ຫວ່າງມໍ່ໆມານີ້, ໜັງສືແນະນຳການທ່ອງທ່ຽວຂອງອາເມລິກາທີ່ມີຊື່ສຽງ ໃນໂລກ Lonely Planet ໄດ້ເຜີຍແຜ່ລາຍຊື່ແຫຼ່ງທ່ອງທ່ຽວທີ່ດີທີ່ສຸດຂອງອາຊີ, ໃນນັ້ນມີໂຮ້ຍອານຂອງຫວຽດນາມ.
ຕາມລາຍການໂດຍ Lonely Planet ໄດ້ລົງພິມໃນວັນທີ 17/12, ໂຮ້ຍອານ ( ກວາງນາມ ) ໄດ້ຮັບກຽດຈັດອັນດັບທີ 4 ແລະ ໄດ້ຮັບການຕີລາຄາວ່າແມ່ນ “ມໍລະດົກໂລກທີ່ມະຫັດສະຈັນ”.
ນັກຂຽນ Lonely Planet Zinara Rathnayake ໃຫ້ຄໍາເຫັນວ່າ: "ເມືອງເກົ່າໄດ້ດຶງດູດນັກທ່ອງທ່ຽວຢ່າງຫຼວງຫຼາຍໃນຊຸມປີມໍ່ໆມານີ້, ແຕ່ພູມສັນຖານຍັງຖືກຮັກສາໄວ້ຢ່າງຫນ້າປະຫລາດໃຈ."
ພາບ: Lonely Planet
ນອກຈາກການຍ່າງເລາະລຽບຕາມຖະໜົນຫົນທາງທີ່ມີໂຄມໄຟທີ່ອົບອຸ່ນແລ້ວ, ນັກທ່ອງທ່ຽວມາຍັງໂຮ້ຍອານຍັງສາມາດພົບເຫັນປະສົບການທີ່ດຶງດູດໃຈອີກຫຼາຍຢ່າງເຊັ່ນ: ການຊົມກາເຟ, ການຊື້ເຄື່ອງ, ຊົມຕາເວັນຕົກ.
ພິເສດ, ໂຮ້ຍອານແມ່ນມີຊື່ສຽງດ້ວຍຮ້ານຕັດຫຍິບທີ່ມີຊື່ສຽງ, ດຶງດູດນັກທ່ອງທ່ຽວເປັນຈຳນວນຫຼວງຫຼາຍ. ດ້ວຍຮ້ານຕັດຫຍິບ 300 ກວ່າແຫ່ງ, ໂຮ້ຍອານໄດ້ຮັບຖືວ່າ “ນະຄອນຫລວງ ແຟຊັນ ພ້ອມທີ່ຈະນຸ່ງ” ຂອງໂລກ.
ນອກນັ້ນ, ລອຍນ້ຳທະເລ, ຂີ່ລົດຖີບຜ່ານຖະໜົນຫົນທາງ, ຊົມທົ່ງນາສີຂຽວ, ສຳຫຼວດຕະຫຼາດ ແລະ ງານຕະຫຼາດນັດຫັດຖະກຳ ແລະ ອື່ນໆ ກໍ່ແມ່ນປະສົບການທີ່ນັກທ່ອງທ່ຽວບໍ່ຄວນພາດເມື່ອມາທີ່ນີ້.
Lonely Planet ເປັນທີ່ຮູ້ກັນວ່າເປັນຜູ້ຈັດພິມປື້ມຄູ່ມືການທ່ອງທ່ຽວທີ່ປະສົບຜົນສຳເລັດທີ່ສຸດໃນໂລກ, ດ້ວຍຍອດຈຳໜ່າຍຫຼາຍກວ່າ 145 ລ້ານສະບັບຕັ້ງແຕ່ປີ 1973 ເປັນຕົ້ນມາ.
Vietnamnet.vn
ທີ່ມາ: https://vietnamnet.vn/de-che-cam-nang-du-lich-noi-tieng-the-gioi-ca-ngoi-hoi-an-2354274.html
(0)