ໃນນັ້ນ, ນັກທ່ອງທ່ຽວສາກົນຄາດຄະເນເກືອບ 89.400 ຄົນ, ສູງກວ່າໄລຍະດຽວກັນ 4,07 ເທົ່າ; ລາຍຮັບການບໍລິການທີ່ພັກປະມານ 454,3 ຕື້ດົ່ງ, ສູງກວ່າໄລຍະດຽວກັນ 1,35 ເທົ່າ.
ພິເສດ, ໃນ 9 ເດືອນຕົ້ນປີ, ການທ່ອງທ່ຽວ ກວາງບິ່ງ ສືບຕໍ່ໄດ້ຮັບການຕີລາຄາສູງຈາກບັນດາວາລະສານທີ່ມີຊື່ສຽງທັງພາຍໃນ ແລະ ຕ່າງປະເທດເຊັ່ນ: Lonely Planet (USA), The Travel (Canada), Wanderlust (UK), Booking.com.
ງານບຸນຕາມຖະໜົນຢູ່ນະຄອນ ດົ່ງໂຮ່ ໄດ້ຈັດຂຶ້ນໃນວັນທີ 30/4 – 1/5
ຕາມພະແນກ ທ່ອງທ່ຽວ ແຂວງ ກວາງບິ່ງ ແລ້ວ, ໃນໄລຍະມໍ່ໆມານີ້, ໜ່ວຍງານໄດ້ໂຄສະນາ, ແນະນຳການທ່ອງທ່ຽວກວາງບິ່ງອອກສູ່ຕະຫຼາດພາຍໃນ ແລະ ຕ່າງປະເທດໃນບັນດາເຫດການທ່ອງທ່ຽວ, ງານບຸນຕ່າງໆ. ເພື່ອແນໃສ່ຜັນຂະຫຍາຍບັນດາຜະລິດຕະພັນທ່ອງທ່ຽວ ແລະ ເສີມຂະຫຍາຍປະສົບການໃຫ້ແກ່ນັກທ່ອງທ່ຽວ, ອຸດສາຫະກຳທ່ອງທ່ຽວ ກວາງບິ່ງ ກໍ່ໄດ້ພັດທະນາບັນດາຜະລິດຕະພັນໃໝ່ ແລະ ເປັນເອກະລັກສະເພາະ. ນັບແຕ່ຕົ້ນປີມາ, 34 ຜະລິດຕະພັນ ແລະ ສະຖານທີ່ທ່ອງທ່ຽວໄດ້ຮັບການອະນຸມັດໂຄງການ ຫຼື ອະນຸຍາດໃຫ້ມີການທົດລອງຂຸດຄົ້ນໃນແຂວງ.
ປະຈຸບັນ, ກົມທ່ອງທ່ຽວພວມຜັນຂະຫຍາຍບັນດາເນື້ອໃນເພື່ອຕີລາຄາ 2 ໂຄງການຂຸດຄົ້ນບັນດາຜະລິດຕະພັນທ່ອງທ່ຽວໃໝ່, ໃນນັ້ນມີ “ປະສົບການເປັນຊາວປະມົງກວາງບິ່ງ” ຂອງບໍລິສັດທ່ອງທ່ຽວ ເຍີດເລ ຈຳກັດ ແລະ “ປະສົບການທຳມະຊາດສົມທົບກັບທີ່ພັກແຄມທາງ Tram Me – Chay Lap Glamping” ຂອງກຸ່ມບໍລິສັດ Vinh Hung ຈຳກັດ.
ພະແນກທ່ອງທ່ຽວແຂວງ ກວ໋າງບິ່ງ ກໍ່ເອົາໃຈໃສ່ພັດທະນາບັນດາຜະລິດຕະພັນການທ່ອງທ່ຽວເຊື່ອມຕໍ່, ເຊື່ອມຈອດບັນດາແຂວງ, ນະຄອນ ແລະ ພາກພື້ນ ເພື່ອເຊື່ອມຕໍ່ບັນດາຜະລິດຕະພັນການທ່ອງທ່ຽວຜ່ານບັນດາການເຄື່ອນໄຫວພົບປະແລກປ່ຽນ, ຮຽນຮູ້ປະສົບການກັບແຂວງ ລາຍເຈົາ ແລະ ບິ່ງດິ່ງ ແລະ ສຳຫຼວດບັນດາຜະລິດຕະພັນການທ່ອງທ່ຽວຢູ່ເຂດຕາເວັນຕົກກວາງຈິ.
ເຖິງຢ່າງໃດກໍຕາມ, ທ່ານ ຫງວຽນງອກກີ, ຫົວໜ້າພະແນກທ່ອງທ່ຽວແຂວງ ກວ໋າງບິ່ງ ໃຫ້ຮູ້ວ່າ: ມີວິສາຫະກິດ ແລະ ສະຖານທີ່ບໍລິການທ່ອງທ່ຽວຫຼາຍແຫ່ງຍັງບໍ່ທັນບັນລຸຄວາມສາມາດເທົ່າທຽມກັບການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ພວມຜ່ານຜ່າຄວາມຫຍຸ້ງຍາກຍ້ອນຜົນກະທົບຈາກໂລກລະບາດ. ຄຸນນະພາບຂອງສິ່ງອໍານວຍຄວາມສະດວກ ແລະ ຊັບພະຍາກອນມະນຸດຍັງບໍ່ທັນຕອບສະໜອງຄວາມຕ້ອງການຂອງການພັດທະນາການທ່ອງທ່ຽວໃນເງື່ອນໄຂໃໝ່.
ແຫຼ່ງທີ່ມາ
(0)