ໃນໄລຍະຈະມາເຖິງ, ສະພາແຂວງ Gyeonggi ຈະສືບຕໍ່ຊຸກຍູ້ ແລະ ແນະນຳສະພາບແວດລ້ອມແຫ່ງການລົງທຶນ ຮ່ານາມ ໃຫ້ບັນດາວິສາຫະກິດຂອງແຂວງ Gyeonggi ເວົ້າສະເພາະ ແລະ ສ.ເກົາຫຼີ ເວົ້າລວມ, ພ້ອມກັນນັ້ນ ຈະໜູນຊ່ວຍແຂວງ ຮ່ານາມ ໃນການຈັດຕັ້ງບັນດາເຫດການສົ່ງເສີມການລົງທຶນຢູ່ ສ.ເກົາຫຼີ.
ທ່ານເລຂາທິການໃຫຍ່ພັກແຂວງ ຮ່ານາມ Le Thi Thuy ກ່າວຄຳເຫັນທີ່ກອງປະຊຸມ. ພາບ: ຫງວຽນຈີງ/VNA
ຕອນບ່າຍວັນທີ 27/12, ຄະນະຜູ້ແທນສະພາແຂວງ Gyeonggi (ສ.ເກົາຫຼີ) ນຳໂດຍທ່ານ Yom Jong Hyun ປະທານສະພາແຫ່ງຊາດ Gyeonggi ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຮ່ານາມ.
ທີ່ການພົບປະ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກແຂວງ ຮ່ານາມ Le Thi Thuy ໃຫ້ຮູ້ວ່າ: ນັບແຕ່ໄດ້ຮັບການລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມື (ປີ 2017), ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງແຂວງ ຮ່ານາມ ກັບແຂວງ Gyeonggi ນັບມື້ນັບພັດທະນາຢ່າງເລິກເຊິ່ງ, ແທດຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດ. ສອງແຂວງໄດ້ຈັດຕັ້ງບັນດາອົງການວິຊາການເປັນຈຸດສຸມເພື່ອຮັກສາການເຄື່ອນໄຫວແລກປ່ຽນຂໍ້ມູນຂ່າວສານ ແລະ ຈັດຕັ້ງການຢ້ຽມຢາມ ແລະ ເຮັດວຽກຫຼາຍຄັ້ງ.
ແຂວງ Gyeonggi ໄດ້ໜູນຊ່ວຍດ້ານວັດຖຸ ແລະ ຕັ້ງໜ້າໜູນຊ່ວຍແຂວງ ຮ່ານາມ ໃນການຈັດຕັ້ງບັນດາການເຄື່ອນໄຫວສົ່ງເສີມການລົງທຶນຢູ່ ສ.ເກົາຫຼີ, ປະກອບສ່ວນດຶງດູດບັນດານັກລົງທຶນຈາກ ສ.ເກົາຫຼີ ເວົ້າລວມ ແລະ ແຂວງ Gyeonggi ເວົ້າສະເພາະໃຫ້ມາຮ່ຳຮຽນ ແລະ ລົງທຶນຢູ່ແຂວງ ຮ່ານາມ.
ປະຈຸບັນ, ແຂວງ ຮ່ານາມ ມີ 370 ໂຄງການ FDI ທີ່ມາຈາກ 13 ປະເທດ ແລະ ເຂດແຄ້ວນ, ໃນນັ້ນ ມີ 150 ໂຄງການຂອງນັກລົງທຶນ ສ.ເກົາຫຼີ ດ້ວຍຍອດຈຳນວນທຶນຈົດທະບຽນປະມານ 1,7 ຕື້ USD. ບັນດາວິສາຫະກິດ ສ.ເກົາຫຼີ ໄດ້ປະກອບສ່ວນສຳຄັນຫຼາຍຢ່າງເຂົ້າໃນການພັດທະນາເສດຖະກິດ - ສັງຄົມ ຂອງແຂວງ ຮ່ານາມ.
ໃນໄລຍະຈະມາເຖິງ, ນະຄອນ ຮ່ານາມ ຫວັງວ່າສະພາແຂວງ Gyeonggi ຈະສືບຕໍ່ໜູນຊ່ວຍແຂວງ ໃນການຊຸກຍູ້, ແນະນຳເຖິງປະຊາຊົນແຂວງ Gyeonggi ດິນແດນຂອງ ຮ່ານາມ, ອຸດົມສົມບູນໄປດ້ວຍວັດທະນະທຳຮີດຄອງປະເພນີ, ທັດສະນີຍະພາບຫຼາຍແຫ່ງ; ແນະນຳສະພາບແວດລ້ອມແຫ່ງການລົງທຶນຂອງ ຮ່ານາມ ໃຫ້ບັນດາວິສາຫະກິດ ແລະ ນັກລົງທຶນຂອງແຂວງ Gyeonggi ເວົ້າສະເພາະ ແລະ ບັນດາທ້ອງຖິ່ນຂອງ ສ.ເກົາຫຼີ ເວົ້າລວມ; ສະໜັບສະໜູນແຂວງໃນການຈັດຕັ້ງການຢ້ຽມຢາມ, ເຮັດວຽກ ແລະ ການເຄື່ອນໄຫວສົ່ງເສີມການລົງທຶນຢູ່ ສ.ເກົາຫຼີ ໃຫ້ດີໃນປີ 2024.
2 ທ້ອງຖິ່ນສືບຕໍ່ຮັກສາການພົວພັນແລກປ່ຽນຂໍ້ມູນຂ່າວສານ ແລະ ແລກປ່ຽນຢ່າງເປັນປົກກະຕິ ເພື່ອພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມື.
ທີ່ການພົບປະ, ບັນດາຄະນະຜູ້ແທນສະພາແຂວງ Gyeonggi ໄດ້ຕີລາຄາສູງສະພາບແວດລ້ອມແຫ່ງການພັດທະນາເສດຖະກິດ ແລະ ການລົງທຶນຂອງແຂວງ ຮ່ານາມ ກໍ່ຄືການຮ່ວມມືລະຫວ່າງ 2 ທ້ອງຖິ່ນໃນໄລຍະມໍ່ໆມານີ້. ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລື ແລະ ສະເໜີຫຼາຍວິທີແກ້ໄຂເພື່ອແນໃສ່ຮັດແໜ້ນການພົວພັນຮ່ວມມືໃນຂົງເຂດເສດຖະກິດ - ສັງຄົມລະຫວ່າງ Gyeonggi ແລະ Ha Nam ໃນໄລຍະຈະມາເຖິງ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານສະພາແຫ່ງຊາດແຂວງ Gyeonggi Yom Jong Hyun ໃຫ້ຮູ້ວ່າ: ນັບແຕ່ໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມື, ແຂວງ Ha Nam ແລະ Gyeonggi ໄດ້ຈັດຕັ້ງການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ.
ໃນໄລຍະຈະມາເຖິງ, ສະພາແຂວງ Gyeonggi ຈະສືບຕໍ່ຊຸກຍູ້ ແລະ ແນະນຳສະພາບແວດລ້ອມແຫ່ງການລົງທຶນຂອງແຂວງ ຮ່ານາມ ໃຫ້ບັນດາວິສາຫະກິດຢູ່ແຂວງ Gyeonggi ເວົ້າສະເພາະ ແລະ ສ.ເກົາຫຼີ ເວົ້າລວມ; ສະໜັບສະໜູນແຂວງໃນການຈັດຕັ້ງບັນດາເຫດການສົ່ງເສີມການລົງທຶນຢູ່ ສ.ເກົາຫຼີ. 2 ທ້ອງຖິ່ນຍັງຈະເພີ່ມທະວີການເຄື່ອນໄຫວແລກປ່ຽນບໍ່ພຽງແຕ່ໃນຂົງເຂດເສດຖະກິດ ແລະ ການລົງທຶນເທົ່ານັ້ນ ຫາກຍັງໃນຂົງເຂດວັດທະນະທຳ ແລະ ສັງຄົມ.
ກ່ອນໜ້ານັ້ນ, ຄະນະຜູ້ແທນສະພາແຂວງ Gyeonggi ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ Seoul Semiconductor Vina Co., Ltd (ສວນອຸດສາຫະກຳ Dong Van I, ເມືອງ Duy Tien) ແລະ ວິທະຍາໄລFPT Polytechnic - Ha Nam./.
ໄມລິງ
(0)