ກ່າວຄຳເຫັນທີ່ພິທີເປີດເວທີປາໄສ, ທ່ານລັດຖະມົນຕີປ້ອງກັນປະເທດ ລັດເຊຍ Andrei Belousov ຢັ້ງຢືນວ່າ: ອາວຸດຍຸດໂທປະກອນໃໝ່ ແລະ ທັນສະ ໄໝຈຳນວນຫຼາຍຈະຖືກວາງສະແດງ, ເປັນຄັ້ງທຳອິດ, ເວທີປາໄສຈະວາງສະແດງບັນດາຜະລິດຕະພັນຂອງ “ອຸດສາຫະກຳປ້ອງກັນຊາດປະຊາຊົນ”, ແມ່ນບັນດາຜະລິດຕະພັນທີ່ຜະລິດໂດຍປະຊາຊົນ, ກຸ່ມຄົນງານ, ບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງ. ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ລັດເຊຍ ເຊື່ອໝັ້ນວ່າ ເວທີປາໄສຈະປະກອບສ່ວນປະຕິບັດບັນດາແນວຄິດບຸກທະລຸໃນຂົງເຂດປ້ອງກັນປະເທດ, ພັດທະນາອຸດສາຫະກຳປ້ອງກັນປະເທດ ລັດເຊຍ ແລະ ເພີ່ມທະວີການຮ່ວມມື ດ້ານການທະຫານ - ເຕັກນິກກັບບັນດາຄູ່ຮ່ວມມື.
ທ່ານປະທານາທິບໍດີລັດເຊຍ Vladimir Putin ກໍ່ໄດ້ສົ່ງສານວິດີໂອເພື່ອຕ້ອນຮັບເວທີປາໄສ. ທ່ານປະທານາທິບໍດີ Putin ຢືນຢັນວ່າ ເວທີປາໄສແມ່ນເຫດການສະເໝີຕົ້ນສະເໝີປາຍດຶງດູດຄວາມສົນໃຈເປັນພິເສດຈາກບັນດານັກຊ່ຽວຊານ, ນັກສຶກສາ ແລະ ສື່ມວນຊົນໃນທົ່ວ ໂລກ . ທ່ານປະທານາທິບໍດີ Putin ເນັ້ນໜັກວ່າ, ຝ່າຍລັດເຊຍ ຍາມໃດກໍ່ຕີລາຄາສູງຄວາມສົນໃຈ ແລະ ການຮ່ວມມືຂອງບັນດາຄູ່ຮ່ວມມືທີ່ເຂົ້າຮ່ວມເວທີປາໄສ, ພ້ອມແລ້ວທີ່ຈະຊຸກຍູ້ການຮ່ວມມື “ຮ່ວມກັນສ້າງຄວາມໝັ້ນຄົງທີ່ສະເໝີພາບ ແລະ ບໍ່ແບ່ງແຍກ ແລະ ສ້າງໂລກຫຼາຍຂົ້ວທີ່ເປັນທຳ”.
ພາຍຫຼັງພິທີເປີດ, ທ່ານພົນໂທ ຟານວັນຢາງ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມບັນດາຮ້ານວາງສະແດງຂອງກອງທັບ - 2024. ທີ່ແຕ່ລະບູດ, ທ່ານລັດຖະມົນຕີ ຟານວັນຢາງ ແລະ ຄະນະໄດ້ໃຊ້ເວລາສຶກສາກ່ຽວກັບບັນດາຜະລິດຕະພັນທີ່ວາງສະ ແດງ, ແລກປ່ຽນຂໍ້ມູນຂ່າວສານທີ່ກ່ຽວຂ້ອງ, ຊົມເຊີຍ ແລະ ຕີລາຄາສູງການເຂົ້າຮ່ວມຂອງບັນດາຫົວໜ່ວຍ, ວິສາຫະກິດໃນງານຄັ້ງນີ້.
ກອງທັບແມ່ນງານວາງສະແດງ ແລະ ເວທີປາໄສຄົບຊຸດ ໂດຍ ກະຊວງປ້ອງກັນປະເທດ ສະຫະພັນລັດເຊຍ ຈັດຕັ້ງປະຈຳປີ ນັບແຕ່ປີ 2015 ຢູ່ສູນວາງສະແດງ ແລະ ປະຊຸມ Patriot ຢູ່ເຂດນອກນະຄອນຫຼວງມົດສະກູ, ໄດ້ດຶງດູດຫຼາຍປະເທດ, ວິສາຫະກິດ ແລະ ອົງການຈັດຕັ້ງອຸດສາຫະກຳປ້ອງກັນຊາດເຂົ້າຮ່ວມ ແລະ ວາງສະແດງ ແລະ ແນະນຳບັນດາຜະລິດຕະພັນດ້ານປ້ອງກັນຊາດ. ເວທີປາໄສແມ່ນໜຶ່ງໃນບັນດາງານວາງສະແດງອາວຸດ ແລະ ອຸປະກອນເຕັກນິກສາກົນທີ່ໃຫຍ່ທີ່ສຸດໃນໂລກ. ກອງປະຊຸມເວທີປາໄສກອງທັບ-2024 ມີການເຂົ້າຮ່ວມຂອງຄະນະຜູ້ແທນການທະຫານທີ່ມາຈາກ 83 ປະເທດ, ໂດຍມີຄະນະຜູ້ແທນ 39 ທ່ານໂດຍລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ຫົວໜ້າກົມໃຫຍ່ເສນາທິການ.
ເວທີປາໄສລວມມີການວາງສະແດງບັນດາຜະລິດຕະພັນທີ່ກ້າວໜ້າຂອງອຸດສາຫະກຳປ້ອງກັນປະເທດ ລັດເຊຍ ແລະ ບັນດາປະເທດຄູ່ຮ່ວມມື; ການສາທິດດ້ານອາວຸດຍຸດໂທປະກອນເຕັກນິກຂອງກອງທັບ, ກອງທັບເຮືອ, ກອງທັບອາກາດລັດເຊຍ ແລະບັນດາປະເທດຄູ່ຮ່ວມມື; ນຳໃຊ້ການສຳມະນາວິທະຍາສາດກ່ຽວກັບເຕັກໂນໂລຊີການທະຫານ ແລະ ອຸດສາຫະກຳປ້ອງກັນຊາດ.
ທີ່ມາ: https://vov.vn/quan-su-quoc-phong/viet-nam/dai-tuong-phan-van-giang-du-dien-dan-ky-thuat-quan-su-quoc-te-army-2024-tai-nga-post1113968.vov
(0)