![]() |
| ທ່ານຮອງລັດຖະມົນຕີ ການຕ່າງປະເທດ ຫວຽດນາມ ຫງວຽນແມ້ງວູ ເປັນປະທານກອງປະຊຸມ. (ພາບ: ກວາງຮ່ວາ) |
ເຂົ້າຮ່ວມກອງປະຊຸມສຳມະນາມີຜູ້ຕາງໜ້າບັນດາອົງການ, ກະຊວງ, ສາຂາກ່ຽວກັບວຽກງານການຕ່າງປະເທດຄື: ສະພາທິດສະດີສູນກາງ, ບັນດາສະຖາບັນຄົ້ນຄວ້າກະຊວງປ້ອງກັນປະເທດ, ກະຊວງຕຳຫຼວດ , ສະພາການເມືອງແຫ່ງຊາດ ໂຮ່ຈີມິນ, ວາລະສານກອມມູນິດ, ບັນດາສະຫາຍເອກອັກຄະລັດຖະທູດ, ອະດີດການນຳກະຊວງການຕ່າງປະເທດ, ນັກຊ່ຽວຊານການຕ່າງປະເທດສູນກາງ ແລະ ສະພາແຫ່ງຊາດ.
ກອງປະຊຸມສຳ ມະນາວິທະຍາສາດ ແມ່ນພາກສ່ວນໜຶ່ງຂອງການເຄື່ອນໄຫວວຽກງານຂອງກະຊວງການຕ່າງປະເທດ ເພື່ອຮັບໃຊ້ການຄົ້ນຄວ້າ ແລະ ຄາດຄະເນສະພາບການສາກົນ ແລະ ພາກພື້ນໃນໄລຍະຈະມາເຖິງ, ປະກອບສ່ວນເຂົ້າໃນຂະບວນການຄົ້ນຄວ້າ, ແນະນຳການພັດທະນາ ແລະ ປະຕິບັດບັນດາເອກະສານຂອງກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ.
ພິເສດ, ຮ່າງບົດລາຍງານການເມືອງຂອງກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກໄດ້ເນັ້ນໜັກເຖິງທິດທາງຊີ້ນຳຄື: “ການເພີ່ມທະວີການປ້ອງກັນປະເທດ, ຄວາມໝັ້ນຄົງ, ຊຸກຍູ້ວຽກງານການຕ່າງປະເທດ ແລະ ການເຊື່ອມໂຍງເຂົ້າກັບສາກົນແມ່ນຈຳເປັນ ແລະ ເປັນປະຈຳ”.
ນີ້ແມ່ນບາດກ້າວຫັນປ່ຽນສຳຄັນໃນຂະບວນການສ້າງຄວາມຮັບຮູ້ຂອງພັກຢ່າງຄົບຖ້ວນກ່ຽວກັບທິດສະດີຂອງພັກກ່ຽວກັບວຽກງານການຕ່າງປະເທດ ແລະ ເຊື່ອມໂຍງເຂົ້າກັບສາກົນ. ທັງນີ້ກໍ່ໄດ້ເພີ່ມທະວີຄວາມຮຽກຮ້ອງຕ້ອງການ ແລະ ຄວາມຮັບຜິດຊອບວຽກງານການຕ່າງປະເທດໃນການຈັດຕັ້ງປຶກສາຫາລື ແລະ ສະເໜີບັນດາທິດທາງ, ນະໂຍບາຍເພື່ອຮັບໃຊ້ເສັ້ນທາງພັດທະນາຂອງປະເທດເວົ້າລວມ ແລະ ການຕ່າງປະເທດເວົ້າສະເພາະໃນໄລຍະຈະມາເຖິງ.
![]() |
| ກອງປະຊຸມສຳມະນາວິທະຍາສາດແມ່ນພາກສ່ວນໜຶ່ງຂອງການເຄື່ອນໄຫວວຽກງານຂອງກະຊວງການຕ່າງປະເທດ ເພື່ອຮັບໃຊ້ການຄົ້ນຄວ້າ ແລະ ຄາດຄະເນສະພາບການສາກົນ ແລະ ພາກພື້ນໃນໄລຍະຈະມາເຖິງ, ປະກອບສ່ວນເຂົ້າໃນຂະບວນການຄົ້ນຄວ້າ, ແນະນຳການພັດທະນາ ແລະ ປະຕິບັດບັນດາເອກະສານຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ. (ພາບ: ກວາງຮ່ວາ) |
ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ປຶກສາຫາລືຢ່າງເລິກເຊິ່ງ, ສຸມໃສ່ 3 ບັນຫາຕົ້ນຕໍຄື: ໄດ້ຊີ້ແຈ້ງບາງບັນຫາທິດສະດີກ່ຽວກັບແນວຄິດສຳຄັນ ແລະ ເປັນປະຈຳໃນຂົງເຂດການຕ່າງປະເທດ ແລະ ການເຊື່ອມໂຍງເຂົ້າກັບສາກົນ; ຕີລາຄາປະສົບການປະຕິບັດຕົວຈິງຂອງຫວຽດນາມ ກໍ່ຄືທີ່ຕັ້ງ, ບົດບາດຂອງວຽກງານການຕ່າງປະເທດ ແລະ ການເຊື່ອມໂຍງສາກົນໃນການພັດທະນາເສດຖະກິດ - ສັງຄົມ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບໃນໄລຍະໃໝ່; ກຳນົດບັນດາກາລະໂອກາດ, ສິ່ງທ້າທາຍ ແລະ ສະເໜີບັນດາມາດຕະການແກ້ໄຂບັນດາໜ້າວຽກ, ເນື້ອໃນສຳຄັນ ແລະ ເປັນປົກກະຕິໃຫ້ແກ່ວຽກງານການຕ່າງປະເທດ ແລະ ການເຊື່ອມໂຍງສາກົນໃນໄລຍະຈະມາເຖິງ.
ກອງປະຊຸມສຳມະນາໄດ້ຮັບຜົນສຳເລັດຢ່າງຈົບງາມ ດ້ວຍການແລກປ່ຽນຢ່າງຕັ້ງໜ້າ ແລະ ຮອບດ້ານ. ໃນໄລຍະຈະມາເຖິງ, ກະຊວງການຕ່າງປະເທດ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບບັນດານັກວິທະຍາສາດ, ບັນດາອົງການຄົ້ນຄວ້າວຽກງານການຕ່າງປະເທດ, ປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນການຄົ້ນຄວ້າ - ຄາດຄະເນ - ທີ່ປຶກສາຂອງພັກ ແລະ ລັດ, ພິເສດແມ່ນແນໃສ່ຜັນຂະຫຍາຍແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14.
ທີ່ມາ: https://baoquocte.vn/cu-the-hoa-noi-ham-trong-yeu-thuong-xuyen-cua-doi-ngoai-va-hoi-nhap-quoc-te-334943.html








(0)