* ກ່ອນໜ້ານັ້ນ, ຕອນຄໍ່າວັນທີ 13 ກໍລະກົດ, ທີ່ການພົບປະສັ້ນໆກັບທ່ານລັດຖະມົນຕີການຕ່າງປະເທດນອກແວ Anniken Huitfeldt, ສອງຝ່າຍໄດ້ຕີລາຄາສູງການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ; ເຫັນດີເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ ແລະ ສົມທົບກັນຢ່າງແໜ້ນແຟ້ນໃນການຊຸກຍູ້ການຄ້າ ແລະ ການລົງທຶນ 2 ຝ່າຍ.
ທ່ານລັດຖະມົນຕີນອກແວ ສະແດງຄວາມຍິນດີໜູນຊ່ວຍຫວຽດນາມ ໃນການຫັນປ່ຽນດ້ານພະລັງງານ ແລະ ການຕອບໂຕ້ການປ່ຽນແປງຂອງດິນຟ້າອາກາດ. 2 ຝ່າຍກໍ່ເຫັນດີເພີ່ມທະວີການສົມທົບກັນຢູ່ບັນດາກົນໄກ ແລະ ເວທີປາໄສພາກພື້ນ ແລະ ສາກົນ.
ທີ່ມາ






(0)