ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 43 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຢູ່ນະຄອນຫຼວງ Jakarta, ປະເທດ ອິນໂດເນເຊຍ. (ພາບ: ແອງເຊີນ) |
ກປ.ອອນໄລ - ວັນທີ 7 ກັນຍາ, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 43 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຢູ່ນະຄອນຫຼວງ Jakarta, ປະເທດ ອິນໂດເນເຊຍ.
ທີ່ການພົບປະ, ນາຍົກລັດຖະມົນຕີ 2 ທ່ານ ຕີລາຄາວ່າ ການຮ່ວມມື 2 ຝ່າຍໄດ້ຮັບການພັດທະນາຢ່າງມີປະສິດທິຜົນ ແລະ ແທດຈິງ; ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງນາຍົກລັດຖະມົນຕີ Anthony Albanese ໃນເດືອນ ມິຖຸນາ 2023 ແມ່ນຂີດໝາຍສຳຄັນເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອົດສະຕາລີ; ພ້ອມທັງເຫັນດີວ່າ ການພັດທະນາການພົວພັນລະຫວ່າງສອງປະເທດມີຜົນດີຕໍ່ສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືໃນພາກພື້ນ.
ທ່ານນາຍົກລັດຖະມົນຕີ Anthony Albanese ຢືນຢັນຄືນໃໝ່ວ່າ: ອົດສະຕາລີ ຖືເປັນສຳຄັນການເພີ່ມທະວີການພົວພັນກັບຫວຽດນາມ; ປາດຖະໜາວ່າ ຈະໄດ້ຕ້ອນຮັບທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄປ ອົດສະຕາລີ ໂດຍໄວ; ພ້ອມທັງສະເໜີໃຫ້ສອງຝ່າຍສຳເລັດການແລກປ່ຽນ ແລະ ບັນດາຂັ້ນຕອນພາຍໃນ ເພື່ອປະກາດຍົກລະດັບການພົວພັນ 2 ຝ່າຍກັບ ຫວຽດນາມ ຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດຮອບດ້ານໂດຍໄວ.
ທ່ານນາຍົກລັດຖະມົນຕີ ໃຫ້ຄຳໝັ້ນສັນຍາວ່າ ອົດສະຕາລີ ຍາມໃດກໍ່ໃຫ້ບຸລິມະສິດໜູນຊ່ວຍ ODA ໃຫ້ແກ່ຫວຽດນາມ, ພິເສດແມ່ນບັນດາຂົງເຂດທີ່ຫວຽດນາມ ຕ້ອງການຄື: ການປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ, ການຫັນປ່ຽນພະລັງງານ, ການຫັນເປັນດີຈີຕອນ, ເສດຖະກິດດີຈີຕອນ ແລະ ອື່ນໆ; ພ້ອມກັນນັ້ນ, ທ່ານກໍໄດ້ຮັບຮູ້ຂໍ້ສະເໜີຂອງທ່ານນາຍົກລັດຖະມົນຕີ ເພື່ອແນໃສ່ເພີ່ມທະວີການຮ່ວມມືດ້ານແຮງງານ, ສຶກສາ ແລະ ບຳລຸງສ້າງ, ມອບທຶນສຶກສາໃຫ້ນັກສຶກສາ ຫວຽດນາມ ແລະ ອື່ນໆ.
ນາຍົກລັດຖະມົນຕີ 2 ທ່ານ ເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ການເຈລະຈາ, ຮ່ວມມື ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈຜ່ານບັນດາກົນໄກນຳພາຂອງ ອາຊຽນ, ບົນພື້ນຖານເຄົາລົບບົດບາດໃຈກາງຂອງ ອາຊຽນ ແລະ ປຶກສາຫາລືກັບ ອາຊຽນ, ປະກອບສ່ວນຮັບປະກັນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ ແລະ ໃນໂລກ, ສືບຕໍ່ສະໜັບສະໜູນບັນດາຄວາມມານະພະຍາຍາມຂອງ ອາຊຽນ ໃນການຊຸກຍູ້ຮັດແຄບຊ່ອງຫວ່າງການພັດທະນາ ແລະ ພາກພື້ນລຸ່ມແມ່ນ້ຳຂອງ; ຢືນຢັນວ່າ 2 ປະເທດຈະສົມທົບກັບລາວ ເພື່ອຈັດຕັ້ງກອງປະຊຸມກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການຫັນປ່ຽນພະລັງງານຢູ່ຮ່າໂນ້ຍ ໃນທ້າຍປີນີ້.
ທ່ານນາຍົກລັດຖະມົນຕີ Anthony Albanese ໄດ້ຢ້ຳຄືນຄຳເຊີນຂອງທ່ານນາຍົກລັດຖະມົນຕີ Pham Minh Chinh ໄປຢ້ຽມຢາມ ອົດສະຕາລີ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດລະນຶກອາຊຽນ - ອົດສະຕາລີ ໃນເດືອນ 3/2024; ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ຢືນຢັນຢ່າງດີໃຈ.
ທີ່ມາ
(0)