ລັດຖະມົນຕີ ການຕ່າງປະເທດ ອິນໂດເນເຊຍຕອບຄຳຊັກຖາມຂອງນັກຂ່າວກ່ຽວກັບກອງປະຊຸມການທູດອາຊຽນຄັ້ງທີ 56 ໃນວັນທີ 10 ກໍລະກົດນີ້. (ແຫຼ່ງຂ່າວ: Antara) |
ທ່ານລັດຖະມົນຕີ Retno Marsudi ເນັ້ນໜັກວ່າ: ອາຊຽນ ຮັກສາສັນຕິພາບ ແລະ ສະຖຽນລະພາບມາເປັນເວລາກ່ວາ 5 ທົດສະວັດ. ສິ່ງດັ່ງກ່າວໄດ້ນຳຄວາມຈະເລີນຮຸ່ງເຮືອງມາສູ່ພາກພື້ນອາຊີຕາເວັນອອກສຽງໃຕ້.
ທ່ານລັດຖະມົນຕີ Retno Marsudi ກ່າວຕໍ່ບັນດານັກຂ່າວວ່າ: "ການເຕີບໂຕ ທາງດ້ານເສດຖະກິດ ໃນອາຊີຕາເວັນອອກສຽງໃຕ້ເກືອບທຸກເວລາແມ່ນສູງກວ່າການເຕີບໂຕຂອງໂລກ.
ບັນດາເຫດການໃນຂອບເຂດ AMM 56 ຈະດຳເນີນຢູ່ນະຄອນຫຼວງຈາກາຕາແຕ່ວັນທີ 10-14 ກໍລະກົດ.
ເຫດການດັ່ງກ່າວລວມມີ 18 ກອງປະຊຸມ, ໃນນັ້ນມີກອງປະຊຸມປຶກສາຫາລືກ່ຽວກັບເຂດປອດອາວຸດນິວເຄຼຍອາຊີຕາເວັນອອກສ່ຽງໃຕ້ (SEANWFZ); ກອງປະຊຸມຂອງຄະນະກໍາມະລະຫວ່າງລັດຖະບານອາຊຽນກ່ຽວກັບສິດທິມະນຸດ (AICHR); ກອງປະຊຸມຄົບຄະນະຂອງ AMM ແລະກອງປະຊຸມປິດ.
ນອກຈາກນັ້ນ, ໃນວາລະຍັງປະກອບມີກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນກັບຄູ່ເຈລະຈາຂອງອາຊຽນຄື: ອິນເດຍ, ນິວຊີແລນ, ລັດເຊຍ, ອົດສະຕາລີ, ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ສະຫະພາບເອີຣົບ (ອີຢູ), ອັງກິດ, ການາດາ ແລະ ອາເມລິກາ; ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ +3, ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊີຕາເວັນອອກ (EAS) ແລະ ເວທີປາໄສພາກພື້ນອາຊຽນ (ARF).
ກອງປະຊຸມຄັ້ງນີ້ຈະມີຜູ້ແທນເຂົ້າຮ່ວມຢ່າງໜ້ອຍ 1.165 ຄົນ ແລະ ນັກຂ່າວອິນໂດເນເຊຍ ແລະ ຕ່າງປະເທດ 493 ຄົນ.
ໃນບົດບາດເປັນປະທານອາຊຽນ ໃນປີນີ້, ອິນໂດເນເຊຍໄດ້ວາງຫົວຂໍ້ “ອາຊຽນ: ຫົວໃຈຂອງການເຕີບໂຕ”, ໂດຍສະແດງໃຫ້ເຫັນຈຸດສຸມຂອງປະທານກ່ຽວກັບທິດທາງການຮ່ວມມືພາຍໃນອາຊຽນ ເພື່ອແນໃສ່ເພີ່ມທະວີຄວາມກ່ຽວຂ້ອງຂອງອາຊຽນ ໃນການຕອບໂຕ້ກັບສິ່ງທ້າທາຍຂອງພາກພື້ນ ແລະ ໂລກ.
ທີ່ມາ
(0)