.jpg)
ຕາມບົດລາຍງານທີ່ກອງປະຊຸມ, ໃນ 9 ເດືອນຕົ້ນປີ, ສະຫະກອນໄດ້ມີການປ່ຽນໃໝ່ວິທີການຄຸ້ມຄອງ ແລະ ດຳເນີນທຸລະກິດຢ່າງບໍ່ຢຸດຢັ້ງ, ມີຫົວຄິດປະດິດສ້າງໃນການຜະລິດ ແລະ ດຳເນີນທຸລະກິດເພື່ອຊຸກຍູ້ການພັດທະນາ ເສດຖະກິດ ຂອງສະມາຊິກ ແລະ ຄົວເຮືອນ, ປະກອບສ່ວນປະຕິບັດບັນດາໂຄງການຈຸດໝາຍທີ່ດີ.
ສະຫະພັນສະຫະກອນນະຄອນໄດ້ໃຫ້ຄຳແນະນຳ, ຊີ້ນຳໜູນຊ່ວຍສະຫະກອນເຂົ້າເຖິງບັນດາກົນໄກນະໂຍບາຍ ດ້ວຍຍອດຈຳນວນເງິນເກືອບ 1 ຕື້ດົ່ງ. ໄລ່ມາຮອດວັນທີ 30 ກັນຍາ, ກອງທຶນສະຫະກອນນະຄອນມີຍອດຈຳນວນທຶນທັງໝົດ 123 ຕື້ດົ່ງ ແລະ ໄດ້ເບີກຈ່າຍໃຫ້ລູກຄ້າ 56 ຄົນ ດ້ວຍຍອດຈຳນວນເງິນກວ່າ 24 ຕື້ດົ່ງ, ບັນລຸ 49% ຂອງແຜນການທີ່ໄດ້ຮັບມອບໝາຍ.

ຫຼາຍສະຫະກອນລົງທຶນນຳໃຊ້ຄວາມກ້າວໜ້າທາງດ້ານວິຊາການເຂົ້າໃນການຈັດຕັ້ງການຜະລິດ ເພື່ອສ້າງຜະລິດຕະພັນໃໝ່, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຕະຫຼາດພາຍໃນ ແລະ ສົ່ງອອກ, ດ້ວຍບັນດາຜະລິດຕະພັນ OCOP 3 ດາວ 4 ດາວ.
ສະຫະພັນສະຫະກອນຈັດຕັ້ງບັນດາການເຄື່ອນໄຫວໂຄສະນາເຜີຍແຜ່, ຜັນຂະຫຍາຍບັນດາກົນໄກນະໂຍບາຍໜູນຊ່ວຍການພັດທະນາເສດຖະກິດລວມໝູ່, ສະຫະກອນ; ສົ່ງເສີມໂຄງການປະສານງານ ແລະກິດຈະກໍາສົ່ງເສີມການຄ້າ.
ໃນ 3 ເດືອນທ້າຍປີ, ສະຫະພັນສະຫະກອນນະຄອນ ດານັງ ສືບຕໍ່ສົມທົບກັນຈັດຕັ້ງການເຄື່ອນໄຫວຢ່າງໝັ້ນຄົງ; ຈັດກອງປະຊຸມສຳມະນາແລກປ່ຽນບົດຮຽນໃນການພັດທະນາເສດຖະກິດລວມໝູ່ ແລະ ສະຫະກອນລະຫວ່າງບັນດາສະຫະກອນບັນດາແຂວງ, ນະຄອນໃນພາກພື້ນ.
ສືບຕໍ່ໜູນຊ່ວຍສະຫະກອນໃນການຫັນປ່ຽນ ແລະ ສ້າງໂຄງປະກອບຄືນໃໝ່ຕາມຮູບແບບສະຫະກອນໃໝ່; ກະກຽມເງື່ອນໄຂຈັດຕັ້ງກອງປະຊຸມໃຫຍ່ສະຫະກອນນະຄອນໄລຍະ 2025 - 2030.
ທີ່ມາ: https://baodanang.vn/da-nang-ho-tro-cac-hop-tac-xa-chuyen-doi-tai-cau-truc-theo-mo-hinh-moi-3306499.html
(0)