| ພາບພົດຂອງກອງປະຊຸມສະໄໝສາມັນເທື່ອທີ 9 ສະພາແຫ່ງຊາດ ຊຸດທີ 15. ພາບ: Quochoi.vn |
ຕາມວາລະຂອງກອງປະຊຸມ, ກ່ອນປິດກອງປະຊຸມ, ສະພາແຫ່ງຊາດໄດ້ດຳເນີນກອງປະຊຸມຄົບຄະນະຢູ່ຫໍປະຊຸມ, ໄດ້ລົງຄະແນນສຽງຮັບຮອງເອົາ: ມະຕິຂອງສະພາແຫ່ງຊາດກ່ຽວກັບນະໂຍບາຍລົງທຶນໂຄງການກໍ່ສ້າງທາງລົດໄຟ ລາວກາຍ - ຮ່າໂນ້ຍ - ຫາຍຟ່ອງ; ມະຕິກ່ຽວກັບການທົດລອງຫຼາຍກົນໄກ ແລະ ນະໂຍບາຍສະເພາະ ແລະ ພິເສດ ເພື່ອພັດທະນາລະບົບຕາໜ່າງທາງລົດໄຟໃນຕົວເມືອງຢູ່ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ; ມະຕິກ່ຽວກັບກົນໄກ ແລະ ນະໂຍບາຍສະເພາະກ່ຽວກັບການລົງທຶນກໍ່ສ້າງໂຄງການໄຟຟ້ານິວເຄຼຍ Ninh Thuan ; ກົດໝາຍວ່າດ້ວຍການປະກາດໃຊ້ເອກະສານກົດໝາຍ (ສະບັບປັບປຸງ); ກົດໝາຍວ່າດ້ວຍການຈັດຕັ້ງຂອງທ້ອງຖິ່ນ (ສະບັບປັບປຸງ); ມະຕິກ່ຽວກັບການແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງເຖິງການຈັດຕັ້ງກົນໄກຂອງລັດ.
ທີ່ວາລະປິດກອງປະຊຸມ, ສະພາແຫ່ງຊາດໄດ້ລົງຄະແນນສຽງຮັບຮອງເອົາມະຕິ 2 ສະບັບ, ໃນນັ້ນມີ: ມະຕິກ່ຽວກັບການຜັນຂະຫຍາຍແຜນການພັດທະນາ ເສດຖະກິດ - ສັງຄົມປີ 2025 ດ້ວຍລະດັບເຕີບໂຕ 8% ຂຶ້ນໄປ; ມະຕິກ່ຽວກັບການທົດລອງຫຼາຍນະໂຍບາຍເພື່ອລົບລ້າງສິ່ງກີດຂວາງໃນການເຄື່ອນໄຫວວິທະຍາສາດ, ເຕັກໂນໂລຢີ ແລະ ນະວັດຕະກຳ.
ກ່າວຄຳເຫັນທີ່ວາລະປິດກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເຈີ່ນດ້າຍກວາງ ໃຫ້ຮູ້ວ່າ: ບົນພື້ນຖານປະຕິບັດບັນດານະໂຍບາຍ, ມະຕິຂອງພັກຢ່າງແໜ້ນແຟ້ນ, ປຶກສາຫາລືປະຊາທິປະໄຕ ແລະ ສ້າງກົດໝາຍຢ່າງຄົບຖ້ວນ; ພ້ອມກັບຈິດໃຈທີ່ໄດ້ຮັບຟັງ, ສຶກສາຢ່າງລະອຽດເພື່ອອະທິບາຍ, ດູດດື່ມ ແລະ ດັດແກ້ໂດຍອົງການຮ່າງກົດໝາຍ ແລະ ອົງການກວດກາ; ທີ່ກອງປະຊຸມຄັ້ງນີ້, ສະພາແຫ່ງຊາດໄດ້ພິຈາລະນາ ແລະ ຜ່ານຮ່າງກົດໝາຍ 04 ສະບັບ ລວມມີ: ກົດໝາຍວ່າດ້ວຍການຈັດຕັ້ງລັດຖະບານ (ສະບັບປັບປຸງ); ກົດໝາຍວ່າດ້ວຍການຈັດຕັ້ງຂອງທ້ອງຖິ່ນ (ສະບັບປັບປຸງ); ກົດໝາຍວ່າດ້ວຍການປັບປຸງ ແລະ ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການຈັດຕັ້ງສະພາແຫ່ງຊາດ; ກົດໝາຍວ່າດ້ວຍການປະກາດໃຊ້ເອກະສານກົດໝາຍ (ສະບັບປັບປຸງ); ມະຕິກ່ຽວກັບການແກ້ໄຂຫຼາຍບັນຫາກ່ຽວກັບການຈັດຕັ້ງກົນໄກແຫ່ງລັດ ແລະ ມະຕິ 04 ເພື່ອຜັນຂະຫຍາຍການຈັດຕັ້ງປະຕິບັດການຈັດຕັ້ງຂອງສະພາແຫ່ງຊາດ ແລະ ລັດຖະບານສະໄໝສາມັນເທື່ອທີ 15; ຜ່ານ 06 ມະຕິກ່ຽວກັບການຊຸກຍູ້ການພັດທະນາເສດຖະກິດ - ສັງຄົມຂອງປະເທດ ແລະ ບັນດາກົນໄກ ແລະ ນະໂຍບາຍສະເພາະຂອງບັນດາໂຄງການສຳຄັນ ແລະ ວຽກງານສຳຄັນຂອງຊາດ. ນີ້ແມ່ນຂີດໝາຍສຳຄັນໃນຂະບວນການສ້າງກົດໝາຍ, ມີຄວາມໝາຍສຳຄັນທີ່ສຸດໃນການຮັບໃຊ້ວິວັດການຈັດຕັ້ງ, ປັບປຸງກົນໄກການເມືອງ, ລົບລ້າງຄວາມຫຍຸ້ງຍາກ, ສິ່ງກີດຂວາງໃນບັນດາສະຖາບັນ, ນະໂຍບາຍ, ສ້າງບາດກ້າວບຸກທະລຸໃຫ້ແກ່ພື້ນຖານໂຄງລ່າງທີ່ສົມບູນ, ຊຸກຍູ້ແຫຼ່ງກຳລັງ, ສ້າງເງື່ອນໄຂພັດທະນາໃໝ່ໃຫ້ບັນດາທ້ອງຖິ່ນ ແລະ ທົ່ວປະເທດ.
ພ້ອມກັນນັ້ນ, ວຽກງານບຸກຄະລາກອນກໍໄດ້ຮັບການປະຕິບັດຢ່າງເຂັ້ມງວດ, ສອດຄ່ອງກັບລະບຽບການຂອງພັກ, ກົດໝາຍຂອງລັດ, ໄດ້ຮັບຄວາມເຫັນດີເຫັນພ້ອມສູງ ແລະ ເປັນເອກະພາບຂອງຜູ້ແທນສະພາແຫ່ງຊາດ.
ສະພາແຫ່ງຊາດໄດ້ເລືອກຕັ້ງຮອງປະທານສະພາແຫ່ງຊາດຕື່ມອີກ 2 ທ່ານ ສຳລັບສະໄໝທີ 15 ຂອງສະພາແຫ່ງຊາດ; ໄດ້ຮັບຮອງເອົາຂໍ້ສະເໜີຂອງນາຍົກລັດຖະມົນຕີ ເພື່ອແຕ່ງຕັ້ງຮອງນາຍົກລັດຖະມົນຕີ 2 ທ່ານ ໄລຍະ 2021-2026. ສະພາແຫ່ງຊາດຍັງໄດ້ເລືອກຕັ້ງປະທານຄະນະກຳມະການສະພາແຫ່ງຊາດ 6 ທ່ານ; ໄດ້ຮັບຮອງເອົາຂໍ້ສະເໜີຂອງນາຍົກລັດຖະມົນຕີ ໃນການແຕ່ງຕັ້ງລັດຖະມົນຕີ 4 ທ່ານ ໄລຍະ 2021-2026; ແລະ ພ້ອມກັນນັ້ນ, ກໍໄດ້ຍົກອອກລັດຖະມົນຕີ ແລະ ສະມາຊິກຄະນະປະຈຳສະພາແຫ່ງຊາດຈຳນວນໜຶ່ງໄປປະຕິບັດໜ້າທີ່ອື່ນໆ.
ທ່ານປະທານສະພາແຫ່ງຊາດ ເຈີ່ນດ້າຍກວາງ ໃຫ້ຮູ້ວ່າ: ກອງປະຊຸມສະໄໝສາມັນເທື່ອທີ 9 ໄດ້ຮັບຜົນສຳເລັດຢ່າງຈົບງາມ. ພ້ອມກັນນັ້ນ, ທ່ານໄດ້ຮຽກຮ້ອງໃຫ້ບັນດາອົງການ, ຫົວໜ່ວຍ, ທ້ອງຖິ່ນ ເລັ່ງລັດຈັດຕັ້ງ ແລະ ປະຕິບັດດ້ວຍຈິດໃຈຫ້າວຫັນ, ມີຫົວຄິດປະດິດສ້າງ, ເດັດດ່ຽວໜຽວແໜ້ນ, ຕັ້ງໜ້າພ້ອມກັນເຮັດ. ຮຽກຮ້ອງໃຫ້ລັດຖະບານ ຈົ່ງມານະພະຍາຍາມຈົນສຸດຄວາມສາມາດໃນການສ້າງແຜນການ, ເອກະສານລະອຽດບັນດາເນື້ອໃນທີ່ໄດ້ຮັບມອບໝາຍໃນກົດໝາຍ ແລະ ມະຕິຂອງສະພາແຫ່ງຊາດ; ບັນດາອົງການກວດກາຄືນຢ່າງຮີບດ່ວນເພື່ອແກ້ໄຂ ແລະ ເພີ່ມເຕີມບັນດາເນື້ອໃນນິຕິກຳທີ່ກ່ຽວຂ້ອງເຖິງການຈັດວາງກົນໄກທີ່ຕ້ອງໄດ້ຮັບການປະຕິບັດຢ່າງທັນການ, ມີລັກສະນະພິເສດ, ບໍ່ສາມາດປະຕິບັດຕາມຫຼັກການທົ່ວໄປເພື່ອປະກາດໃຊ້ພາຍໃຕ້ອຳນາດການປົກຄອງ. ພ້ອມກັນນັ້ນ, ທ່ານຮຽກຮ້ອງໃຫ້ບັນດາອົງການທີ່ກ່ຽວຂ້ອງ, ບັນດາຜູ້ແທນສະພາແຫ່ງຊາດ ສືບຕໍ່ຄົ້ນຄວ້າ ແລະ ຕັ້ງໜ້າກະກຽມບັນດາເນື້ອໃນດີທີ່ສຸດເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ 15 ທີ່ຈະມາເຖິງ.
ສະພາແຫ່ງຊາດເຊື່ອໝັ້ນວ່າ, ພາຍໃຕ້ການນຳພາຂອງພັກ; ການເຂົ້າຮ່ວມຂອງທັງລະບົບການເມືອງ, ທຸກຂັ້ນ, ຂະແໜງການ; ຄວາມສາມັກຄີ, ຄວາມມານະພະຍາຍາມຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ, ວົງຄະນາຍາດວິສາຫະກິດ ແລະ ພີ່ນ້ອງຮ່ວມຊາດຢູ່ຕ່າງປະເທດ, ປະເທດເຮົາຈະຜ່ານຜ່າທຸກຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ, ປະຕິບັດບັນດາຈຸດໝາຍ ແລະ ວຽກງານທີ່ໄດ້ວາງອອກໃນປີ 2025 ແລະ ຊຸມປີຕໍ່ໄປ.
ທີ່ມາ: https://www.mpi.gov.vn/portal/Pages/2025-2-19/Be-mac-Ky-hop-bat-thuong-lan-thu-9-Quoc-hoi-khoa-Xdz8x56.aspx










(0)