Vietnam.vn - Nền tảng quảng bá Việt Nam

ອາຊຽນ ແລະ ຄູ່ຮ່ວມມື: ມຸ່ງໄປເຖິງສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງ

Báo Đắk LắkBáo Đắk Lắk17/07/2023


ເວລາ 14:17 ໂມງ, ວັນທີ 14 ກໍລະກົດ 2023

ຕອນບ່າຍວັນທີ 13 ກໍລະກົດ, ໃນຂອບເຂດກອງປະຊຸມລັດຖະມົນຕີ ການຕ່າງປະເທດ ອາຊຽນ ຄັ້ງທີ 56 (AMM-56), ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມ ອາຊຽນ +1 ກັບ ຍີ່ປຸ່ນ, ສ.ເກົາຫຼີ, ສະຫະພາບເອີຣົບ (ອີຢູ), ອັງກິດ, ການາດາ ແລະ ກອງປະຊຸມ ອາຊຽນ + 3, ຈຸດສຸມຕົ້ນຕໍແມ່ນກວດກາຄືນການຮ່ວມມື ແລະ ວາງທິດທາງໃນໄລຍະຈະມາເຖິງ.

ທີ່​ກອງ​ປະຊຸມ, ບັນດາ​ລັດຖະມົນຕີ​ໄດ້​ສະ​ແດງ​ຄວາມ​ດີ​ໃຈ​ຕໍ່​ການ​ພັດທະນາ​ຢ່າງ​ຕັ້ງໜ້າ​ໃນ​ການ​ພົວພັນ​ລະຫວ່າງ ອາ​ຊຽນ ກັບ​ບັນດາ​ຄູ່​ຮ່ວມ​ມື, ພ້ອມ​ກັບ​ບັນດາ​ໝາກຜົນ​ທີ່​ຕັ້ງໜ້າ​ໃນ​ເກືອບ​ທຸກ​ຂົງ​ເຂດ. ບັນດາ​ຝ່າຍ​ຕັ້ງໜ້າ​ຂຸດ​ຄົ້ນ​ບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ກາລະ​ໂອກາດ​ຮ່ວມ​ມື​ໃໝ່, ປະກອບສ່ວນ​ເຂົ້າ​ໃນ​ການ​ລົງ​ເລິກ​ການ​ພົວພັນ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ.

ບັນດາ​ຄູ່​ຮ່ວມ​ມື​ໄດ້​ຢືນຢັນ​ຄວາມ​ເຄົາລົບ​ຕໍ່​ອາ​ຊຽນ, ສະໜັບສະໜູນ​ສະມາຄົມ​ສາມັກຄີ, ​ເປັນ​ເອກະ​ພາບ ​ແລະ ບົດບາດ​ໃຈກາງ, ​ໃຫ້​ຄຳ​ໝັ້ນ​ສັນຍາ​ໜູນ​ຊ່ວຍ​ອາ​ຊຽນ ​ໃນ​ການ​ກໍ່ສ້າງ​ປະຊາ​ຄົມ, ຮ່ວມ​ກັນ​ສ້າງ​ໂຄງ​ປະກອບ​ພາກ​ພື້ນ​ທີ່​ເປີດ​ກ້ວາງ, ຮອບດ້ານ, ​ໂປ່​ງ​ໃສ ​ໂດຍ​ອີງ​ໃສ່​ກົດໝາຍ​ສາກົນ.

ທ່ານ​ລັດຖະມົນຕີ Bui Thanh Son ​ແລະ ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ສ.​ເກົາຫຼີ Park Jin ​ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນ - ສ.​ເກົາຫຼີ.

ກ່າວ​ຄຳ​ເຫັນ​ທີ່​ຕາງໜ້າ​ອາ​ຊຽນ, ທ່ານ​ລັດຖະມົນຕີ Bui Thanh Son ຕີ​ລາຄາ​ສູງ​ບັນດາ​ໝາກຜົນ​ການ​ຮ່ວມ​ມື​ທີ່​ບັນລຸ​ໄດ້​ໃນ​ທຸກ​ຂົງ​ເຂດ​ຄວາມ​ໝັ້ນຄົງ, ​ເສດຖະກິດ , ວັດທະນະທຳ - ສັງຄົມ ​ແລະ ການ​ແລກປ່ຽນ​ປະຊາຊົນ.

ທ່ານລັດຖະມົນຕີ ສະເໜີໃຫ້ສອງຝ່າຍເພີ່ມທະວີການຮ່ວມມືເພື່ອຮັບປະກັນ ສັນຕິ ພາບ, ສະຖຽນລະພາບ, ພິເສດແມ່ນຮັບມືກັບບັນດາສິ່ງທ້າທາຍຄວາມໝັ້ນຄົງບໍ່ເປັນແບບດັ້ງເດີມ, ລົງເລິກການຮ່ວມມືດ້ານເສດຖະກິດເພື່ອຄວາມວັດທະນາຖາວອນ, ຊຸກຍູ້ການຮ່ວມມືປະຊາຊົນ, ມຸ່ງໄປເຖິງອະນາຄົດທີ່ຍືນຍົງ.

ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Bui Thanh Son ​ເປັນ​ປະທານ​ກອງ​ປະຊຸມ. ພາບ: TTXVN
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Bui Thanh Son ​ເປັນ​ປະທານ​ກອງ​ປະຊຸມ. ພາບ: TTXVN

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ລັດຖະມົນຕີ ​ໄດ້​ປະກາດ​ວ່າ ຫວຽດນາມ ຈະ​ຈັດ​ຕັ້ງ​ວັນ​ອາ​ຊຽນ - ສ.​ເກົາຫຼີ ​ໃນ​ທ້າຍ​ປີ​ນີ້, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ 2 ຝ່າຍ​ໃຫ້​ດີ​ກ່ວາ​ອີກ.

ອາຊຽນ ຊົມເຊີຍ ສປປ ເກົາຫຼີ ປະກາດຂໍ້ສະເໜີສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ອາຊຽນ-ສ.ເກົາຫຼີ ແລະ ຕີລາຄາສູງຂໍ້ລິເລີ່ມສາມັກຄີ ອາຊຽນ-ສ.ເກົາຫຼີ.

ສ.​ເກົາຫຼີ ​ໃຫ້​ຮູ້​ວ່າ: ພວມ​ປະຕິບັດ​ຄຳ​ໝັ້ນ​ສັນຍາ​ປະກອບສ່ວນ​ເພີ່ມ​ທະວີ​ການ​ປະກອບສ່ວນ​ຂອງ​ກອງ​ທຶນ​ການ​ຮ່ວມ​ມື​ອາ​ຊຽນ - ສ.​ເກົາຫຼີ ​ໃຫ້​ເປັນ 32 ລ້ານ USD ​ໃນ​ປີ 2027, ​ແລະ ຈະ​ໜູນ​ຊ່ວຍ​ກ່ວາ 200 ລ້ານ USD ​ໃຫ້​ແກ່​ບັນດາ​ໂຄງການ​ຮ່ວມ​ມື.

ບັນດາລັດຖະມົນຕີໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງການພົວພັນ ອາຊຽນ-ຍີ່ປຸ່ນ ຄົບຮອບ 50 ປີ ແລະ ຊົມເຊີຍຂໍ້ສະເໜີສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ອາຊຽນ ແລະ ຍີ່ປຸ່ນ ໃນໂອກາດນີ້.

2 ຝ່າຍ​ເຫັນ​ດີ​ລົງ​ເລິກ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ, ພິ​ເສດ​ແມ່ນ​ການ​ຄ້າ, ການ​ລົງທຶນ, ສະຖຽນ​ລະ​ພາບ​ຂອງ​ຕ່ອງ​ໂສ້​ການ​ສະໜອງ, ການ​ເຊື່ອມ​ຕໍ່, ພັດທະນາ​ພື້ນຖານ​ໂຄງ​ລ່າງ​ທີ່​ມີ​ຄຸນ​ນະພາ​ບສູງ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ບັນດາ​ຂົງ​ເຂດ​ທີ່​ມີ​ທ່າ​ແຮງ​ໃໝ່​ຄື: ນະວັດຕະກຳ, ການ​ຕອບ​ໂຕ້​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ການ​ເຕີບ​ໂຕ​ສີຂຽວ.

ພາບລວມຂອງກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ-ຍີ່ປຸ່ນ. ພາບ: TTXVN
ພາບລວມຂອງກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ-ຍີ່ປຸ່ນ. ພາບ: TTXVN

ອາ​ຊຽນ​ໄດ້​ຕີ​ລາຄາ​ສູງ​ການ​ສະໜອງ​ບ້ວງ​ເງິນ​ກູ້​ຢືມ​ດ້ານ​ການ​ເງິນ​ຂອງ​ຍີ່ປຸ່ນ 3,34 ຕື້ USD ​ເພື່ອ​ໜູນ​ຊ່ວຍ​ບັນດາ​ຄວາມ​ມານະ​ພະຍາຍາມ​ຟື້ນ​ຟູ​ຫຼັງ​ພະຍາດ​ລະບາດ ​ແລະ ປະກອບສ່ວນ​ເພີ່ມ​ເຕີມ 100 ລ້ານ USD ​ໃຫ້​ກອງ​ທຶນ​ເຊື່ອມ​ໂຍງ​ເຂົ້າ​ກັບ​ອາ​ຊຽນ - ຍີ່ປຸ່ນ.

ບັນດາ​ປະ​ເທດ​ຊົມ​ເຊີຍ​ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ - EU ​ໃນ​ເດືອນ 12/2022. ກອງ​ປະຊຸມ​ໄດ້​ວາງ​ທິດ​ທາງ ​ແລະ ສ້າງ​ກຳລັງ​ແຮງ​ໃຫ້​ແກ່​ການ​ພັດທະນາ​ໃໝ່​ໃນ​ອະນາຄົດ.

2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ຊຸກຍູ້​ການ​ຮ່ວມ​ມື, ​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ບັນຫາ​ເສດຖະກິດ, ການ​ຄ້າ ​ແລະ ຂຸດ​ຄົ້ນ​ບັນດາ​ຂົງ​ເຂດ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຄື: ​ເສດຖະກິດ​ດີ​ຈີ​ຕອນ, ​ເຕັກ​ໂນ​ໂລ​ຢີສີຂຽວ, ການ​ບໍລິການ​ສີຂຽວ, ພ້ອມ​ທັງ​ຢືນຢັນ​ທິດ​ທາງ​ມຸ່ງ​ໄປ​ເຖິງ​ຈຸດໝາຍ​ໄລຍະ​ຍາວ​ຂອງ​ສັນຍາ​ການ​ຄ້າ​ເສລີ ອາ​ຊຽນ - EU.

ອາ​ຊຽນ​ຊົມ​ເຊີຍ​ຊຸດ​ລົງ​ທຶນ Team Europe ຂອງ EU ດ້ວຍ​ມູນ​ຄ່າ​ປະ​ມານ 10 ຕື້​ເອີ​ໂຣ​ຮອດ​ປີ 2027, ໜູນ​ຊ່ວຍ​ບັນ​ດາ​ຄວາມ​ພະ​ຍາ​ຍາມ​ເຊື່ອມ​ໂຍງ, ສ້າງ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຢູ່​ພາກ​ພື້ນ.

ທີ່​ກອງ​ປະຊຸມ​ອາ​ຊຽນ +3 ກັບ​ຈີນ, ຍີ່ປຸ່ນ ​ແລະ ສ.​ເກົາຫຼີ (ອາ​ຊຽນ +3), ບັນດາ​ລັດຖະມົນຕີ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​ຮັກສາ ​ແລະ ຊຸກຍູ້​ບັນດາ​ກຳລັງ​ແຮງ​ທີ່​ມີ​ຢູ່​ໃນ​ອາ​ຊຽນ ​ເຊັ່ນ: ​ເສດຖະກິດ, ການ​ຄ້າ, ການ​ຮ່ວມ​ມື​ດ້ານ​ການ​ເງິນ, ການ​ປ້ອງ​ກັນ ​ແລະ ຕ້ານ​ພະຍາດ.

ບັນດາ​ລັດຖະມົນຕີ​ກໍ່​ເຫັນ​ດີ​ຈະ​ຜັນ​ຂະຫຍາຍ​ບັນດາ​ບຸລິມະສິດ​ຮ່ວມ​ມື​ໃໝ່​ເພື່ອ​ແກ້​ໄຂ​ບັນດາ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍ​ຢູ່​ພາກ​ພື້ນ​ຢ່າງ​ມີ​ປະສິດທິ​ຜົນ. ຕາມ​ນັ້ນ​ແລ້ວ, ບັນດາ​ປະ​ເທດ​ເຫັນ​ດີ​ເພີ່ມ​ທະວີ​ບັນດາ​ກົນ​ໄກ​ສະຖຽນ​ລະ​ພາບ​ດ້ານ​ເສດຖະກິດ​ການ​ເງິນ, ຊຸກຍູ້​ການ​ແລກປ່ຽນ​ການ​ຄ້າ ​ແລະ ການ​ລົງທຶນ, ຊຸກຍູ້​ການ​ຮ່ວມ​ມື​ຮັບປະກັນ​ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ ​ແລະ ກະສິກຳ​ແບບ​ຍືນ​ຍົງ, ​ແລະ ຜັນ​ຂະຫຍາຍ​ກອງ​ທຶນ​ສຳຮອງ​ເຂົ້າ​ສຸກ​ເສີນ ອາ​ຊຽນ +3 ຢ່າງ​ມີ​ປະສິດທິ​ຜົນ.

ບັນດາ​ລັດຖະມົນຕີ​ໄດ້​ຕີ​ລາຄາ​ສູງ​ການ​ພົວພັນ​ຄູ່​ເຈລະຈາ​ອາ​ຊຽນ-ອັງກິດ​ທີ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ໃໝ່. ບັນດາ​ປະ​ເທດ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ປະຕິບັດ​ແຜນການ​ເຄື່ອນ​ໄຫວ 2022-2026 ຢ່າງ​ມີ​ປະສິດທິ​ຜົນ, ​ແລະ ​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​ສົມທົບ​ກັນ​ເຮັດ​ໃຫ້ການ​ພົວພັນ​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ​ເຂົ້າສູ່​ລວງ​ເລິກ.

ອາຊຽນ ຕີລາຄາສູງຂໍ້ສະເໜີຂອງອັງກິດ ກ່ຽວກັບໂຄງການຮ່ວມມືສຳຄັນທີ່ມີມູນຄ່າ 113 ລ້ານປອນໃນ 5 ປີຕໍ່ໜ້າ ກ່ຽວກັບການເຊື່ອມໂຍງເສດຖະກິດພາກພື້ນ, ສາທາລະນະສຸກ, ການສຶກສາ, ແມ່ຍິງ, ສັນຕິພາບ, ຄວາມໝັ້ນຄົງ, ການປັບຕົວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ອື່ນໆ.

ກັບການາດາ, ບັນດາປະເທດໃຫ້ຄຳໝັ້ນສັນຍາຈະສົມທົບກັນປະຕິບັດຖະແຫຼງການຮ່ວມຂອງບັນດາການນຳທີ່ລະນຶກເຖິງ 45 ປີແຫ່ງການພົວພັນ, ມຸ່ງໄປເຖິງການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ການາດາ.

ອາ​ຊຽນ​ຊົມ​ເຊີຍ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ກາ​ນາ​ດາ​ໃນ​ການ​ສະ​ໜັບ​ສະ​ໜູນ​ຂະ​ບວນ​ການ​ສ້າງ​ປະ​ຊາ​ຄົມ, ການ​ສ້າງ​ຕັ້ງ​ກອງ​ທຶນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລວມ​ມູນ​ຄ່າ 13,1 ລ້ານ​ໂດ​ລາ​ກາ​ນາ​ດາ, ແລະ​ການ​ໃຫ້​ທຶນ​ການ​ຝຶກ​ອົບ​ຮົມ​ອາ​ຊຽນ. ບັນດາ​ລັດຖະມົນຕີ​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ​ຂອງ​ສອງ​ຝ່າຍ​ຕ້ອງ​ສົມທົບ​ກັນ​ຢ່າງ​ມີ​ປະສິດທິ​ຜົນ ​ເພື່ອ​ຂຸດ​ຄົ້ນ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຮ່ວມ​ມື, ພັດທະນາ​ການ​ພົວພັນ​ຢ່າງ​ແໜ້ນ​ແຟ້ນ ​ແລະ ​ແທດ​ຈິງ.

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ລັດຖະມົນຕີ Bui Thanh Son ​ໄດ້​ຊົມ​ເຊີຍ​ການ​ສືບ​ຕໍ່​ປະຕິບັດ​ບັນດາ​ໂຄງການ ​ແລະ ​ແຜນການ​ເຄື່ອນ​ໄຫວ​ລະຫວ່າງ ອາ​ຊຽນ ກັບ​ບັນດາ​ຄູ່​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ, ດ້ວຍ​ຫຼາຍ​ຂໍ້​ສະ​ເໜີ ​ແລະ ຂໍ້​ລິ​ເລີ່​ມປະຕິບັດ​ຕາມ​ຜົນ​ປະ​ໂຫຍ​ດລວມຂອງ​ບັນດາ​ປະ​ເທດ.

ທ່ານ​ລັດຖະມົນຕີ​ສະ​ເໜີ​ໃຫ້​ສົມທົບ​ກັນ​ຊຸກຍູ້​ບັນດາ​ການ​ເຄື່ອນ​ໄຫວ​ຟື້ນ​ຟູ, ຊຸກຍູ້​ຂະ​ບວນການ​ເຕີບ​ໂຕ, ​ໃຫ້​ບຸລິມະສິດ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ, ການ​ລົງທຶນ, ການ​ເຊື່ອມ​ຕໍ່, ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ, ນະວັດຕະກຳ, ການ​ຫັນປ່ຽນ​ພະລັງງານ, ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ, ການ​ປັບ​ປຸງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ການ​ພັດທະນາ​ແບບ​ຍືນ​ຍົງ.

ແບ່ງປັນຄຳເຫັນຂອງບັນດາປະເທດ, ທ່ານລັດຖະມົນຕີ ບຸ່ຍແທງເຊີນ ໄດ້ຕີລາຄາສູງຄຳໝັ້ນສັນຍາຂອງບັນດາຄູ່ຮ່ວມມືສະໜັບສະໜູນບົດບາດນຳໜ້າຂອງ ອາຊຽນ ໃນຄວາມມານະພະຍາຍາມຊຸກຍູ້ການເຈລະຈາ, ຮ່ວມມື ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈໃນພາກພື້ນ.

ທ່ານ​ລັດຖະມົນຕີ​ຮຽກຮ້ອງ​ໃຫ້​ບັນດາ​ຄູ່​ຮ່ວມ​ມື​ສະໜັບສະໜູນ​ຫຼັກ​ໝັ້ນ​ຮ່ວມ​ຂອງ ອາ​ຊຽນ ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ, ​ເພີ່ມ​ທະວີ​ຄວາມ​ສຳຄັນ​ຂອງ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC), ໜູນ​ຊ່ວຍ​ອາ​ຊຽນ ​ແລະ ຈີນ ບັນລຸ​ປະມວນ​ກົດ​ໝາຍ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ຢ່າງ​ມີ​ປະສິດທິ​ຜົນ ​ແລະ ​ແທດ​ຈິງ, ​ໃນ​ນັ້ນ​ມີ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982. ສັນຕິພາບ, ການຮ່ວມມື ແລະການພັດທະນາແບບຍືນຍົງ.

ຕາມ VNA/Vietnam+



ແຫຼ່ງທີ່ມາ

(0)

ເດັກຍິງຮ່າໂນ້ຍ "ແຕ່ງຕົວ" ທີ່ສວຍງາມສໍາລັບລະດູການວັນຄຣິດສະມາດ
ຫລັງ​ຈາກ​ລົມ​ພາຍຸ​ແລະ​ນ້ຳ​ຖ້ວມ, ໝູ່​ບ້ານ Tet chrysanthemum ​ເມືອງ Gia Lai ຫວັງ​ວ່າ​ຈະ​ບໍ່​ມີ​ໄຟຟ້າ​ໃຊ້​ເພື່ອ​ຊ່ວຍ​ປະ​ຢັດ​ໂຮງງານ.
ນະຄອນຫຼວງຂອງຕົ້ນຫມາກໂປມສີເຫຼືອງໃນພາກກາງໄດ້ຮັບຄວາມເສຍຫາຍຢ່າງຫນັກຫຼັງຈາກໄພພິບັດທໍາມະຊາດສອງເທົ່າ
ຮ້ານ​ກາ​ເຟ​ຢູ່​ຮ່າ​ໂນ້ຍ​ເຮັດ​ໃຫ້​ເປັນ​ໄຂ້​ຍ້ອນ​ສະ​ພາບ​ວັນ​ຄຣິດ​ສະ​ມາດ​ຄ້າຍ​ຄື​ຊາວ​ເອີ​ລົບ

ມໍລະດົກ

ຮູບ

ທຸລະກິດ

ຕາເວັນຂຶ້ນທີ່ສວຍງາມຢູ່ທະເລຂອງຫວຽດນາມ

ເຫດການປະຈຸບັນ

ລະບົບການເມືອງ

ທ້ອງຖິ່ນ

ຜະລິດຕະພັນ