ສະເພາະລາຄາກາເຟຂອງແຂວງ ຢາລາຍ ໃນມື້ນີ້ຫຼຸດລົງ 1.800 ດົ່ງ/ກິໂລ, ຊື້ຂາຍລາຄາ 112.200 ດົ່ງ/ກິໂລ; ຢູ່ແຂວງລຳດົງ ໄດ້ຫຼຸດລົງ 2.000 ດົ່ງ/ກິໂລ, ປະຈຸບັນລາຄາ 111.500 ດົ່ງ/ກິໂລ.

ຢູ່ແຂວງ ດັກລັກ , ລາຄາກາເຟຫຼຸດລົງ 2.200 ດົ່ງ/ກິໂລ ເມື່ອທຽບໃສ່ມື້ວານນີ້, ບັນລຸ 112.500 ດົ່ງ/ກິໂລ. ນີ້ກໍ່ແມ່ນທ້ອງຖິ່ນທີ່ມີລາຄາຊື້ກາເຟສູງສຸດໃນທົ່ວປະເທດ.
ສຳລັບໝາກພິກໄທ, ຫຼັງຈາກເພີ່ມຂຶ້ນເລັກໜ້ອຍ, ລາຄາຢູ່ແຂວງຢາລາຍໃນປະຈຸບັນແມ່ນ 147.000 ດົ່ງ/ກິໂລ; ຢູ່ນະຄອນ ໂຮ່ຈິມິນ ແລະ ດົງນາຍ ໄດ້ຮັບການຊື້ຂາຍໃນລາຄາ 146.500 ດົ່ງ/ກິໂລ.
2 ທ້ອງຖິ່ນທີ່ມີລາຄາໝາກພິກໄທສູງກວ່າໝູ່ແມ່ນ ດັກລັກ ແລະ ລຳດົງ ດ້ວຍລາຄາຊື້ 148.000 ດົ່ງ/ກິໂລ.
ທີ່ມາ: https://baogialai.com.vn/gia-ca-phe-dao-chieu-giam-1800-2200-dongkg-ho-tieu-tang-nhe-post573183.html






(0)