ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. |
ກປ.ອອນໄລ - ວັນທີ 2 ພະຈິກ, ສະຖານທູດຫວຽດນາມ ປະຈໍາ ປາກີສະຖານ ໄດ້ຈັດຕັ້ງກອງປະຊຸມສໍາມະນາລວມທາງອອນລາຍ ແລະ ສ່ວນບຸກຄົນ ດ້ວຍຫົວຂໍ້ “ຍົກສູງປະສິດທິຜົນການຮັບມືກັບບັນດາການຂັດແຍ້ງດ້ານການຄ້າ, ສະກັດກັ້ນບັນດາສິ່ງກີດຂວາງ, ເປີດກວ້າງກາລະໂອກາດຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນລະຫວ່າງຫວຽດນາມ ແລະປາກີສະຖານ”.
ເຂົ້າຮ່ວມກອງປະຊຸມມີທ່ານນາງ Samila Mehtab ເອກອັກຄະລັດຖະທູດ ປາກິດສະຖານ ປະຈຳ ຫວຽດນາມ, ຜູ້ຕາງໜ້າ ກະຊວງອຸດສາຫະກຳ ແລະ ການຄ້າ , ບັນດາອົງການຊີ້ຂາດ, ອົງການແກ້ໄຂຂໍ້ຂັດແຍ່ງດ້ານການຄ້າຂອງ 2 ປະເທດ, ຜູ້ຕາງໜ້າສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI), ຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳໃຫຍ່ ປາກິດສະຖານ...
ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ປາກີສະຖານ ຫງວຽນຕ໋ຽນຟຸກ ເນັ້ນໜັກວ່າ, ກອງປະຊຸມໄດ້ສຸມໃສ່ແລກປ່ຽນ, ປຶກສາຫາລືບັນດາມາດຕະການຍົກສູງສະຕິຄວາມຮັບຮູ້ຂອງບັນດາການຂັດແຍ້ງດ້ານການຄ້າ, ຮີບດ່ວນໃນການປ້ອງກັນ, ແກ້ໄຂການພິພາດຕາມຈຸດປະສົງ, ຍຸຕິທຳ, ສອດຄ່ອງກັບກົດໝາຍສາກົນ ແລະ ກົດໝາຍຂອງແຕ່ລະປະເທດ.
ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ປາກິສຖານ ຫງວຽນຕ໋ຽນຟອງ (ຂວາ) ກ່າວຄຳເຫັນທີ່ກອງປະຊຸມ. |
ເພື່ອເຮັດໄດ້, ຕ້ອງມີການເຂົ້າຮ່ວມຂອງບັນດາກະຊວງ, ອົງການ ລັດຖະບານ ຂອງແຕ່ລະຝ່າຍ, ຂໍ້ລິເລີ່ມຂອງວິສາຫະກິດໃນການຄົ້ນຄວ້າ ແລະ ແບ່ງປັນຂໍ້ມູນຂ່າວສານຢ່າງສົມເຫດສົມຜົນໃນການແລກປ່ຽນດ້ານການຄ້າ, ສະກັດກັ້ນການຂັດແຍ້ງ, ການກະທຳຜິດ, ການສໍ້ລາດບັງຫຼວງ ເປັນຕົ້ນແມ່ນໃນຂະບວນການປອງດອງກັນ ແລະ ການຕັດສິນຢ່າງຍຸດຕິທຳ ແລະ ໂປ່ງໃສ.
ການນຳສະເໜີຂອງບັນດານັກຂ່າວຂອງທັງສອງປະເທດໃນກອງປະຊຸມໄດ້ຢືນຢັນເຖິງຄວາມໝາຍ ແລະ ຄວາມສຳຄັນຂອງການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງບັນດາອົງການລັດໃນການກໍ່ສ້າງຂອບກົດໝາຍ ແລະ ກົນໄກ ແລະ ສະຖາບັນການແກ້ໄຂຄວາມຂັດແຍ່ງດ້ານການຄ້າ.
ບັນດາຜູ້ແທນໄດ້ເນັ້ນໜັກເຖິງບົດບາດ ແລະ ຄວາມສຳຄັນຂອງສະພາ, ສະມາຄົມທຸລະກິດຂອງທັງສອງປະເທດ ແລະ ສື່ມວນຊົນໃນການເພີ່ມທະວີຄວາມເຂົ້າໃຈກ່ຽວກັບຂໍ້ມູນຂ່າວສານ, ກົດໝາຍ ແລະ ລະບຽບການສະເພາະຂອງແຕ່ລະປະເທດ.
ບັນດາຜູ້ແທນເນັ້ນໜັກເຖິງຄວາມຈຳເປັນຕ້ອງຜັນຂະຫຍາຍບັນດາມາດຕະການແກ້ໄຂຂໍ້ຂັດແຍ່ງຢ່າງເຂັ້ມງວດ. |
ບົດນຳສະເໜີຍັງໄດ້ເນັ້ນໜັກເຖິງຄວາມຈຳເປັນໃນການພັດທະນາຢ່າງເຂັ້ມງວດບັນດາຂໍ້ກຳນົດການແກ້ໄຂຂໍ້ຂັດແຍ່ງໃນສັນຍາການຄ້າ ແລະ ຊຸກຍູ້ການເຈລະຈາເພື່ອລົງນາມໃນສັນຍາການຄ້າບຸລິມະສິດ (PTAs) ເຊິ່ງລວມມີເນື້ອໃນກ່ຽວກັບກົນໄກແກ້ໄຂຂໍ້ຂັດແຍ່ງ.
2 ຝ່າຍເຊື່ອໝັ້ນວ່າ ດ້ວຍຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງ, ຄຽງຄູ່ກັບບັນດາມາດຕະການປ້ອງກັນ, ແກ້ໄຂຂໍ້ຂັດແຍ່ງຢ່າງເປີດເຜີຍ, ໂປ່ງໃສ ແລະ ຍຸດຕິທຳ, ວົງເງິນການຄ້າ 2 ຝ່າຍຈະສ້າງບາດກ້າວບຸກທະລຸ, ອາດຈະລື່ນກາຍ 1 ຕື້ USD ໃນປີ 2024.
ທີ່ມາ
(0)