ຈາກຂວາຫາຊ້າຍ: ນັກສິລະປິນ Phi Dieu, ນັກສະແດງຄູ່ຜົວເມຍ ແມ້ງຢຸງ - ແທງເດື່ອ ໄດ້ໄປຢ້ຽມຢາມງານວາງສະແດງໃນວັນທີ 6 ເມສາ. Thanh Dau ໃຫ້ຮູ້ວ່າ, ລາວທັງມີຄວາມຕື່ນຕົວ ແລະ ພູມໃຈເມື່ອຫວນຄືນເຖິງໄລຍະຕົ້ນໆຂອງໂຮງໜັງຫວຽດນາມ, ເມື່ອບັນດາເຕັກນິກການຖ່າຍທຳລ້ວນແຕ່ເຮັດດ້ວຍມື.
ງານມະໂຫລານຮູບເງົານະຄອນ ໂຮ່ຈີມິນ (HIFF) ໄດ້ຈັດຂຶ້ນເປັນຄັ້ງທຳອິດ, ແມ່ນສ່ວນໜຶ່ງຂອງຍຸດທະສາດພັດທະນາວັດທະນະທຳ ແລະ ຮູບເງົາຢູ່ນະຄອນ ໂຮ່ຈີມິນ. ໃນໄລຍະໜຶ່ງອາທິດ, ງານມະໂຫລານເພື່ອແນໃສ່ເຊີດຊູວິວັດການຮູບເງົາຫວຽດນາມ, ພ້ອມທັງຊອກຮູ້ ແລະ ບຳລຸງສ້າງບັນດາພອນສະຫວັນຂອງຊາວໜຸ່ມຢູ່ພາຍໃນ ແລະ ຕ່າງປະເທດ. ໃນໂອກາດນີ້, HIFF ຍັງໄດ້ເປີດໂອກາດໃຫ້ນັກຊ່ຽວຊານດ້ານຮູບເງົາພາຍໃນປະເທດໄດ້ແລກປ່ຽນ ແລະ ຮຽນຮູ້ຊຶ່ງກັນແລະກັນໂດຍຜ່ານການສຳມະນາ.
ແຫຼ່ງທີ່ມາ
(0)