
ທີ່ການພົບປະ, ທ່ານ ເຈີ່ນກວກເກື່ອງ ໄດ້ແນະນຳທ່ານ Olivier Brochet ກ່ຽວກັບທ່າແຮງ ແລະ ກຳລັງແຮງຂອງແຂວງ ດ້ຽນບຽນ ໃນຂົງເຂດຕ່າງໆ, ພິເສດແມ່ນ ກະສິກຳ , ວັດທະນະທຳ, ທ່ອງທ່ຽວປະຫວັດສາດ. ໄດ້ແຈ້ງໃຫ້ທ່ານຊາບກ່ຽວກັບການຮ່ວມມືລະຫວ່າງ ດ້ຽນບຽນ ແລະ ສະຖານທູດຝະລັ່ງ ປະຈຳ ຫວຽດນາມ ໃນຂົງເຂດວັດທະນະທຳ ແລະ ທ່ອງທ່ຽວໃນໄລຍະຜ່ານມາ.

ດ້ວຍຄວາມປາດຖະໜາ ແລະ ຄວາມມານະພະຍາຍາມຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືລະຫວ່າງແຂວງ ດ້ຽນບຽນ ກັບບັນດາອົງການ, ອົງການຈັດຕັ້ງຂອງຝະລັ່ງ, ແຂວງ ດ້ຽນບຽນ ປາດຖະໜາວ່າ ທ່ານເອກອັກຄະລັດຖະທູດ ສືບຕໍ່ແນະນຳແຂວງ ດ້ຽນບຽນ ເຖິງບັນດາທ້ອງຖິ່ນທີ່ເໝາະສົມ ແລະ ຄູ່ຮ່ວມມື ຝະລັ່ງ ເພື່ອລະດົມການໜູນຊ່ວຍ, ທຶນຮອນໃຫ້ແກ່ບັນດາໂຄງການ, ໂຄງການຕື່ມອີກ; ສະໜັບສະໜູນການເຊື່ອມຕໍ່ບັນດາວິສາຫະກິດ ແລະ ນັກລົງທຶນຝລັ່ງ ເຂົ້າຮ່ວມການສຳຫຼວດ ແລະ ຄົ້ນຄ້ວາບັນດາໂຄງການລົງທຶນ ແລະ ການຮ່ວມມືດ້ານວັດທະນະທຳ ແລະ ທ່ອງທ່ຽວແຂວງ ດ້ຽນບຽນ; ແນະນຳບັນດາຄູ່ຮ່ວມທີ່ປຶກສາເພື່ອໜູນຊ່ວຍແຂວງດ້ຽນບຽນ ໃນການແກ້ໄຂປັບປຸງຄຸນນະພາບການວາງລະບົບໄຟຟ້າໃນຕົວເມືອງ; ພ້ອມທັງສະໜັບສະໜູນການແລກປ່ຽນບົດຮຽນໃນການອະນຸລັກຮັກສາ ແລະ ວາງສະແດງບັນດາວັດຖຸພັນໃນຫໍພິພິທະພັນນອກ, ໂດຍສະເພາະແມ່ນອາວຸດຍຸດໂທປະກອນ ແລະ ພາຫະນະ ການທະຫານ ຂະໜາດໃຫຍ່.

ສະແດງຄວາມຂອບອົກຂອບໃຈການຕ້ອນຮັບຢ່າງອົບອຸ່ນຂອງທ່ານເລຂາພັກແຂວງ ແລະ ການນຳແຂວງ ດ້ຽນບຽນ, ທ່ານ Olivier Brochet ຢືນຢັນວ່າ: ດ້ວຍຄວາມປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມື ແລະ ມິດຕະພາບໃນຂົງເຂດຕ່າງໆລະຫວ່າງ ຝະລັ່ງ ແລະ ຫວຽດນາມ ເວົ້າລວມ ແລະ ແຂວງ ດ້ຽນບຽນ ເວົ້າສະເພາະ ແລະ ດ້ວຍການພົວພັນຮ່ວມມືແບບດັ້ງເດີມລະຫວ່າງແຂວງ ດ້ຽນບຽນ ກັບຝະລັ່ງ ຈະສືບຕໍ່ໜູນຊ່ວຍບັນດາປະເທດ. ມີຄວາມເຊື່ອໝັ້ນໃນແງ່ຫວັງຂອງການພັດທະນາການຮ່ວມມືໃນອະນາຄົດ.
ທີ່ມາ: https://baodienbienphu.com.vn/tin-tuc/doi-ngoai/219751/bi-thu-tinh-uy-tiep-dai-su-dac-menh-toan-quyen-cong-hoa-phap-tai-viet-nam










(0)