
ທ່ານລັດຖະມົນຕີການເງິນ ຫງວຽນວັນແທ່ງ (ກາງ) ທີ່ການພົບປະກັບຜູ້ຕາງໜ້າທະນາຄານ JP Morgan. ພາບ: ຮືວຕ໋ຽນ/VNA

ສາກການເຮັດວຽກຂອງຄະນະຜູ້ແທນ ກະຊວງການເງິນ ກັບຜູ້ຕາງໜ້າທະນາຄານ JP Morgan. ພາບ: ຮືວຕ໋ຽນ/VNA
ທີ່ການພົບປະ, ທ່ານລັດຖະມົນຕີ ຫງວຽນວັນແທ່ງ ໄດ້ຕີລາຄາສູງຊື່ສຽງ ແລະ ທີ່ຕັ້ງຂອງທະນາຄານ JP Morgan ໃນຕະຫຼາດການເງິນສາກົນ, ແລະ ໄດ້ຮັບຮູ້ບັນດາການປະກອບສ່ວນອັນດີງາມຂອງທະນາຄານ JP Morgan ໃຫ້ ລັດຖະບານ ຫວຽດນາມ ໃນການປຶກສາຫາລືກ່ຽວກັບການລະດົມທຶນຢູ່ຕະຫຼາດສາກົນ. ໃນຊຸມປີມໍ່ໆມານີ້, ນັບແຕ່ JP Morgan ເລີ່ມດຳເນີນທຸລະກິດຢູ່ ຫວຽດນາມ, ທະນາຄານ ຍາມໃດກໍ່ຮັກສາຄຳໝັ້ນສັນຍາພັດທະນາຕະຫຼາດທຶນ ຫວຽດນາມ, ມີບົດບາດເປັນຂົວຕໍ່ດຶງດູດແຫຼ່ງລົງທຶນຈາກຕ່າງປະເທດ, ສືບຕໍ່ສະໜອງການບໍລິການທະນາຄານໜູນຊ່ວຍວິສາຫະກິດ ຫວຽດນາມ. ທ່ານລັດຖະມົນຕີ ຫງວຽນວັນແທ່ງ ຫວັງວ່າໃນໄລຍະຈະມາເຖິງ, ທະນາຄານ JP Morgan ຈະສືບຕໍ່ໜູນຊ່ວຍລັດຖະບານ ກໍ່ຄືບັນດາວິສາຫະກິດຫວຽດນາມ.

ທ່ານ Karl Yeh, ຜູ້ອຳນວຍການບໍລິຫານອົງການທະນາຄານພາກພື້ນອາຊີ ປາຊີຟິກ ແລະສະຖາບັນການທະນາຄານສາທາລະນະຂອງທະນາຄານ JP Morgan. ພາບ: ຮືວຕ໋ຽນ/VNA
ເນື່ອງໃນໂອກາດນີ້, ກະຊວງການເງິນຫວຽດນາມ ແລະ ທະນາຄານ JP Morgan ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ, ເປັນຂີດໝາຍການພັດທະນາໃໝ່ໃນການພົວພັນຮ່ວມມືລະຫວ່າງ 2 ຝ່າຍ. ຕາມບົດບັນທຶກຊ່ວຍຈຳ, 2 ຝ່າຍເຫັນດີເປັນເອກະສັນຊອກຫາກາລະໂອກາດຮ່ວມມືເພື່ອແນໃສ່ຊຸກຍູ້ຄວາມສາມາດຂອງລັດຖະບານ ຫວຽດນາມ ໃນການເຂົ້າເຖິງ ແລະ ລະດົມແຫຼ່ງທຶນສາກົນ, ຈັດຕັ້ງບັນດາກອງປະຊຸມສຳມະນາ, ພົບປະກັບບັນດານັກລົງທຶນສາກົນ ເພື່ອແນໃສ່ເພີ່ມທະວີການເຈລະຈາ ແລະ ຊຸກຍູ້ຮູບພາບຂອງ ຫວຽດນາມ ໃນຕະຫຼາດການເງິນໂລກ.

ຜູ້ຕາງໜ້າກະຊວງການເງິນ ແລະ ທະນາຄານ JP Morgan ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມື. ພາບ: ຮືວຕ໋ຽນ/VNA
ການລົງນາມໃນບົດບັນທຶກຄວາມເຂົ້າໃຈກັບທະນາຄານ JP Morgan ສະແດງໃຫ້ເຫັນຄຳໝັ້ນສັນຍາຂອງຫວຽດນາມ ໃນການເປີດກວ້າງການພົວພັນຮ່ວມມືກັບສາກົນ, ຍົກສູງກຳລັງຄວາມສາມາດລະດົມ ແລະ ຄຸ້ມຄອງໜີ້ສິນສາທາລະນະແບບຍືນຍົງ, ປະກອບສ່ວນເພີ່ມທະວີທີ່ຕັ້ງຂອງຫວຽດນາມ ໃນຕະຫຼາດການເງິນທົ່ວໂລກ.

ຄະນະຜູ້ແທນກະຊວງການເງິນໄດ້ຖ່າຍຮູບທີ່ລະນຶກກັບຜູ້ຕາງໜ້າທະນາຄານ JP Morgan. ພາບ: ຮືວຕ໋ຽນ/VNA
ທີ່ມາ: https://baotintuc.vn/thoi-su/ministry-of-finance-viet-nam-tang-cuong-hop-tac-voi-ngan-hang-jp-morgan-20251029080654505.htm






(0)