ໃນຂອບເຂດງານບຸນກຸ້ງກ່າເມົາ 2023,FPT ໄດ້ຮັບໃບຢັ້ງຢືນຈາກແຂວງ ກ່າເມົາ ເພື່ອໃຫ້ນັກລົງທຶນມີຄວາມສົນໃຈໃນໂຄງການກໍ່ສ້າງໂຮງຮຽນຢູ່ ກ່າເມົາ, ໄປຄຽງຄູ່ກັບການພັດທະນາຂະແໜງການສຶກສາຂອງແຂວງ.
ຕາມນັ້ນແລ້ວ, ການນຳແຂວງ ກ່າເມົາ ໄດ້ມອບໃບຢັ້ງຢືນໃຫ້ບໍລິສັດ FPT, ໄດ້ຮັບຮູ້ຄວາມສົນໃຈຂອງ FPT ໃນໂຄງການກໍ່ສ້າງໂຮງຮຽນຢູ່ ກ່າເມົາ, ເປີດກວ້າງຄວາມສາມາດ ແລະ ກາລະໂອກາດໃໝ່ໃຫ້ຂະແໜງ ການສຶກສາ ຢູ່ທີ່ນີ້. ທ່ານ ຫງວຽນວັນແຄ, ຜູ້ອຳນວຍການໃຫຍ່ບໍລິສັດ FPT ໄດ້ຕາງໜ້າໃຫ້ຮັບໃບຢັ້ງຢືນ.
ແຕ່ເດືອນພຶດສະພາ 2023, FPT ໄດ້ລົງນາມໃນສັນຍາຮ່ວມມືຫັນເປັນດິຈິຕອນກັບກ່າເມົາ. ຕາມຂໍ້ຕົກລົງ, FPT ໜູນຊ່ວຍກ່າເມົາກາຍເປັນໜຶ່ງໃນບັນດາແຂວງທີ່ມີການຫັນປ່ຽນດີຈີຕອນຢ່າງວ່ອງໄວ ດ້ວຍ 3 ເສົາຄ້ຳຄື: ລັດຖະບານດີຈີຕອນ, ເສດຖະກິດດີຈີຕອນ ແລະ ສັງຄົມດີຈີຕອນ. ໃນໄລຍະມໍ່ໆມານີ້, ກຸ່ມ FPT ໄດ້ພ້ອມກັບ ກ່າເມົາ ກໍ່ສ້າງໂຄງການເຄື່ອນໄຫວ ແລະ ແຜນການປະຕິບັດມະຕິການຫັນເປັນດິຈິຕອລ, ຮັບປະກັນຄວາມເໝາະສົມກັບບັນດາແຫຼ່ງກຳລັງປະຕິບັດງານຂອງສອງຝ່າຍ.
ໃນໄລຍະການເຄື່ອນໄຫວຂອງບຸນກຸ້ງກ່າເມົາ 2023, ບໍລິສັດ FPT ຍັງໄດ້ແນະນຳລະບົບນິເວດການຫັນເປັນດິຈິຕອນໃຫ້ບັນດາການນຳ, ຄູ່ຮ່ວມມື ແລະ ແຂກທ່ອງທ່ຽວຢູ່ທ້ອງຖິ່ນ.
ໃນໄລຍະຈະມາເຖິງ, FPT ແລະ Ca Mau ຈະສົມທົບກັນລົງທຶນ ແລະ ຫັນເປັນດິຈິຕອນ. ພ້ອມກັນນັ້ນ, ກຸ່ມບໍລິສັດຍັງຈະໄດ້ສຶກສາສະພາບປັດຈຸບັນ ແລະ ແນະນຳການຫັນເປັນດິຈິຕອລໃນການສຶກສາ, ປະສານສົມທົບກັບບັນດາກົມ, ສາຂາ ແລະ ຂະແໜງການທີ່ກ່ຽວຂ້ອງ ເພື່ອນຳໃຊ້ເຕັກໂນໂລຊີສູງ ແລະ ປັນຍາປະດິດເຂົ້າໃນການຮຽນ-ການສອນ, ສ້າງພື້ນຖານໂຄງລ່າງດ້ານເຕັກໂນໂລຊີຂໍ້ມູນຂ່າວສານໃຫ້ແກ່ຂະແໜງການສຶກສາ ເພື່ອປັບປຸງຄຸນນະພາບການຮຽນ-ການສອນ.
Kim ThanH
ທີ່ມາ
(0)