![]() |
| ທ່ານຮອງປະທານຄະນະກຳມະການປະຊາຊົນແຂວງ ຫງວຽນລອງບຽນ ເປັນປະທານກອງປະຊຸມ. |
![]() |
| ຜູ້ຊ່ຽວຊານຈາກບໍລິສັດ Simon – Kucher ສະເໜີຮ່າງຍຸດທະສາດພັດທະນາ ການທ່ອງທ່ຽວ ຂອງແຂວງ ແຄ໋ງຮ່ວາ ໄລຍະ 2025 – 2030, ມີວິໄສທັດຮອດປີ 2045. |
ທີ່ກອງປະຊຸມ, ຜູ້ຕາງໜ້າຄະນະທີ່ປຶກສາ (ບໍລິສັດ Simon – Kucher ຈາກ Dubai, UAE) ໄດ້ສະເໜີກ່ຽວກັບຮ່າງຍຸດທະສາດການພັດທະນາການທ່ອງທ່ຽວຂອງແຂວງ ແຄ໋ງຮ່ວາ ໄລຍະ 2025 – 2030, ມຸ່ງໄປເຖິງປີ 2045. ຄະນະທີ່ປຶກສາໄດ້ຕີລາຄາວ່າ: ທ່າແຮງດ້ານການທ່ອງທ່ຽວຂອງແຂວງຍັງມີຫຼາຍ. ຖ້າຫາກບັນດາຂະບວນການທີ່ເໝາະສົມກັບບັນດາຜະລິດຕະພັນ, ຍີ່ຫໍ້ ແລະ ໂຄສະນາຮູບພາບ, ແຂວງ Khanh Hoa ສາມາດບັນລຸເປົ້າໝາຍຕ້ອນຮັບແຂກທ່ອງທ່ຽວ 31,6 ລ້ານເທື່ອຄົນຮອດປີ 2030. ຕາມນັ້ນແລ້ວ, ຄະນະທີ່ປຶກສາໄດ້ສະເໜີໃຫ້ບຸລິມະສິດ 6 ຍຸດທະສາດຄື: ຕັ້ງແຂວງ Khanh Hoa ໃຫ້ກາຍເປັນສູນທ່ອງທ່ຽວນຳໜ້າບົນພື້ນຖານບັນດາຮູບການສັນຍາລັກ ແລະ ປະສົບການລະດັບ ໂລກ ; ກໍ່ສ້າງ ແລະ ສົ່ງເສີມເຄື່ອງໝາຍການຄ້າຂອງແຂວງ; ເພີ່ມທະວີການເຊື່ອມຕໍ່ທາງອາກາດ, ທາງທະເລ ແລະ ດິຈິຕອລ ເພື່ອຮັບປະກັນການເຂົ້າເຖິງຂອງນັກທ່ອງທ່ຽວຢ່າງບໍ່ຢຸດຢັ້ງ, ອຳນວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວລວມ; ເສີມຂະຫຍາຍປະສົບການການທ່ອງທ່ຽວທັງໝົດຜ່ານການຮ່ວມມື, ພັດທະນາແຫຼ່ງຊັບພະຍາກອນມະນຸດການທ່ອງທ່ຽວ ແລະ ສະໜອງການບໍລິການດ້ານດິຈິຕອລ; ລະດົມການພົວພັນຄູ່ຮ່ວມມື, ນະໂຍບາຍບຸລິມະສິດ, ກົນໄກການເງິນເຂົ້າບັນດາໂຄງການການເງິນ ແລະ ດຶງດູດການລົງທຶນໃນການທ່ອງທ່ຽວແບບຍືນຍົງ; ຍູ້ແຮງການຄຸ້ມຄອງບໍລິຫານທີ່ສະຫຼາດສະຫຼຽວ, ການຕັດສິນໃຈຕາມຂໍ້ມູນ ແລະ ການຄຸ້ມຄອງຈຸດໝາຍທີ່ໂປ່ງໃສ... ອັນນີ້ໄດ້ຮັບຖືວ່າແມ່ນຂອບເຂດການຊີ້ນຳ, ເພື່ອຜັນຂະຫຍາຍ 58 ວຽກງານອົງປະກອບເພື່ອຜັນຂະຫຍາຍວິໄສທັດ ແລະ ຄວາມມຸ່ງມາດປາດຖະໜາດ້ານການທ່ອງທ່ຽວໃໝ່ຂອງແຂວງ.
![]() |
| ທ່ານຮອງປະທານຄະນະກຳມະການປະຊາຊົນແຂວງ ຫງວຽນລອງບຽນ ກ່າວຄຳເຫັນທີ່ກອງປະຊຸມ. |
ພາຍຫຼັງຮັບຟັງການປະກອບຄຳຄິດຄຳເຫັນຂອງບັນດາພະແນກການ, ຂະແໜງການ, ທ່ານຮອງປະທານຄະນະກຳມະການປະຊາຊົນແຂວງ ຫງວຽນລອງບຽນ ໄດ້ຕີລາຄາສູງຕໍ່ແນວທາງຂອງຄະນະທີ່ປຶກສາ ແລະ ພ້ອມກັນນັ້ນກໍ່ຮຽກຮ້ອງໃຫ້ບໍລິສັດ Simon – Kucher ຮັບເອົາຄຳເຫັນ; ສືບຕໍ່ສ້າງ ແລະ ສຳເລັດແຜນການເຄື່ອນໄຫວຍຸດທະສາດພັດທະນາການທ່ອງທ່ຽວ ແຂວງແຄ໋ງຮ່ວາ 2025 - 2030, ວິໄສທັດຮອດປີ 2045 ເພື່ອຮັບປະກັນຄວາມເປັນໄປໄດ້ ແລະ ສົມທົບກັນເພື່ອຊຸກຍູ້ການເຕີບໂຕຂອງຂະແໜງທ່ອງທ່ຽວ ແຄ໋ງຮ່ວາ ໃນໄລຍະຈະມາເຖິງ.
Xuan ThanH
ທີ່ມາ: https://baokhanhhoa.vn/du-lich/202512/gop-y-chien-luoc-phat-trien-du-lich-tinh-khanh-hoa-giai-doan-2025-2030-dinh-huong-den-nam-2045-43948a2/













(0)