ຄະ​ນະ​ໄດ້​ໄປ​ຢ້ຽມ​ຢາມ ແລະ ສະ​ເຫຼີມ​ສະ​ຫຼອງ​ບຸນ Sene Dolta ຢູ່​ບັນ​ດາ​ພະ​ທາດ​ຄື: Khemara Rang-say (ຕາ​ແສງ Tan Hoa), Som Rong ( Soc Trang ) ແລະ Tum Nup (ຕາ​ແສງ An Ninh). ຢູ່​ແຕ່ລະ​ຈຸດໝາຍ​ປາຍທາງ, ຜູ້ຕາງໜ້າ​ຄະນະ​ໄດ້​ຊັກ​ຖາມ​ສຸຂະພາບ ​ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ພະ​ສົງ, ອາ​ຈານ ​ແລະ ຊາວ​ພຸດ; ພ້ອມ​ກັນ​ນັ້ນ, ກໍ​ໄດ້​ສົ່ງ​ຄວາມ​ຊົມ​ເຊີຍ​ເຖິງ​ຊາວ​ເຜົ່າ​ຂະ​ແມ​ໃນ​ວັນ​ບຸນ​ປະ​ເພນີ​ດ້ວຍ​ຄວາມ​ສະຫງົບ, ອົບ​ອຸ່ນ, ​ເບີກບານ​ມ່ວນ​ຊື່ນ ​ແລະ ​ເປັນ​ເອກະ​ພາບ​ກັນ.

ບັນດາຜູ້ແທນຖ່າຍຮູບທີ່ລະນຶກ.

ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ຢູ່​ວັດ Khemara Rang-say, ພຣະ​ວິ​ຫານ Kim Van Sanh, ອະ​ທິ​ບໍ​ດີ​ອົງ​ການ​ວັດ ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຍິນ​ດີ ແລະ ຕື່ນ​ເຕັ້ນ​ທີ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ລັດ​ຖະ​ບານ ແລະ ກຳ​ລັງ​ປະ​ກອບ​ອາ​ວຸດ. ທ່ານ​ກ່າວ​ວ່າ, ນີ້​ແມ່ນ​ກຳລັງ​ໃຈ​ອັນ​ໃຫຍ່​ຫຼວງ, ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ເຊື່ອ​ຖື​ຂອງ​ຊາວ​ເຜົ່າ​ຂະ​ແມ​ໃນ​ການ​ສືບ​ຕໍ່​ປະຕິບັດ​ແນວທາງ​ນະ​ໂຍບາຍ​ຂອງ​ພັກ, ກົດໝາຍ​ຂອງ​ລັດ​ໃຫ້​ດີ, ຮ່ວມ​ມື​ກໍ່ສ້າງ​ບ້ານ​ເກີດ​ເມືອງ​ນອນ​ໃຫ້​ນັບ​ມື້​ນັບ​ພັດທະນາ.

ທ່ານພັນເອກ ຫງວຽນວັນກມ, ຮອງຫົວໜ້າການເມືອງກອງບັນຊາການທະຫານນະຄອນ ເກີນເທີ ໄດ້ມອບຂອງຂວັນໃຫ້ວັດ Khemara Rang-say, ຕາແສງ Tan Hoa.

​ໃນ​ໂອກາດ​ນີ້, ຄະນະ​ຍັງ​ໄດ້​ມອບ​ຂອງ​ຂວັນ​ທີ່​ມີ​ຄວາມ​ໝາຍ​ຫຼາຍ​ຢ່າງ​ໃຫ້​ແກ່​ພະ​ວິຫານ ​ແລະ ຊາວ​ເຜົ່າ​ຂະ​ແມ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ແບ່ງປັນ ​ແລະ ​ໄດ້​ຮັບ​ຄວາມ​ສາມັກຄີ​ຢ່າງ​ເລິກ​ເຊິ່ງລະຫວ່າງ​ກຳລັງ​ປະກອບ​ອາວຸດ ​ແລະ ຊາວ​ເຜົ່າ​ສ່ວນ​ໜ້ອຍ. ການ​ເຄື່ອນ​ໄຫວ​ດັ່ງກ່າວ​ໄດ້​ປະກອບສ່ວນ​ຮັດ​ແໜ້ນ​ນ້ຳ​ໃຈ​ສາມັກຄີ​ລະຫວ່າງ​ກອງທັບ ​ແລະ ປະຊາຊົນ, ​ເພີ່ມ​ທະວີ​ການ​ເຕົ້າ​ໂຮມ​ຄວາມ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ຢູ່​ນະຄອນ ​ເກີນ​ເທີ.

ຂ່າວ ແລະ ພາບ: ດຸ້ຍ ພົງ

    ທີ່ມາ: https://www.qdnd.vn/xa-hoi/dan-toc-ton-giao/tin-tuc/bo-chqs-tp-can-tho-tham-chuc-mung-sene-dolta-dong-bao-khmer-846958