Vietnam.vn - Nền tảng quảng bá Việt Nam

ໜູນ​ຊ່ວຍ​ພົນລະ​ເມືອງ​ຫວຽດນາມ ​ທີ່​ຖືກ​ກູ້​ໄພ​ຢູ່​ມຽນມາ​ກັບ​ຄືນ​ປະ​ເທດ

Việt NamViệt Nam20/03/2025


ກະຊວງ ​ການ​ຕ່າງປະ​ເທດ ​ໄດ້​ຊີ້​ນຳ​ບັນດາ​ອົງການ​ຜູ້ຕາງໜ້າ ຫວຽດນາມ ປະຈຳ ມຽນມາ ​ແລະ ​ໄທ ສືບ​ຕໍ່​ສົມທົບ​ກັບ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ປົກ​ປັກ​ຮັກສາ ​ແລະ ໜູນ​ຊ່ວຍ​ພົນລະ​ເມືອງ​ກັບ​ຄືນ​ປະ​ເທດ.

ໂຄສົກ ​ກະຊວງ​ການ​ຕ່າງປະ​ເທດ ​ຫວຽດນາມ ຟ້າ​ມທູ​ຮັ່ງ. (ພາບ: ມິງດຶກ/VNA)


ຕອນ​ບ່າຍ​ວັນ​ທີ 20/3, ທີ່​ການ​ປະຊຸມ​ຂ່າວ​ປະຈຳ​ກະຊວງ​ການ​ຕ່າງປະ​ເທດ, ຕອບ​ຄຳ​ຊັກ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ວຽກ​ງານ​ປົກ​ປ້ອງ​ພົນລະ​ເມືອງ ຫວຽດນາມ ທີ່​ຖືກ​ກູ້​ໄພ​ຢູ່​ເຂດ​ຊາຍ​ແດນ ມຽນມາ - ​ໄທ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ Pham Thu Hang ​ໃຫ້​ຮູ້​ວ່າ:

ຕາມ​ສະຖານທູດ​ຫວຽດນາມ​ປະຈຳ​ມຽນມາ​ແລ້ວ, ອຳນາດ​ການ​ປົກຄອງ​ມຽນມາ​ໄດ້​ລາຍ​ງານ​ວ່າ​ມີ​ພົນລະ​ເມືອງ​ຫວຽດນາມ​ຈຳນວນ​ໜຶ່ງ​ຖືກ​ກັກ​ຕົວ​ຍ້ອນ​ລະ​ເມີດ​ລະບຽບ​ການ​ເຂົ້າ-​ອອກ​ພາຍຫຼັງ​ການ​ບຸກ​ໂຈມ​ຕີ​ແລະ​ຫຼອນ​ໂຈມ​ຕີ​ທາງ​ອິນ​ເຕີ​ເນັດ​ຢູ່​ເຂດ Myawaddy, ​ໃກ້​ກັບ​ຊາຍ​ແດນ​ມຽນມາ​ກັບ​ໄທ.

ປະຕິບັດ​ທິດ​ທາງ​ຂອງ​ກະຊວງ​ການ​ຕ່າງປະ​ເທດ, ສະຖານທູດ​ຫວຽດນາມ ປະຈຳ ມຽນມາ ຮຽກຮ້ອງ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ຮັບປະກັນ​ຄວາມ​ປອດ​ໄພ, ຊີວິດ​ການ​ເປັນ​ຢູ່​ຂອງ​ພົນລະ​ເມືອງ ຫວຽດນາມ.

ຕາມ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ແລ້ວ, ປະຈຸ​ບັນ, ກະຊວງ​ການ​ຕ່າງປະ​ເທດ​ພວມ​ສົມທົບ​ຢ່າງ​ແໜ້ນ​ແຟ້ນກັບ​ອຳນາດ​ການ​ປົກຄອງ​ພາຍ​ໃນ​ປະ​ເທດ​ເພື່ອ​ກວດ​ສອບ​ຕົວ​ຕົນ​ຂອງ​ພົນລະ​ເມືອງ​ຫວຽດນາມ, ພ້ອມ​ກັນ​ນັ້ນ​ໄດ້​ຊີ້​ນຳ​ບັນດາ​ອົງການ​ຜູ້ຕາງໜ້າ​ຫວຽດນາມ ປະຈຳ​ມຽນມາ ​ແລະ ​ໄທ ສືບ​ຕໍ່​ສົມທົບ​ກັບ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ປົກ​ປັກ​ຮັກສາ ​ແລະ ໜູນ​ຊ່ວຍ​ພົນລະ​ເມືອງ​ກັບ​ຄືນ​ປະ​ເທດ./.

ທີ່ມາ


(0)

No data
No data

​ເຂດ​ປະສົບ​ໄພ​ນ້ຳ​ຖ້ວມ​ຢູ່ Lang Son ​ໄດ້​ເຫັນ​ຈາກ​ຍົນ​ເຮ​ລິ​ຄອບ​ເຕີ
ພາບຂອງເມກມືດ 'ໃກ້ຈະພັງລົງ' ຢູ່ຮ່າໂນ້ຍ
ຝົນ​ໄດ້​ຕົກ​ລົງ, ຖະໜົນ​ຫົນ​ທາງ​ກາຍ​ເປັນ​ແມ່​ນ້ຳ, ຊາວ​ຮ່າ​ໂນ້ຍ​ໄດ້​ນຳ​ເຮືອ​ໄປ​ຕາມ​ທ້ອງ​ຖະໜົນ
ງານ​ບຸນ​ກາງ​ລະດູ​ໃບ​ໄມ້​ຫຼົ່ນ​ຂອງ​ລາຊະວົງ​ຫຼີ​ຖືກ​ຈັດ​ຂຶ້ນ​ຢູ່​ວິຫານ​ຮຸ່ງ

ມໍລະດົກ

ຮູບ

ທຸລະກິດ

No videos available

ເຫດການປະຈຸບັນ

ລະບົບການເມືອງ

ທ້ອງຖິ່ນ

ຜະລິດຕະພັນ