
ໂຄງການຂົວຂ້າມນ້ຳແຫ່ງໜຶ່ງໄດ້ຮັບຖືວ່າເປັນສັນຍາລັກແຫ່ງການພັດທະນາ ແລະ ເຊື່ອມຕໍ່ລະຫວ່າງ 2 ແຂວງ ບັກນິງ ແລະ ຫາຍເຢືອງ ດ້ວຍຄວາມຍາວເສັ້ນທາງ 13,3 ກິໂລແມັດ (ຂົວ 740 ແມັດ, ເສັ້ນທາງ 12,6 ກິໂລແມັດ), ຍອດຈຳນວນເງິນລົງທຶນ 2.182 ຕື້ດົ່ງ.
ໂຄງການເຮືອນຢູ່ສັງຄົມຢູ່ເຂດຕົວເມືອງໃໝ່ Que Vo ດ້ວຍຍອດຈຳນວນເງິນລົງທຶນກວ່າ 1.300 ຕື້ດົ່ງ. ຄາດວ່າໂຄງການດັ່ງກ່າວຈະສຳເລັດແລະນຳໃຊ້ໃນທ້າຍປີ 2025.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ຕີລາຄາສູງໂຄງການກໍ່ສ້າງຂົວແຫ່ງໜຶ່ງຂອງແຂວງ ເພື່ອປະກອບສ່ວນເຂົ້າໃນການເຊື່ອມຕໍ່ພາກພື້ນຕາມຈິດໃຈໃໝ່ຂອງລັດຖະບານສູນກາງຄື: “ທ້ອງຖິ່ນຕັດສິນ, ທ້ອງຖິ່ນຮັບຜິດຊອບ” ແລະ ພ້ອມກັນນັ້ນ, ໄດ້ເລີ່ມກໍ່ສ້າງໂຄງການເຮືອນຢູ່ສັງຄົມໃໝ່ເພື່ອປະກອບສ່ວນຮັກສາທີ່ຢູ່ອາໄສໃຫ້ປະຊາຊົນ - ເປັນປັດໄຈສຳຄັນເພື່ອດຶງດູດແຫຼ່ງກຳລັງແຮງງານ, ພັດທະນາຢ່າງວ່ອງໄວ. ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ ລັດຖະບານ ແລະ ປະຊາຊົນແຂວງ ບັກນິງ ຄວນກຳນົດທິດການກະທຳຕາມ 16 ຄຳເວົ້າຄື: “ຂຸດຄົ້ນຄວາມສາມາດ, ຢືນຢັນຕົນເອງ, ໝັ້ນຄົງເຂັ້ມແຂງ, ມຸ່ງໄປເຖິງຄວາມວັດທະນາຖາວອນ”; ມຸ່ງໄປເຖິງເປົ້າໝາຍ 16 ຄຳວ່າ: “ວັດທະນະທຳ ບັກນິງ, ເຕົ້າໂຮມຊົນຊັ້ນກຳມະກອນ, ຄວາມສາມັກຄີ, ຢືດຢຸ່ນ, ຮຸ່ງເຮືອງ, ມີຄວາມຜາສຸກ”.
ທ່ານນາຍົກລັດຖະມົນຕີ ກໍ່ຮຽກຮ້ອງໃຫ້ແຂວງ ສຸມໃສ່ແຫຼ່ງເງິນລົງທຶນໃຫ້ແກ່ຂະແໜງອຸດສາຫະກຳ ແລະ ການບໍລິການ, ສຸມໃສ່ພັດທະນາບັນດາຂະແໜງອຸດສາຫະກຳທີ່ມີທ່າແຮງ, ຫັນປ່ຽນ ແລະ ດຶງດູດການລົງທຶນເຂົ້າບັນດາກຸ່ມອຸດສາຫະກຳໃໝ່.
ຕອນເຊົ້າວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ເຂົ້າຮ່ວມກອງປະຊຸມທົບທວນຄືນໜຶ່ງປີຂອງແຂວງ ບັກນິງ ປະຕິບັດ “ແຂວງປອດໄພຈະລາຈອນ”; ກວດກາຄວາມຄືບໜ້າຂອງໂຄງການລົງທຶນກໍ່ສ້າງເສັ້ນທາງເລກ 4 ນະຄອນຫຼວງຮ່າໂນ້ຍ ຜ່ານແຂວງ ບັກນິງ ແລະ ມອບຂອງຂວັນໃຫ້ກຳມະກອນຢູ່ບ່ອນກໍ່ສ້າງ; ຢ້ຽມຢາມເຂດບ້ານສັງຄົມ ທອງເຍີດ ເມືອງ ບັກນິງ ແລະ ມອບຂອງຂວັນໃຫ້ບັນດາຄອບຄົວ.
ພູທອນ
ທີ່ມາ: https://www.sggp.org.vn/9-thang-dau-nam-bac-ninh-dung-dau-ca-nuoc-ve-thu-hut-von-dau-tu-nuoc-ngoai-post760184.html
(0)