ຕີລາຄາສະພາບການອຸດສາຫະກຳໜູນຊ່ວຍຂອງຫວຽດນາມ ໃນປະຈຸບັນ, ກຳນົດກາລະໂອກາດ ແລະ ສິ່ງທ້າທາຍຂອງລະບົບຕ່ອງໂສ້ການສະໜອງທົ່ວໂລກ, ແລະ ໃຫ້ຄຳເຫັນແນະນຳເພີ່ມທະວີການຫັນເປັນທ້ອງຖິ່ນ ແລະ ພັດທະນາອຸດສາຫະກຳໜູນຊ່ວຍແບບຍືນຍົງ ແມ່ນບັນດາເນື້ອໃນທີ່ວິສາຫະກິດສົນໃຈທີ່ງານວາງສະແດງ - ເວທີປາໄສອຸດສາຫະກຳໜູນຊ່ວຍ ແລະ ກອງປະຊຸມເຊື່ອມຕໍ່ການສະໜອງ ແລະ ຄວາມຕ້ອງການໃນ ລະ ບົບຕ່ອງໂສ້ການສະໜອງ 2025.



ເຫດການດັ່ງກ່າວໄດ້ດຶງດູດວິສາຫະກິດພາຍໃນ ແລະ ຕ່າງປະເທດນັບພັນວິສາຫະກິດ, ຄາດວ່າຈະເປີດກາລະໂອກາດຮ່ວມມືໃໝ່ລະຫວ່າງບັນດາວິສາຫະກິດພາຍໃນປະເທດ ແລະ ວິສາຫະກິດ FDI, ເຊື່ອມຕໍ່ບັນດາຫົວໜ່ວຍການຜະລິດກັບບັນດາສວນອຸດສາຫະກຳ, ສະເໜີບັນດາວິທີແກ້ໄຂເຕັກໂນໂລຢີຂັ້ນສູງ.
ທ່ານ ຫວໍເຊີນດ້ຽນ, ປະທານສະມາຄົມອຸດສາຫະກຳໜູນຊ່ວຍນະຄອນ ໂຮ່ຈິມິນ ໃຫ້ຮູ້ວ່າ: ເຫດການນີ້ຖືກຈັດຕັ້ງຕາມຮູບແບບ “3 ໃນ 1”. ນີ້ແມ່ນທັງເປັນບ່ອນວາງສະແດງໃຫ້ແກ່ບັນດາວິສາຫະກິດເພື່ອແນໃສ່ຊຸກຍູ້ບັນດາຜະລິດຕະພັນ ແລະ ການແກ້ໄຂບັນດາຂະແໜງການ FDI ທັງຢູ່ພາຍໃນ ແລະ ຕ່າງປະເທດ, ແລະ ກອງປະຊຸມເຊື່ອມຕໍ່ການສະໜອງ ແລະ ຄວາມຕ້ອງການ. ຜ່ານນັ້ນ, ຜູ້ສະໜອງໄດ້ມີໂອກາດເຂົ້າຫາຜູ້ຊື້ຍຸດທະສາດໂດຍກົງຄືບັນດາວິສາຫະກິດຢູ່ເຂດອຸດສາຫະກຳ.
ຕາມທ່ານ Dao The Son - ຮອງປະທານສະມາຄົມນັກທຸລະກິດໜຸ່ມ Tan Uyen ແລ້ວ, ນີ້ແມ່ນໂອກາດສຳຄັນເພື່ອໃຫ້ບັນດາສະມາຊິກສະມາຄົມນັກທຸລະກິດໜຸ່ມເພີ່ມທະວີການພົວພັນ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ. ເຫດການດັ່ງກ່າວເປີດກາລະໂອກາດຮ່ວມມືໃໝ່, ສ້າງກຳລັງແຮງໃຫ້ບັນດາວິສາຫະກິດສະມາຊິກສະແຫວງຫາກາລະໂອກາດອອກສູ່ຕະຫຼາດສາກົນ.



ນັກທຸລະກິດເຂົ້າຮ່ວມງານວາງສະແດງ
ສັນຍາການຄ້າເສລີສະບັບໃໝ່ຫຼາຍສະບັບ ແລະ ບັນດາວິສາຫະກິດຫຼາຍແຫ່ງທີ່ຊຸກຍູ້ການຜັນຂະຫຍາຍລະບົບຕ່ອງໂສ້ການສະໜອງ, ຫັນການລົງທຶນ, ຊອກຫາຜູ້ສະໜອງທີ່ມີຄຸນນະພາບສູງ, ເປີດກາລະໂອກາດໃຫຍ່ໃຫ້ບັນດາວິສາຫະກິດ ຫວຽດນາມ.
ກ່າວຄຳເຫັນທີ່ຕະຫຼາດ, ທ່ານ ຫງວຽນງອກດິ່ງກ່າ - ບໍລິສັດ SMC Precision, ນະຄອນໂຮ່ຈິມິນ ໃຫ້ຮູ້ວ່າ: ບັນດາວິສາຫະກິດ ຫວຽດນາມ ຖືເປັນສຳຄັນການດຶງດູດຄຳສັ່ງຈາກບັນດາຕະຫຼາດຄື: ອາເມລິກາ, ອັງກິດ, EU ແລະ ວົງເງິນການເຄື່ອນໄຫວຜະລິດຂອງວິສາຫະກິດ ຍີ່ປຸ່ນ ຈາກ ຈີນ ມາ ຫວຽດນາມ. ທ່ານເຊື່ອໝັ້ນວ່າ: ໄລຍະຈະມາເຖິງຈະແມ່ນ “ເວລາທອງ” ທີ່ເໝາະສົມເພື່ອໃຫ້ຕ່ອງໂສ້ການສະໜອງພາຍໃນປະເທດແຕກແຍກ ແລະ ພັດທະນາ.
ແບ່ງປັນກ່ຽວກັບບັນດາວິທີແກ້ໄຂເພື່ອຍົກສູງກຳລັງຄວາມສາມາດແກ່ງແຍ້ງ, ຮອງສາດສະດາຈານ ດຣ ຟານດິ່ງທູ້ - ປະທານສະມາຄົມອຸດສາຫະກຳໜູນຊ່ວຍ ຫວຽດນາມ ໃຫ້ຮູ້ວ່າ, ສະມາຄົມໄດ້ສະເໜີບັນດາຂໍ້ລິເລີ່ມຮ່ວມຄື: “ຮ່ວມຊື້, ຮ່ວມຂາຍ”. ຕົວແບບນີ້ຊ່ວຍເພີ່ມກຳລັງການຜະລິດ, ຫຼຸດຜ່ອນຕົ້ນທຶນການລົງທຶນໃຫ້ໜ້ອຍທີ່ສຸດ ແລະ ສ້າງການຮ່ວມມືໃຫ້ແກ່ວົງການທຸລະກິດ.
ບັນດາຜູ້ຊ່ຽວຊານແນະນຳວ່າ: ບັນດາວິສາຫະກິດຄວນສຸມໃສ່ລົງທຶນເຂົ້າໃນບັນດາການເຄື່ອນໄຫວ R&D ແລະ ປະດິດສ້າງກົນຈັກ ແລະ ອຸປະກອນເພື່ອຍົກສູງຄຸນນະພາບ ແລະ ຄຸນຄ່າຂອງຜະລິດຕະພັນ, ຕອບສະໜອງຄວາມຕ້ອງການດ້ານການບໍລິການພາຍໃນ, ທົດແທນສິນຄ້ານຳເຂົ້າ ແລະ ເຂົ້າຮ່ວມໃນຕ່ອງໂສ້ການສະໜອງຂອງໂລກ.
>>> ເຊີນຊົມລາຍການ HTV News ເວລາ 8:00 ໂມງ. ແລະ ໂຄງການ ໂລກ 24G ເວລາ 8:30 ໂມງ. ທຸກໆມື້ຢູ່ຊ່ອງ HTV9.
ທີ່ມາ: https://htv.com.vn/co-hoi-rong-mo-nganh-cong-nghiep-ho-tro-222251205162201958.htm










(0)