
ໃນກອງປະຊຸມໄດ້ມີການນຳສະເໜີ 3 ຂໍ້ ໃນນັ້ນມີ: ນະໂຍບາຍຊຸກຍູ້ການປະດິດສ້າງ ແລະ ສ້າງສູນປະດິດສ້າງ; ປະຕິບັດກິດຈະກໍາການໃຫ້ຄໍາປຶກສາແລະການຝຶກອົບຮົມເພື່ອປັບປຸງຄວາມສາມາດຂອງທຸລະກິດ; ກົນໄກ ແລະ ນະໂຍບາຍໜູນຊ່ວຍ ແລະ ຊຸກຍູ້ການປະດິດສ້າງຢູ່ນະຄອນ ດ່ານັງ.
ນອກຈາກນັ້ນ, ບັນດານັກຊ່ຽວຊານ, ຜູ້ຕາງໜ້າບັນດາວິສາຫະກິດເລີ່ມຕົ້ນສ້າງນະວັດຕະກໍາໄດ້ປະກອບສ່ວນຫຼາຍແນວຄວາມຄິດໃນກອງປະຊຸມປຶກສາຫາລື, ໝູນໃຊ້ບັນດາກົນໄກ, ນະໂຍບາຍທີ່ກ່ຽວຂ້ອງເຖິງນະວັດຕະກຳ, ນະໂຍບາຍ ແລະ ກົນໄກປະດິດສ້າງຂອງນະຄອນ ດ່າໜັງ, ບັນດາການເຄື່ອນໄຫວໜູນຊ່ວຍດ້ານວິຊາການ ແລະ ປຶກສາຫາລືເພື່ອຍົກສູງກຳລັງຄວາມສາມາດໃຫ້ແກ່ວິສາຫະກິດ.

ບັນດາຄຳເຫັນ ແລະ ຂໍ້ສະເໜີທີ່ກອງປະຊຸມແມ່ນພື້ນຖານສຳຄັນເພື່ອໃຫ້ບັນດາຂະແໜງການປະຕິບັດໜ້າທີ່ດູດດື່ມ, ໄດ້ຮັບການແນະນຳໃຫ້ບັນດາເຈົ້າໜ້າທີ່ມີຄວາມສາມາດ, ສ້າງເງື່ອນໄຂໃຫ້ບັນດານະໂຍບາຍໜູນຊ່ວຍໃຫ້ບັນດາວິສາຫະກິດມີຫົວຄິດປະດິດສ້າງເຂົ້າສູ່ຊີວິດການເປັນຢູ່.
ທີ່ມາ: https://baodanang.vn/chia-se-kinh-nghiem-xay-dung-he-sinh-thai-khoi-nghiep-doi-moi-sang-tao-3313895.html










(0)