ກປ.ອອນໄລ - ຕອນເຊົ້າວັນທີ 26 ແລະ 27 ກໍລະກົດ, ຄະນະປະຕິບັດງານຈາກກອງບັນຊາການທະຫານເຂດ 4 ໂດຍທ່ານພົນໂທ ຫງວຽນຈີ໋ວີ້ງ, ຮອງຜູ້ບັນຊາການທະຫານເຂດ 4 ນໍາໜ້າໄດ້ລົງກວດກາຄວາມຄືບໜ້າຂອງການກໍ່ສ້າງຄ້າຍທະຫານຢູ່ບັນດາຫົວໜ່ວຍຂຶ້ນກັບກອງບັນຊາ ການທະຫານ ແຂວງ ເງ້ອານ ແລະກອງບັນຊາການທະຫານແຂວງ ແທງຮ໋ວາ.
| ພາບບັນຍາກາດການເຮັດວຽກ, ກວດກາຢູ່ກອງບັນຊາການທະຫານແຂວງ ເງ້ອານ . |
ສະຫຼຸບການກວດກາ, ທ່ານພົນໂທ ຫງວຽນຈີ໋ວີ້ງ, ຮອງຜູ້ບັນຊາການທະຫານເຂດ 4 ໄດ້ຊົມເຊີຍກອງບັນຊາການທະຫານແຂວງ ເງ້ອານ ແລະ ແທງຮ໋ວາ ແລະບັນດາຫົວໜ່ວຍທີ່ກ່ຽວຂ້ອງປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາເປັນຢ່າງດີ.
ໃນໄລຍະຈະມາເຖິງ, ຮອງຜູ້ບັນຊາການທະຫານເຂດ 4 ຮຽກຮ້ອງໃຫ້ກອງບັນຊາການທະຫານແຂວງ ເງ້ອານ, ແຂວງ ແທງຮ໋ວາ, ຜູ້ລົງທຶນ, ໜ່ວຍງານທີ່ປຶກສາ, ກວດກາ, ຫົວໜ່ວຍກໍ່ສ້າງ ສືບຕໍ່ປະຕິບັດບັນດາໂຄງການໃຫ້ດີຕາມແຜນການ, ຮັບປະກັນຄວາມປອດໄພຢ່າງແທ້ຈິງ; ສົມທົບກັນຢ່າງແໜ້ນແຟ້ນລະຫວ່າງຂະບວນການຈັດຕັ້ງປະຕິບັດໂຄງການເພື່ອແກ້ໄຂຄວາມຫຍຸ້ງຍາກ ແລະ ບັນຫາຕ່າງໆໂດຍໄວ. ລະດົມກຳລັງ, ພາຫະນະ, ວັດຖຸອຸປະກອນຢ່າງທັນການ ເພື່ອເລັ່ງລັດຄວາມຄືບໜ້າຂອງບັນດາໂຄງການ, ຮັບປະກັນໃຫ້ບັນດາໂຄງການບັນລຸໄດ້ຄຸນນະພາບຕາມແຜນການ, ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານ.
ຂ່າວ ແລະ ພາບ: TUONG HIEU
* ເຊີນທ່ານຜູ້ອ່ານເຂົ້າໄປເບິ່ງພາກສ່ວນປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ເພື່ອເບິ່ງຂ່າວ ແລະ ບົດຄວາມທີ່ກ່ຽວຂ້ອງ.
ທີ່ມາ






(0)