ບໍລິສັດຫຼັກຊັບ KBSV ຫວຽດນາມ (KBSV) ຄາດຄະເນວ່າ ແຫຼ່ງທຶນ FDI ເຂົ້າຫວຽດນາມ ໃນປີນີ້ອາດຈະເກີນປີ 2022 ເນື່ອງຈາກວິສາຫະກິດຕ່າງປະເທດຢູ່ຫວຽດນາມ ພວມຄ່ອຍໆຟື້ນຕົວ.
ຕີລາຄາຄາດຄະເນ ເສດຖະກິດ ໄຕມາດທີ 4, KBSV ໃຫ້ຮູ້ວ່າ: ການລົງທຶນໂດຍກົງຈາກຕ່າງປະເທດ (FDI) ເຂົ້າ ຫວຽດນາມ ພວມຮັກສາສະຖຽນລະພາບ. ໃນ 9 ເດືອນຜ່ານມາ, ຍອດຈຳນວນທຶນ FDI ຈົດທະບຽນບັນລຸກວ່າ 20,2 ຕື້ USD, ເພີ່ມຂຶ້ນ 7,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ການເບີກຈ່າຍເງິນທຶນ FDI ຍັງເພີ່ມຂຶ້ນ 2,2%, ບັນລຸກວ່າ 15,9 ຕື້ USD, ແມ່ນລະດັບສູງສຸດເມື່ອທຽບໃສ່ໄລຍະດຽວກັນຂອງໄລຍະ 2017 – 2023.
KBSV ໃຫ້ຮູ້ວ່າ: ການເພີ່ມຂຶ້ນຢ່າງຕໍ່ເນື່ອງຂອງບັນດາໂຄງການສະແດງໃຫ້ເຫັນວ່າ ບັນດາວິສາຫະກິດ FDI ຢູ່ຫວຽດນາມ ພວມຄ່ອຍໆຟື້ນຕົວ ແລະ ຂະຫຍາຍການຜະລິດ ແລະ ດຳເນີນທຸລະກິດ.
ດ້ວຍທ່າອ່ຽງໃນທາງບວກນີ້, KBSV ຄາດຄະເນວ່າການໄຫຼວຽນຂອງທຶນ FDI ໃນປີນີ້ອາດຈະເກີນຜົນໄດ້ຮັບຂອງປີທີ່ຜ່ານມາ. ໃນປີ 2022, ຍອດຈຳນວນທຶນ FDI ໄດ້ຈົດທະບຽນບັນລຸເກືອບ 27,7 ຕື້ USD, ດ້ວຍຍອດຈຳນວນທຶນທີ່ໄດ້ຮັບການເບີກຈ່າຍບັນລຸ 22,4 USD.
ໃນຕົ້ນປີ, ກະຊວງແຜນການ ແລະ ການລົງທຶນຕ່າງປະເທດຍັງຄາດຄະເນວ່າ, ການດຶງດູດ FDI ໃນປີນີ້ຈະບັນລຸເຖິງ 36 – 38 ຕື້ USD, ໃນນັ້ນຍອດຈຳນວນທຶນທີ່ເບີກຈ່າຍຈະບັນລຸປະມານ 22 – 23 ຕື້ USD.
ກ່ອນໜ້ານີ້, ທະນາຄານໂລກໄດ້ຕີລາຄາຄ້າຍຄືກັນໃນບົດລາຍງານການປັບປຸງເສດຖະກິດຫວຽດນາມຫຼ້າສຸດ. ໃນນັ້ນ, ອົງການຈັດຕັ້ງໃຫ້ຮູ້ວ່າ: ອຸດສາຫະກຳຜະລິດ ແລະ ປຸງແຕ່ງຍັງແມ່ນຂະແໜງການຕົ້ນຕໍທີ່ດຶງດູດຄຳໝັ້ນສັນຍາ FDI ມາຍັງ ຫວຽດນາມ. ນອກຈາກຄວາມໝັ້ນໃຈຂອງບັນດານັກລົງທຶນຕໍ່ທ່າແຮງເຕີບໂຕໃນໄລຍະຍາວ (ເຖິງວ່າຈະມີຄວາມບໍ່ແນ່ນອນໃນທົ່ວໂລກໃນໄລຍະສັ້ນ), ຫວຽດນາມ ຍັງຄົງໄດ້ຮັບຜົນປະໂຫຍດຈາກຍຸດທະສາດຄວາມຫຼາກຫຼາຍດ້ານການລົງທຶນ.
ໂດຍຖືເອົາສາຍເຫດພາຍໃນ, ຫວຽດນາມ ຍັງຕັ້ງໜ້າຊຸກຍູ້ການດຶງດູດການລົງທຶນຈາກຕ່າງປະເທດໂດຍການອອກບັນດາຊຸດໜູນຊ່ວຍທີ່ດຶງດູດ ແລະ ສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ສະດວກ. ຫວຽດນາມ ພວມນຳໃຊ້ບັນດາທ່າໄດ້ປຽບດ້ານການແຂ່ງຂັນທີ່ມີຢູ່ແລ້ວ ໃນນັ້ນມີສະພາບເສດຖະກິດການ ເມືອງ ທີ່ໝັ້ນຄົງ, ທີ່ຕັ້ງທີ່ສະດວກສະບາຍໃຫ້ແກ່ການເຄື່ອນໄຫວລົງທຶນ, ສັນຍາການຄ້າເສລີທີ່ໄດ້ລົງນາມເປັນຈຳນວນຫຼວງຫຼາຍ, ແລະ ກຳລັງແຮງງານອຸດົມສົມບູນ.
ນອກນັ້ນ, ຫວຽດນາມ ສືບຕໍ່ໄດ້ຮັບຜົນປະໂຫຍດຈາກທ່າອ່ຽງຫັນການຜະລິດອອກຈາກຈີນ. ຄວາມໝັ້ນຄົງຂອງເງິນດົງເມື່ອທຽບໃສ່ເງິນ CNY ຍັງເຮັດໃຫ້ຫວຽດນາມ ມີທ່າໄດ້ປຽບໃນການສ້າງຄວາມເຊື່ອໝັ້ນໃນສະພາບແວດລ້ອມແຫ່ງການດຳເນີນທຸລະກິດ.
ນອກຈາກນັ້ນ, ການຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ອາເມລິກາ ຍັງສ້າງຄວາມຄາດຫວັງໃນການດຶງດູດທຶນ FDI ເປັນຈໍານວນຫຼວງຫຼາຍຈາກປະເທດນີ້ໂດຍທາງອ້ອມ. ບາງຄຳເຫັນສະແດງໃຫ້ເຫັນວ່າ, ການຢ້ຽມຢາມຂອງທ່ານປະທານາທິບໍດີ Biden ເມື່ອບໍ່ດົນມານີ້ ອາດຈະສ້າງກາລະໂອກາດສ້າງຂະບວນການ FDI ທີ 4 ຢູ່ ຫວຽດນາມ.
ໃນການພົບປະກັບທ່ານນາຍົກລັດຖະມົນຕີ Pham Minh Chinh ໃນຕົ້ນອາທິດນີ້, ປະຊາຄົມວິສາຫະກິດ FDI ສະແດງໃຫ້ເຫັນວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຕະຫຼາດທີ່ມີທ່າແຮງ, ໃນບັນດາກຸ່ມລົງທຶນບຸລິມະສິດ ດ້ວຍບັນດາຄຳໝັ້ນສັນຍາຍາວນານ.
ດຶກມິງ
ແຫຼ່ງທີ່ມາ






(0)