ຄາດວ່າພາຍຫຼັງໄດ້ນຳມານຳໃຊ້ແລ້ວ, ເສັ້ນທາງດັ່ງກ່າວຈະຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການເດີນທາງຂອງປະຊາຊົນພາຍໃນເຂດອ້ອມຂ້າງ ແລະ ລະຫວ່າງເຂດ, ທັງເປັນການແກ້ໄຂບັນຫາການສັນຈອນແອອັດ, ເຊື່ອມຕໍ່ ແລະ ພັດທະນາ ເສດຖະກິດ -ສັງຄົມຂອງທ້ອງຖິ່ນ.
ເມືອງລອງບຽນ ຕັ້ງຢູ່ປະຕູທາງທິດຕາເວັນອອກສ່ຽງເໜືອຂອງ ຮ່າໂນ້ຍ , ມີເນື້ອທີ່ໃຫຍ່ກວ່າໝູ່ (ປະມານ 60,38 ກິໂລແມັດ 2) ແລະ ແມ່ນເມືອງດຽວຢູ່ຝັ່ງຊ້າຍແມ່ນ້ຳແດງ.
ລອງບຽນ ມີຈຸດຈາລະຈອນທີ່ສຳຄັນຫຼາຍແຫ່ງ ເປັນຕົ້ນແມ່ນເສັ້ນທາງ, ທາງລົດໄຟ ແລະ ທາງນ້ຳ ເຊິ່ງຖືໄດ້ວ່າເປັນເງື່ອນໄຂສຳຄັນ ເພື່ອຊ່ວຍໃຫ້ພາກກາງຂອງ ຮ່າໂນ້ຍ ເຊື່ອມຈອດກັບບັນດາແຂວງພາກເໜືອ ແລະ ພາກຕາເວັນອອກສຽງເໜືອໄດ້ຢ່າງວ່ອງໄວ.
ເມືອງລອງບຽນ ຍັງໄດ້ຮັບຖືວ່າແມ່ນເຂດສາມຫຼ່ຽມເສດຖະກິດສຳຄັນຂອງ ຮ່າໂນ້ຍ - ຫາຍຟ່ອງ - ກວາງນິງ ຍ້ອນມີຄວາມສາມາດບົ່ມຊ້ອນຫລາຍຢ່າງເພື່ອພັດທະນາຢ່າງຟົດຟື້ນ ແລະ ເຊື່ອມໂຍງເສດຖະກິດສາກົນຢ່າງວ່ອງໄວ.
ວຽງມິນ - Vtcnews.vn
ທີ່ມາ: https://vtcnews.vn/dien-mao-tuyen-duong-1-5-km-tri-gia-1-200-ty-o-ha-noi-truoc-ngay-thong-xe-ar899769.html
(0)