
ໃນນັ້ນ, ມີວິສາຫະກິດເຕັກໂນໂລຊີສູງແຫ່ງໜຶ່ງທີ່ໄດ້ຮັບການຮັບຮອງຈາກກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ, ແມ່ນບໍລິສັດ Hyundai Kefico Vietnam Co., Ltd.
Hyundai Kefico Vietnam Co., Ltd. ຊ່ຽວຊານໃນການຜະລິດອົງປະກອບເອເລັກໂຕຣນິກ smart ສໍາລັບລົດໃຫຍ່. ນີ້ແມ່ນວິສາຫະກິດ ສ.ເກົາຫຼີ ດ້ວຍຍອດຈຳນວນທຶນ FDI 400 ລ້ານ USD, ນຳໜ້າຢູ່ແຂວງ ຫາຍເຢືອງ .
ຕາມການຕີລາຄາຂອງພະແນກອຸດສາຫະກຳ ແລະ ການຄ້າແລ້ວ, ເມື່ອບັນດາກຸ່ມອຸດສາຫະກຳ ແລະ ເຂດອຸດສາຫະກຳໃນແຂວງກໍ່ສ້າງສຳເລັດພື້ນຖານໂຄງລ່າງນັບມື້ນັບຈະດຶງດູດນັກທຸລະກິດຫຼາຍຂຶ້ນ. ສະນັ້ນ, ຄາດໝາຍສູ້ຊົນໃຫ້ມີ 100 ຫົວໜ່ວຍເຕັກໂນໂລຢີໃໝ່, ເຕັກໂນໂລຢີກ້າວໜ້າ, ເຕັກໂນໂລຊີສະອາດ, ວິສາຫະກິດເຕັກໂນໂລຢີສູງຂອງແຂວງ ຮອດປີ 2025 ສາມາດບັນລຸໄດ້.
ປະຈຸບັນ, ອຸດສາຫະກຳເຕັກໂນໂລຊີສູງຍັງກວມອັດຕາສ່ວນໜ້ອຍທີ່ສຸດຂອງຍອດມູນຄ່າການຜະລິດອຸດສາຫະກຳທັງໝົດຂອງ Hai Duong (ປະມານ 2% ໃນປີ 2020). ຄາດວ່າມູນຄ່າການຜະລິດຂອງອຸດສາຫະກຳເຕັກໂນໂລຊີສູງຈະບັນລຸສະເລ່ຍປະມານ 13.150 ຕື້ດົ່ງຕໍ່ປີ.
PVທີ່ມາ: https://baohaiduong.vn/hai-duong-co-them-35-doanh-nghiep-cong-nghe-cao-tien-tien-moi-sach-401573.html







(0)