
ທ່ານລັດຖະມົນຕີ ການຕ່າງປະເທດ Le Hoai Trung ໄດ້ພົບປະກັບ ທ່ານ Prak Sokhonn ລັດຖະມົນຕີການຕ່າງປະເທດ ກຳປູເຈຍ - ພາບ: VGP/Nhat Bac
* ທີ່ການພົບປະກັບ ທ່ານຮອງນາຍົກລັດຖະມົນຕີ ກຳປູເຈຍ Prak Sokhonn, ທ່ານ ລັດຖະມົນຕີການຕ່າງປະເທດ Le Hoai Trung ໄດ້ສົ່ງຄຳອວຍພອນເຖິງທ່ານຮອງນາຍົກລັດຖະມົນຕີ, ທ່ານ Prak Sokhonn ເນື່ອງໃນໂອກາດສະເຫຼີມສະຫຼອງ 72 ປີແຫ່ງວັນຊາດກຳປູເຈຍ (9 ພະຈິກ 1953 – 9 ພະຈິກ 2025); ຂອບໃຈກຳປູເຈຍທີ່ໄດ້ສົ່ງຄະນະຜູ້ແທນໂດຍທ່ານຮອງນາຍົກລັດຖະມົນຕີ Sok Chenda Sophea ນຳໜ້າເຂົ້າຮ່ວມພິທີລົງນາມໃນສົນທິສັນຍາສະຫະປະຊາຊາດຕ້ານອາດຊະຍາກຳທາງອິນເຕີເນັດຢູ່ ຮ່າໂນ້ຍ (25-26 ຕຸລາ).
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ Prak Sokhonn ໄດ້ສົ່ງຄວາມຊົມເຊີຍຢ່າງຈິງໃຈມາຍັງລັດຖະບານ ແລະ ປະຊາຊົນ ຫວຽດນາມ ກ່ຽວກັບບັນດາຜົນງານອັນໃຫຍ່ຫຼວງທີ່ໄດ້ຮັບພາຍຫຼັງການປະຕິຮູບໃໝ່ໃນການພັດທະນາເສດຖະກິດ - ສັງຄົມ; ຕີລາຄາສູງການຊີ້ນຳທີ່ມີສະຕິປັນຍາຂອງພັກກອມມູນິດຫວຽດນາມ ແລະ ຄຳສັ່ງອັນໃກ້ຊິດຂອງລັດຖະບານ, ໄດ້ຊ່ວຍປະເທດຊາດສືບຕໍ່ຮັກສາສະຖຽນລະພາບດ້ານການເມືອງ, ການເຕີບໂຕແບບຍືນຍົງ ແລະ ຢືນຢັນບົດບາດສຳຄັນຂອງພາກພື້ນ ແລະ ສາກົນ.
2 ຝ່າຍຢືນຢັນຄືນໃໝ່ຄວາມສຳຄັນ ແລະ ບຸລິມະສິດຂອງການຮັດແໜ້ນ ແລະ ພັດທະນາການພົວພັນບ້ານໃກ້ເຮືອນຄຽງທີ່ດີ, ມິດຕະພາບແບບດັ້ງເດີມ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານລະຫວ່າງ ຫວຽດນາມ - ກຳປູເຈຍ ແລະ ຍິນດີເພີ່ມທະວີການພົວພັນຮ່ວມມືລະຫວ່າງສອງປະເທດໃນໄລຍະມໍ່ໆມານີ້. ເພື່ອສືບຕໍ່ຮັດແໜ້ນການພົວພັນລະຫວ່າງສອງປະເທດຢ່າງມີປະສິດທິຜົນ ແລະ ແທດຈິງ, 2 ຝ່າຍໄດ້ເຫັນດີເປັນເອກະພາບສົມທົບກັນຢ່າງແໜ້ນແຟ້ນໃນການກະກຽມໃຫ້ແກ່ການເຄື່ອນໄຫວວຽກງານການຕ່າງປະເທດລະຫວ່າງສອງພັກ ແລະ ສອງລັດໃນໄລຍະຈະມາເຖິງ. ຕາມນັ້ນແລ້ວ, 2 ຝ່າຍຢືນຢັນຈະສົມທົບກັນເປັນຢ່າງດີໃນການກະກຽມໃຫ້ແກ່ກອງປະຊຸມຄັ້ງທີ 21 ຄະນະກຳມະການຮ່ວມມືດ້ານເສດຖະກິດ, ວັດທະນະທຳ, ວິທະຍາສາດ ແລະ ເຕັກນິກ ຫວຽດນາມ - ກຳປູເຈຍ ໂດຍທ່ານລັດຖະມົນຕີການຕ່າງປະເທດ 2 ປະເທດເປັນປະທານຮ່ວມ; ສຸມໃສ່ສ້າງບາດກ້າວບຸກທະລຸໃນການຮ່ວມມືດ້ານເສດຖະກິດເພື່ອນຳວົງເງິນການຄ້າສອງຝ່າຍໃຫ້ບັນລຸ 20 ຕື້ USD ໃນໄລຍະຈະມາເຖິງ, ຊຸກຍູ້ການເພີ່ມທະວີການເຊື່ອມຈອດພື້ນຖານໂຄງລ່າງຄົມມະນາຄົມ ແລະ ຂົນສົ່ງລະຫວ່າງສອງປະເທດ.
ໂດຍປຶກສາຫາລືກ່ຽວກັບສະພາບການໂລກ ແລະ ພາກພື້ນໃນໄລຍະມໍ່ໆມານີ້, 2 ຝ່າຍໄດ້ເນັ້ນໜັກເຖິງຄວາມສາມັກຄີຂອງ 3 ປະເທດ ຫວຽດນາມ - ກຳປູເຈຍ - ລາວ ແລະ ຄວາມສາມັກຄີ, ຄວາມເຫັນດີເຫັນພ້ອມຂອງ ອາຊຽນ ໃນສະພາບການປະຈຸບັນ; ເຫັນດີສືບຕໍ່ຮັກສາການປຶກສາຫາລື ແລະ ແລກປ່ຽນກ່ຽວກັບບັນດາບັນຫາຍຸດທະສາດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການກໍ່ສ້າງປະຊາຄົມອາຊຽນ ສາມັກຄີ, ເປັນເອກະລາດ ແລະ ເຂັ້ມແຂງ. ທ່ານລັດຖະມົນຕີ ເລຮ່ວາຍຈູງ ໄດ້ຕ້ອນຮັບ ແລະ ຊົມເຊີຍ ໄທ ແລະ ກຳປູເຈຍ ທີ່ໄດ້ລົງນາມໃນຖະແຫຼງການຮ່ວມລະຫວ່າງນາຍົກລັດຖະມົນຕີ 2 ປະເທດ ກ່ຽວກັບໝາກຜົນຂອງກອງປະຊຸມຢູ່ກົວລາລຳເປີ ໃນວັນທີ 26 ຕຸລາ ເພື່ອແກ້ໄຂບັນຫາຊາຍແດນດ້ວຍສັນຕິວິທີ; ຕີລາຄາສູງບັນດາຄວາມມານະພະຍາຍາມໄກ່ເກ່ຍ ແລະ ຄວາມປອງດອງກັນຂອງບັນດາປະເທດ; ເຊື່ອໝັ້ນວ່າ ຖະແຫຼງການຮ່ວມນີ້ຈະສ້າງພື້ນຖານໃຫ້ແກ່ການແກ້ໄຂໂດຍສັນຕິໃນໄລຍະຍາວ ແລະ ຢືນຢັນວ່າ ຫວຽດນາມ ພ້ອມແລ້ວທີ່ຈະເຂົ້າຮ່ວມບັນດາຄວາມມານະພະຍາຍາມຮ່ວມຂອງ ອາຊຽນ ເພື່ອໜູນຊ່ວຍ ກຳປູເຈຍ ແລະ ໄທ ປະຕິບັດສັນຍານີ້ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ.
ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີ ເລຮ່ວາຍຈູງ ໄດ້ຮຽກຮ້ອງໃຫ້ຝ່າຍ ກຳປູເຈຍ ສ້າງຄວາມສະດວກໃນການເຄື່ອນໄຫວລົງທຶນ, ຊຸກຍູ້ການສົ່ງອອກສິນຄ້າລະຫວ່າງ 2 ປະເທດ; ເອົາໃຈໃສ່ຊຸກຍູ້ການຜັນຂະຫຍາຍວຽກງານປັກຫຼັກໝາຍຊາຍແດນຫວຽດນາມ - ກຳປູເຈຍ ໃຫ້ສຳເລັດໂດຍໄວ ເພື່ອແນໃສ່ກໍ່ສ້າງເສັ້ນຊາຍແດນສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະ ພັດທະນາຂອງຕ່າງປະເທດ.

ທ່ານລັດຖະມົນຕີການຕ່າງປະເທດ ເລຮ່ວາຍຈູງ ແລະ ລັດຖະມົນຕີວ່າການກະຊວງການຕ່າງປະເທດໄທ Sihasak Phuangketkeow - ພາບ: VGP/Nhat Bac
* ທີ່ການພົບປະລະຫວ່າງທ່ານລັດຖະມົນຕີການຕ່າງປະເທດ ເລຮ ່ວາຍຈູງ ແລະ ທ່ານລັດຖະມົນຕີການຕ່າງປະເທດ ໄທ Sihasak Phuangketkeow , ທ່ານລັດຖະມົນຕີ Sihasak Phuangketkeow ຢືນຢັນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ ໄທ ຢູ່ ອາຊີຕາເວັນອອກສ່ຽງໃຕ້ ແລະ ກະຊວງການຕ່າງປະເທດ ໄທ ຈະສົມທົບກັນຢ່າງແໜ້ນແຟ້ນກັບກະຊວງການຕ່າງປະເທດ ຫວຽດນາມ ເພື່ອຈັດຕັ້ງ ແລະ ກະກຽມໃຫ້ແກ່ການຢ້ຽມຢາມ ແລະ ການພົວພັນລະຫວ່າງສອງປະເທດຂັ້ນສູງຫວຽດນາມ ໃນໄລຍະຈະມາເຖິງ. ລັດຖະມົນຕີ 2 ທ່ານໄດ້ເຫັນດີເປັນເອກະພາບສົມທົບກັນຢ່າງແໜ້ນແຟ້ນ ເພື່ອປະຕິບັດບັນດາໝາກຜົນສະເພາະ ແລະ ສຳຄັນຂອງກອງປະຊຸມຄະນະລັດຖະບານຮ່ວມ ຫວຽດນາມ - ໄທ ຄັ້ງທີ 4; ຍູ້ແຮງການຜັນຂະຫຍາຍໂຄງການດຳເນີນງານເພື່ອປະຕິບັດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໄລຍະ 2026 – 2030 ດ້ວຍບັນດາເນື້ອໃນການຮ່ວມມືອັນສຳຄັນລະຫວ່າງສອງປະເທດໃນໄລຍະໃໝ່.
ຕີລາຄາວ່າ, ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ສືບຕໍ່ເປັນເສົາຄ້ຳໃນການພົວພັນສອງຝ່າຍ, ສອງຝ່າຍໄດ້ຢືນຢັນຄວາມຕັ້ງໃຈທີ່ຈະນຳວົງເງິນການຄ້າສອງຝ່າຍໃຫ້ບັນລຸເປົ້າໝາຍ 25 ຕື້ USD ໂດຍໄວ; ຕົກລົງຈະສົມທົບກັນຢ່າງແໜ້ນແຟ້ນໃນການກໍ່ສ້າງ ແລະ ປະຕິບັດຍຸດທະສາດ “ສາມເຊື່ອມຕໍ່”. ລັດຖະມົນຕີ 2 ທ່ານກໍ່ຢືນຢັນຄວາມຕັດສິນໃຈຊຸກຍູ້ການຮ່ວມມືໃນບັນດາຂົງເຂດໃໝ່ທີ່ມີທ່າແຮງບົ່ມຊ້ອນໃຫຍ່ຄື: ວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນດີຈີຕອນ, ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ພະລັງງານທົດແທນ, ການຫັນປ່ຽນພະລັງງານຢ່າງສະເໝີພາບ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງແຕ່ລະປະເທດ.
ເນື່ອງໃນໂອກາດນີ້, ສອງຝ່າຍຍັງໄດ້ປຶກສາຫາລືຫຼາຍບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ກ່ຽວກັບການສະກັດກັ້ນການຫາປາທີ່ຜິດກົດໝາຍ, ບໍ່ມີການລາຍງານ ແລະ ບໍ່ມີລະບຽບ (IUU), ທ່ານລັດຖະມົນຕີການຕ່າງປະເທດ ໄທ ໄດ້ຮັບຮູ້ບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໃນຂົງເຂດນີ້ໃນໄລຍະມໍ່ໆມານີ້ ແລະ ຢືນຢັນວ່າ: ໄທ ພ້ອມແລ້ວທີ່ຈະເພີ່ມທະວີການສົມທົບກັບ ຫວຽດນາມ ໃນບັນດາການເຄື່ອນໄຫວຂຸດຄົ້ນ ແລະ ປົກປັກຮັກສາສິ່ງແວດລ້ອມຢູ່ທະເລ.
ຕ້ອນຮັບ ແລະ ຊົມເຊີຍ ໄທ ແລະ ກຳປູເຈຍ ທີ່ໄດ້ລົງນາມໃນຖະແຫຼງການຮ່ວມລະຫວ່າງ 2 ນາຍົກລັດຖະມົນຕີ ກ່ຽວກັບໝາກຜົນກອງປະຊຸມຢູ່ກົວລາລຳເປີ ໃນວັນທີ 26 ຕຸລາ ຜ່ານມາ ເພື່ອແກ້ໄຂບັນຫາຊາຍແດນລະຫວ່າງ 2 ປະເທດໂດຍສັນຕິວິທີ, ທ່ານ ລັດຖະມົນຕີ ເລຮ່ວາຍຈູງ ຢືນຢັນວ່າ ຫວຽດນາມ ພ້ອມແລ້ວທີ່ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນບັນດາຄວາມມານະພະຍາຍາມລວມຂອງ ອາຊຽນ ເພື່ອໜູນຊ່ວຍ 2 ປະເທດປະຕິບັດຂໍ້ຕົກລົງທີ່ບັນລຸໄດ້.
ປຶກສາຫາລືການຮ່ວມມືດ້ານປ້ອງກັນຄວາມສະຫງົບ, ສອງຝ່າຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການເພີ່ມທະວີການປະສານງານ ແລະ ແລກປ່ຽນຂໍ້ມູນຂ່າວສານໃນການຕໍ່ສູ້ຕ້ານພວກກໍ່ການຮ້າຍ ແລະ ບັນດາອົງການປະຕິກິລິຍາ; ຮັບປະກັນວ່າບໍ່ມີບຸກຄົນ ຫຼື ອົງການໃດຖືກອະນຸຍາດໃຫ້ນຳໃຊ້ຜືນແຜ່ນດິນຂອງປະເທດໜຶ່ງເພື່ອຕໍ່ສູ້ກັບອີກຝ່າຍ.
ລັດຖະມົນຕີ 2 ທ່ານໄດ້ເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ປຶກສາຫາລື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ; ຮັດແໜ້ນຄວາມສາມັກຄີ ແລະ ເສີມຂະຫຍາຍບົດບາດໃຈກາງຂອງອາຊຽນ ໃນບັນດາບັນຫາພາກພື້ນ ແລະ ສາກົນ; ຮ່ວມມືພັດທະນາອະນຸພາກພື້ນແມ່ນ້ຳຂອງ, ຄຸ້ມຄອງ ແລະ ນຳໃຊ້ແຫຼ່ງນ້ຳແມ່ນ້ຳຂອງຢ່າງຍືນຍົງ; ສະໜັບສະໜູນສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ ບົນພື້ນຖານກົດໝາຍສາກົນ ແລະ ສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍທະເລປີ 1982 (UNCLOS 1982).

ທ່ານລັດຖະມົນຕີການຕ່າງປະເທດ ເລຮ່ວາຍຈູງ ແລະ ທ່ານລັດຖະມົນຕີການຕ່າງປະເທດ ຟີລິບປິນ Maria Theresa Lazaro - ພາບ: VGP/Nhat Bac
* ທີ່ການພົບປະກັບ ລັດຖະມົນຕີ ການຕ່າງປະເທດ ຟີລິບປິນ Maria Theresa Lazaro, ທ່ານລັດຖະມົນຕີການຕ່າງປະເທດ Le Hoai Trung ຢືນຢັນວ່າ ຫວຽດນາມ ຕີລາຄາສູງການພົວພັນກັບ ຟີລິບປິນ ແລະ ປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ປະເທດໃນທຸກຂົງເຂດ, ພິເສດແມ່ນການຮ່ວມມືລະຫວ່າງ 2 ກະຊວງການຕ່າງປະເທດ ໃນສະພາບການທີ່ສັບສົນໃນໂລກ ແລະ ພາກພື້ນ. ສ່ວນທ່ານລັດຖະມົນຕີ ເລຮ່ວາຍຈູງ, ທ່ານລັດຖະມົນຕີ Maria Theresa Lazaro ຢືນຢັນວ່າ ຟີລິບປີນ ຕີລາຄາສູງການພົວພັນຄູ່ຮ່ວມມືຍຸດທະສາດກັບ ຫວຽດນາມ ແລະ ໃຫ້ຄຳໝັ້ນສັນຍາວ່າ ກະຊວງການຕ່າງປະເທດ ຟີລິບປິນ ຈະຮ່ວມມືຢ່າງແໜ້ນແຟ້ນກັບກະຊວງການຕ່າງປະເທດ ຫວຽດນາມ ເພື່ອແນໃສ່ຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນໃນໄລຍະຈະມາເຖິງ.
ເນື່ອງໃນໂອກາດນີ້, ສອງລັດຖະມົນຕີໄດ້ເຫັນດີເພີ່ມທະວີການສົມທົບ ແລະ ຍົກສູງປະສິດທິຜົນຂອງບັນດາກົນໄກຮ່ວມມື ແລະ ຂໍ້ຕົກລົງລະຫວ່າງ 2 ປະເທດ ເຊັ່ນ: ຄະນະກຳມະການຮ່ວມມື 2 ຝ່າຍ; ແລະ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດຄົບຮອບ 50 ປີໃນປີ 2026. 2 ຝ່າຍກໍ່ເຫັນດີນຳໃຊ້ບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງໃນການພົວພັນ, ໃນນັ້ນມີການສົມທົບກັນຊຸກຍູ້ການຮັບປະກັນດ້ານສະບຽງອາຫານ.
ຕອນທ້າຍຂອງກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດ ເລຮ່ວາຍຈູງ ໄດ້ສົ່ງຄຳເຊີນມາຢ້ຽມຢາມ ຫວຽດນາມ ຂອງທ່ານລັດຖະມົນຕີການຕ່າງປະເທດ ຟີລິບປິນ Maria Theresa Lazaro./.
ທີ່ມາ: https://baochinhphu.vn/bo-truong-ngoai-giao-le-hoai-trung-tiep-xuc-song-phuong-nhan-dip-tham- du-hoi-nghi-cap-cao-asean-lan-thu-47-va-cac-hoi-nghi-cap-cao-lien-quan-102251027202659181.htm






(0)