
ພາບລວມຂອງກອງປະຊຸມ
ເຂົ້າຮ່ວມກອງປະຊຸມຄັ້ງນີ້ ມີບັນດາຮອງລັດຖະມົນຕີ ແລະ ຜູ້ຕາງໜ້າການນຳບັນດາຫົວໜ່ວຍທີ່ຂຶ້ນກັບກະຊວງ.
ທີ່ການພົບປະ, ທ່ານລັດຖະມົນຕີ ຫງວຽນແມ້ງຮຸ່ງ ພ້ອມກັບບັນດາລັດຖະມົນຕີຊ່ວຍວ່າການໄດ້ຮັບຟັງບັນດາບົດລາຍງານກ່ຽວກັບຂະແໜງການ, ອາຊີບໜັງສືພິມ, ບັນດາບັນຫາກ່ຽວກັບການຫັນເປັນດິຈິຕອນຂອງໜັງສືພິມ, ການນຳໃຊ້ AI ເຂົ້າໃນບັນດາການເຄື່ອນໄຫວຂອງນັກຂ່າວ... ເປັນຕົ້ນແມ່ນບັນດາຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍໃໝ່ຂອງນັກຂ່າວໃນປະຈຸບັນ.

ນັກຂ່າວ Luu Quy - ຫນັງສືພິມເອເລັກໂຕຣນິກ Vnexpress.net
ໃນບັນຍາກາດອັນອົບອຸ່ນຂອງການພົບປະ, ທ່ານລັດຖະມົນຕີ ຫງວຽນແມ້ງຮຸ່ງ ແລະ ບັນດາຮອງລັດຖະມົນຕີໄດ້ປຶກສາຫາລື ແລະ ຍົກອອກຫຼາຍບັນຫາ, ສຸມໃສ່ເຂົ້າໃນບັນດາເນື້ອໃນທີ່ກ່ຽວຂ້ອງເຖິງບັນດາການເຄື່ອນໄຫວຂ່າວ, ໜູນຊ່ວຍບັນດາອົງການຂ່າວຜ່ານຜ່າຄວາມຫຍຸ້ງຍາກເພື່ອປະຕິບັດໜ້າທີ່ໃຫ້ດີກ່ວາອີກ.

ນັກຂ່າວ ຮ່າວັນ - ນັກຂ່າວ ແລະ ໜັງສືພິມປະຊາຊົນ
ກ່ຽວກັບບົດບາດສຳຄັນຂອງສື່ມວນຊົນ, ທ່ານລັດຖະມົນຕີ ຫງວຽນແມ້ງຮຸ່ງ ຢືນຢັນວ່າ: ໜັງສືພິມປະຕິວັດໄດ້ສະແດງໃຫ້ເຫັນຄວາມຈິງໃຈຂອງສັງຄົມຫວຽດນາມ, ສ້າງຄວາມເຫັນດີເຫັນພ້ອມຂອງສັງຄົມ, ເຜີຍແຜ່ກຳລັງແຮງ, ຊຸກຍູ້ຄວາມມຸ່ງມາດປາດຖະໜາໃຫ້ຫວຽດນາມ ເຂັ້ມແຂງ ແລະ ວັດທະນາຖາວອນ, ປະກອບສ່ວນເຮັດໃຫ້ຫວຽດນາມ ກາຍເປັນປະເທດທີ່ມີລາຍຮັບສູງໃນປີ 2045.

ທ່ານລັດຖະມົນຕີ ຫງວຽນແມ້ງຮຸ່ງ ໃຫ້ຮູ້ວ່າ: “ໜັງສືພິມມີພາລະກິດສ້າງຄວາມມຸ່ງມາດປາດຖະໜາ ແລະ ກຳລັງຈິດໃຈພັດທະນາຫວຽດນາມ”
ດັ່ງນັ້ນ, ສື່ມວນຊົນມີພາລະກິດສ້າງຄວາມມຸ່ງມາດປາດຖະໜາ, ສ້າງກຳລັງແຮງດ້ານຈິດໃຈເພື່ອພັດທະນາຫວຽດນາມ. ຄວາມເຂັ້ມແຂງທາງດ້ານຈິດໃຈນັ້ນມີຄຸນຄ່າເທົ່າກັບຄວາມເຂັ້ມແຂງດ້ານວັດຖຸ ແລະແມ່ນເຄິ່ງໜຶ່ງຂອງເລື່ອງພັດທະນາຂອງຫວຽດນາມ.

ລັດຖະມົນຕີ, ຮອງລັດຖະມົນຕີ ແລະ ການນຳກະຊວງ ໄດ້ຖ່າຍຮູບທີ່ລະນຶກກັບນັກຂ່າວຊ່ຽວຊານຂະແໜງຂໍ້ມູນຂ່າວສານ ແລະ ການສື່ສານ.
ສື່ມວນຊົນແມ່ນປີກທີ່ຊ່ວຍໃຫ້ຫວຽດນາມບິນ. ປະເທດຊາດ, ເປັນປະເທດທີ່ຢາກບິນຕ້ອງການດ້ານອຸປະກອນ, ດ້ານໜຶ່ງແມ່ນ ເຕັກໂນໂລຊີດິຈິຕອນ , ແລະ ອີກດ້ານໜຶ່ງແມ່ນກຳລັງຈິດວິນຍານ, ນັ້ນແມ່ນຄວາມມຸ່ງມາດປາດຖະໜາຂອງຫວຽດນາມ. ບັນລຸຄວາມມຸ່ງມາດປາດຖະໜາຂອງຫວຽດນາມ ແມ່ນພາລະກິດຂອງນັກຂ່າວ.
ສຸດທ້າຍ, ທ່ານລັດຖະມົນຕີ ປາດຖະໜາວ່າ ບັນດານັກຂ່າວທີ່ຕິດຕາມຂະແໜງຂໍ້ມູນຂ່າວສານ ແລະ ສື່ສານ ມີຄວາມຮັບຮູ້ໃໝ່, ສ້າງພະລັງຊີວິດໃໝ່ ເພື່ອເຮັດໃຫ້ຊີວິດມີຄວາມໝາຍ ແລະ ເຮັດວຽກງານດີຂຶ້ນ./.
ທີ່ມາ: https://mic.gov.vn/gap-mat-phong-vien-bao-chi-theo-doi-nganh-tttt-197240621141735492.htm






(0)