ພົບປະ ແລະ ມອບຫຼຽນໄຊໃຫ້ທະຫານ ດ້ຽນບຽນ, ອາສາສະໝັກຊາວໜຸ່ມ, ພະນັກງານແຖວໜ້າ
ກປ.ອອນໄລ - ຕອນເຊົ້າວັນທີ 6 ເມສາ, ຢູ່ນະຄອນ ແທງຮ໋ວາ, ສູນກາງແນວໂຮມປະເທດຊາດຫວຽດນາມ ແລະແຂວງແທງຮວາ ໄດ້ສົມທົບກັນຈັດຕັ້ງລາຍການພົບປະ, ອວຍພອນບັນດານັກຮົບ, ນັກຮົບອາສາສະໝັກ, ພະນັກງານ, ນັກຮົບ ດ້ຽນບຽນຝູ ທີ່ເຂົ້າຮ່ວມການເຄື່ອນໄຫວໂດຍກົງໃນຂະບວນການ ດ້ຽນບຽນຝູ ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະດ້ຽນບຽນຝູ. ເຂົ້າຮ່ວມລາຍການມີຜູ້ແທນ 163 ຄົນ, ໃນນັ້ນມີທະຫານ ດ້ຽນບຽນຝູ, ໄວໜຸ່ມອາສາສະໝັກ, ພະນັກງານພົນລະເຮືອນ, ແລະ ຍາດຕິພີ່ນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດຈາກແຂວງແທງຮ໋ວາ, ເງ້ອານ, ຮ່າຕິ້ງ, ກວາງບິ່ງ, ຫາຍເຢືອງ, ຮຸງເຢນ, ໄທບິ່ງ , ນາມດິງ, ຮ່ານາມ, ນິງບິ່ງ.






















(0)