ໃນຂອບເຂດງານຄອນເສີດຕຳຫຼວດໂລກ 2025 ທີ່ຫວຽດນາມ ຈັດຕັ້ງໂດຍ ກະຊວງຕຳຫຼວດ ຫວຽດນາມ ສົມທົບກັບສະມາຄົມສາທາລະນະສຸກ ແລະ ຄວາມປອດໄພຍີ່ປຸ່ນ, ງານຄອນເສີດຕຳຫລວດໂລກ 2025 ໄດ້ໄຂຂຶ້ນໃນຕອນຄ່ຳວັນທີ 10/8 ຢູ່ໂຮງລະຄອນ ຮ່ວານກ໋ຽມ, ຮ່າໂນ້ຍ.
ການສະແດງໂດຍວົງດົນຕີປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ. |
ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດ 2 ກັນຍາ ຄົບຮອບ 80 ປີ (19 ສິງຫາ 1945 – 19 ສິງຫາ 2025) ແລະ ຄົບຮອບ 20 ປີແຫ່ງວັນຮັກສາຄວາມໝັ້ນຄົງແຫ່ງຊາດ.
ໂຄງການປະກອບສ່ວນເພີ່ມທະວີການພົບປະແລກປ່ຽນວັດທະນະທຳ, ສິລະປະ, ດົນ ຕີ , ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນກ່ຽວກັບເອກະລັກແຫ່ງຊາດ, ປະເທດ, ປະຊາຊົນ, ວຽກງານ ແລະ ຂະບວນການຕໍ່ສູ້ຂອງກຳລັງຕຳຫຼວດປະຊາຊົນຫວຽດນາມ ເວົ້າສະເພາະ ແລະ ກຳລັງຕຳຫຼວດຂອງບັນດາປະເທດໃນໂລກເວົ້າລວມ.
ພ້ອມກັນນັ້ນ, ນີ້ກໍ່ແມ່ນໂອກາດເພື່ອແນໃສ່ໂຄສະນາພາບພົດຂອງຜືນແຜ່ນດິນ ແລະ ປະຊາຊົນຫວຽດນາມ ເຖິງເພື່ອນມິດສາກົນ, ສະແດງໃຫ້ເຫັນນະໂຍບາຍຂອງຫວຽດນາມ ແມ່ນເພື່ອນມິດ, ຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະ ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ.
ລາຍການຄອນເສີດທອງເຫຼືອງ ລວມມີການສະແດງຂອງວົງດົນຕີ ແລະກອງຂອງກອງກຳລັງຕຳຫຼວດຂອງບັນດາປະເທດຄື: ສະຫະພັນລັດເຊຍ, ຍີ່ປຸ່ນ, ຈີນ, ລາວ, ກຳປູເຈຍ, ຊາອຸດີອາຣາເບຍ ແລະ ປະເທດເຈົ້າພາບ ຫວຽດນາມ.
ທີ່ມາ: https://baobacninhtv.vn/an-tuong-cac-man-trinh-dien-trong-chuong-trinh-hoa-nhac-ken-canh-sat-the-gioi-nam-2025-tai-viet-nam-postid423856.bbg
(0)