ຕອນເຊົ້າວັນທີ 28 ກັນຍາ, ພະແນກສຶກສາ ແລະ ບຳລຸງສ້າງ ແຂວງ ກວາງຈິ ໄດ້ອອກເອກະສານຮຽກຮ້ອງໃຫ້ບັນດາສະຖາບັນ ການສຶກສາ ໃນແຂວງ ອະນຸຍາດໃຫ້ນັກຮຽນໄດ້ພັກຜ່ອນໃນວັນທີ 29 ກັນຍາ ເພື່ອຮັບປະກັນຄວາມປອດໄພ ຕໍ່ໜ້າການຜັນແປທີ່ສັບສົນຂອງພະຍຸເບີ 10 Bualoi.
ກົມກອງຍັງໄດ້ຊີ້ນຳບັນດາໂຮງຮຽນເລັ່ງກວດກາສະຖານທີ່, ກວດກາຄືນວິທະຍາເຂດ, ແລະ ເຄື່ອນໄຫວຍົກຍ້າຍນັກຮຽນ ແລະ ຄູອາຈານຢູ່ເຂດສ່ຽງເກີດດິນເຈື່ອນ, ໄພນ້ຳຖ້ວມກະທັນຫັນ. ພາຍຫຼັງພະຍຸ, ບັນດາໜ່ວຍງານຕ້ອງໄດ້ອະນາໄມ ແລະ ສ້ອມແປງຄວາມເສຍຫາຍ ເພື່ອຕ້ອນຮັບນັກຮຽນກັບຄືນໂຮງຮຽນໂດຍໄວ.

ເມື່ອວັນທີ 29 ກັນຍານີ້, ພະແນກສຶກສາ ແລະ ບຳລຸງສ້າງແຂວງ ກວາງຈີ, ເງ້ອານ ແລະ ແທງຮ໋ວາ ໄດ້ຕົກລົງໃຫ້ນັກສຶກສາພັກເຊົາຈາກໂຮງຮຽນ. (ພາບປະກອບ)
ພະແນກສຶກສາແຂວງ ກວາງຈິ ຮຽກຮ້ອງໃຫ້ບັນດາຫົວໜ່ວຍຕິດຕາມສະພາບພະຍຸ ແລະ ໄພນໍ້າຖ້ວມຢ່າງແໜ້ນແຟ້ນ, ລາຍງານເຫດການ ແລະ ຄວາມເສຍຫາຍຢ່າງທັນການ ເພື່ອເປັນການຊີ້ນໍາ.
ຕອນເຊົ້າວັນທີ 29/9, ທ່ານ ຫງວຽນຈ້ອງຮວ່ານ, ຫົວໜ້າຫ້ອງການສຶກສາ ແລະ ບຳລຸງສ້າງ ແຂວງ Nghe An ໃຫ້ຮູ້ວ່າ: ໃນວັນທີ 29 ກັນຍານີ້, ນັກຮຽນໃນທົ່ວແຂວງຈະປິດໂຮງຮຽນ.
ກ່ອນໜ້ານັ້ນ, ວັນທີ 27 ກັນຍາ, ພະແນກສຶກສາ ແລະ ບຳລຸງສ້າງ ແຂວງ ແທງຮ໋ວາ ກໍ່ໄດ້ສົ່ງເອກະສານເຖິງປະທານຄະນະກຳມາທິການປະຊາຊົນບັນດາຕາແສງ, ທ້ອງຖີ່ນໃນແຂວງ ກ່ຽວກັບການຮັບມືກັບພາຍຸ Bualoi.
ພະແນກສຶກສາ ແລະ ບຳລຸງສ້າງ ແທງຮ໋ວາ ຮຽກຮ້ອງບັນດາທ້ອງຖິ່ນຜັນຂະຫຍາຍບັນດາແຜນການຮັບປະກັນຄວາມປອດໄພໃຫ້ນັກຮຽນ, ຄູອາຈານ ແລະ ຜູ້ຄຸ້ມຄອງການສຶກສາ, ເພື່ອຫຼຸດຜ່ອນຄວາມເສຍຫາຍຈາກພາຍຸ.
ນອກຈາກນັ້ນ, ທ້ອງຖິ່ນຕ້ອງແຈ້ງໃຫ້ນັກຮຽນອະນຸບານ ແລະ ປະຖົມ ທຸກຄົນຢູ່ເຮືອນພັກໃນວັນທີ 29 ກັນຍາ ເພື່ອຮັບປະກັນຄວາມປອດໄພ.
ນັບແຕ່ວັນທີ 30 ກັນຍາ ເປັນຕົ້ນໄປ, ສະຖາບັນການສຶກສາຈະລົງຕິດຕາມການພັດ ທະນາຂອງພະຍຸ ແລະ ການໄຫຼວຽນຂອງລົມພາຍຸ, ລາຍງານໃຫ້ຄະນະປະຈຳພັກເມືອງ, ຄຸ້ມເມືອງ ແລະ ພະແນກສຶກສາທິການ ແລະ ກີລາ ເພື່ອຕັດສິນວ່າຈະໃຫ້ນັກຮຽນພັກຢູ່ໂຮງຮຽນຫຼືບໍ່ (ຖ້າເຫັນວ່າຈຳເປັນ).
ທີ່ມາ: https://vtcnews.vn/ba-tinh-mien-trung-cho-hoc-sinh-nghi-hoc-ngay-29-9-de-tranh-bao-bualoi-ar967895.html
(0)