ພາຍຫຼັງ 3 ວັນເຮັດວຽກຢ່າງຮີບດ່ວນ, ໜັກແໜ້ນ, ມີຄວາມຮັບຜິດຊອບດ້ວຍຄຳຂວັນ “ສາມັກຄີ - ປະຊາທິປະໄຕ - ລະບຽບວິໄນ - ບຸກທະລຸ - ພັດທະນາ”, ກອງປະຊຸມໃຫຍ່ຄັ້ງທີ 18 ຂອງຄະນະພັກນະຄອນຮ່າໂນ້ຍ ໄລຍະ 2025-2030 ໄດ້ອັດລົງຢ່າງຈົບງາມ ແລະ ອັດລົງຢ່າງເປັນທາງການໃນຕອນບ່າຍວັນທີ 17 ຕຸ ລາ .
ມະຕິກອງປະຊຸມໃຫຍ່ຄັ້ງທີ 18 ຂອງຄະນະພັກນະຄອນ ຮ່າໂນ້ຍ ໄດ້ກຳນົດບັນດາຄາດໝາຍຕົ້ນຕໍໃນປີ 2030, ໃນນັ້ນມີ 43 ຄາດໝາຍສະເພາະ, ຂຶ້ນກັບ 4 ກຸ່ມບັນຫາຄື: ເສດຖະກິດ , ສັງຄົມ, ສິ່ງແວດລ້ອມ, ຕົວເມືອງ ແລະ ການກໍ່ສ້າງພັກ. ໃນນັ້ນ, ມີເປົ້າໝາຍທີ່ພົ້ນເດັ່ນຄື: ສູ້ຊົນໃຫ້ອັດຕາການເຕີບໂຕ GRDP 11.0%/ປີ ຫຼືຫຼາຍກວ່ານັ້ນ; GRDP ຕໍ່ຫົວຄົນຫຼາຍກວ່າ 12,000 USD; ດັດຊະນີຄວາມສຸກ (HPI) ບັນລຸ 9/10 ມາດຖານ... ພ້ອມດຽວກັນນັ້ນ, ກຳນົດ 3 ບາດກ້າວພັດທະນາ ແລະ 10 ກຸ່ມໜ້າວຽກຫຼັກ ແລະ ມາດຕະການແກ້ໄຂ, ສະແດງໃຫ້ເຫັນຄວາມຕັ້ງໃຈ ແລະ ຄວາມມຸ່ງມາດປາດຖະໜາທີ່ຈະກ້າວຂຶ້ນຢ່າງແຂງແຮງຂອງນະຄອນຫຼວງໃນໄລຍະຈະມາເຖິງ./.
ທີ່ມາ: https://www.vietnamplus.vn/ha-noi-quyet-tam-dua-nghi-quyet-dai-hoi-18-som-di-vao-cuoc-song-post1071001.vnp
(0)