ສັນຍາຮ່ວມມືລະຫວ່າງ CLD ແລະ Vinhomes ແມ່ນຂີດໝາຍສຳຄັນໃນການພົວພັນລະຫວ່າງ 2 ບໍລິສັດພັດທະນາອະສັງຫາລິມະຊັບຊັ້ນນຳທີ່ມີຊື່ສຽງ; ດັ່ງນັ້ນ, ສ້າງພື້ນຖານໃຫ້ແກ່ການຮ່ວມມືພັດທະນາບັນດາໂຄງການຂະໜາດໃຫຍ່, ປະກອບສ່ວນສ້າງຄຸນຄ່າທີ່ຍືນຍົງໃຫ້ຕະຫຼາດອະສັງຫາລິມະຊັບ ຫວຽດນາມ. ຜົນສຳເລັດຂອງບັນດາໂຄງການຜ່ານມາຂອງ CLD ຢູ່ເຂດຕົວເມືອງ Vinhomes ເຊັ່ນ Lumi Hanoi ຢູ່ Vinhomes Smart City ແລະ The Senique Hanoi ຢູ່ Vinhomes Ocean Park ແມ່ນພື້ນຖານອັນໜັກແໜ້ນໃຫ້ແກ່ການຮ່ວມມືຮອບດ້ານ ແລະ ກວ້າງຂວາງກວ່າ.
ພິທີລົງນາມໃນບົດບັນທຶກຄວາມເຂົ້າໃຈດັ່ງກ່າວ ມີທ່ານ Jonathan Yap, CEO ຂອງ CLD (ກາງ) ແລະ ທ່ານ Pham Nhat Vuong, ປະທານບໍລິ ສັດ Vingroup (ທີ 5 ຈາກຊ້າຍ), ພ້ອມດ້ວຍການນຳຂອງທັງສອງຝ່າຍ.
ທ່ານ Tan Wee Hsien, CEO ຂອງ CLD ຫວຽດນາມ ແລະ ສາກົນ, ໃຫ້ຮູ້ວ່າ, ຫວຽດນາມ ແມ່ນໜຶ່ງໃນບັນດາຕະຫຼາດຫຼັກແຫຼ່ງຂອງ CLD, ພ້ອມກັບສິງກະໂປ ແລະ ຈີນ. ຜ່ານການຮ່ວມມືຍຸດທະສາດກັບ Vinhomes, CLD ຈະເພີ່ມທະວີການລົງທຶນຢູ່ຕະຫລາດແຫ່ງນີ້ກວ່າ 2 ເທົ່າໃນ 5 ປີຂ້າງໜ້າ. ທ່ານ Tan Wee Hsien ແບ່ງປັນວ່າ, “ຄວາມເຂົ້າໃຈຢ່າງເລິກເຊິ່ງຂອງ Vinhomes ກ່ຽວກັບຕະຫຼາດ, ພ້ອມກັບຄວາມສາມາດບົ່ມຊ້ອນຮອບດ້ານຂອງ CLD ໃນການອອກແບບ, ພັດທະນາ ແລະ ຄຸ້ມຄອງຊັບສິນ, ຈະຊ່ວຍເສີມສ້າງທີ່ຕັ້ງຂອງບັນດາຝ່າຍໃນການເດີນທາງເພື່ອປະກອບສ່ວນເຂົ້າໃນການພັດທະນາຕະຫຼາດອະສັງຫາລິມະຊັບຫວຽດນາມ”.
ທັດສະນະຂອງ The Fullton, ໂຄງການຊັ້ນສູງທໍາອິດຂອງ CLD ໃນແຂວງ Hung Yen
ທ່ານນາງ Nguyen Dieu Linh, ຮອງປະທານບໍລິສັດ Vingroup, ສະມາຊິກສະພາບໍລິຫານບໍລິສັດຫຸ້ນສ່ວນ Vinhomes ໃຫ້ຮູ້ວ່າ: ການຮ່ວມມືຍຸດທະສາດກັບ CapitaLand Development, ແມ່ນໜຶ່ງໃນບັນດາວິສາຫະກິດອະສັງຫາລິມະຊັບແຖວໜ້າຂອງອາຊີ, ແມ່ນບາດກ້າວບຸກທະລຸສຳຄັນໃນການພັດທະນາຂອງ Vinhomes. “ນີ້ແມ່ນການຢັ້ງຢືນເຖິງຄຳໝັ້ນສັນຍາຂອງພວກຂ້າພະເຈົ້າໃນການກໍ່ສ້າງຕົວເມືອງທີ່ມີຊີວິດຊີວາທີ່ສຸດຢູ່ຫວຽດນາມ, ນຳຊີວິດການເປັນຢູ່ຂອງປະຊາຄົມໃຫ້ດີຂຶ້ນ. ໃນໄລຍະຈະມາເຖິງ, Vinhomes ແລະ CapitaLand Development ຈະຮ່ວມມືພັດທະນາຕົວເມືອງຕາມມາດຖານສາກົນ, ສ້າງແບບແຜນດຳລົງຊີວິດທີ່ເໝາະສົມ ແລະ ຫຼູຫຼາ, ປະກອບສ່ວນກໍ່ສ້າງປະຊາຄົມຊາວເມືອງແຫ່ງຊາດ ໃຫ້ທັນສະໄໝ ແລະ ວັດທະນາຖາວອນ.
ມິນດື






(0)